ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຄະນະຜູ້ແທນຂັ້ນສູງກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ
ເຜີຍແຜ່ໂດຍ: moderator ເວລາ: 25/03/2026 10:53:01 ຈຳນວນຢ້ຽມຊົມ 28 ຄັ້ງ ໂດຍຕອບສະໜອງຕາມຄຳເຊີນ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ, ຄະນະຜູ້ແທນກອງທຶນຈີນເພື່ອ ສັນຕິພາບ ແລະ ການພັດທະນາ ນໍາໂດຍ ສະຫາຍ ຫວາງ ເຫີໝິງ, ເລຂາທິການກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 24-26 ມິນາ 2026.
ໃນວັນທີ 24 ມີນາ 2026 ຄະນະຜູ້ແທນ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ສົມມາດ ພົລເສນາ, ປະທານ ຄະນະ ສັນຕິພາບ ແລະ ສາມັກຄີ ຂອງລາວ. ສະຫາຍ ສົມມາດ ພົລເສນາ ໄດ້ສະແດງຄວາມຕ້ອນຮັບຢ່າງ ອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນ ກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນສ້າງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດສີ່ດີ ແລະ ຄູ່ຮ່ວມຊາຕາກໍາ ລາວ-ຈີນ. ສອງຝ່າຍຍັງໄດ້ ຕີ ລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງອົງການຈັດຕັ້ງສັນຕິພາບ ໃນການປະກອບສ່ວນເຂົ້າໃນ ການສ້າງສາ ພັດທະນາ ສປປ ລາວ ເປັນຕົ້ນແມ່ນການພັັດທະນາພື້ນຖານໂຄງລ່າງການສຶກສາ, ສາທາລະນະສຸກ ແລະ ມະນຸດສະ ທໍາ. ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ໄດ້ພົວພັນ ຮ່ວມມືກັນແຕ່ປີ 2012 ເປັນຕົ້ນມາ ສອງຝ່າຍ ໄດ້ພົວພັນຮ່ວມມື ແລະ ໄປມາຫາສູ່ກັນຢ່າງເປັນປົກກະຕິ. ໄລຍະ ຜ່ານມາ ໄດ້ຮ່ວມກັນສ້າງ ໂຮງຮຽນປະຖົມ ແລະ ມັດທະຍົມແລ້ວຈໍານວນ 25 ຫຼັງ, ຊ່ວຍເຫຼືອອຸປະກອນການຮຽນ ການສອນ, ອຸປະກອນການແພດໄລຍະການລະບາດ ຂອງພະຍາດໂຄວິດ 19.
ໃນການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນ ກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ຍັງໄດ້ ພົບປະ ເຮັດວຽກກັບພາກສ່ວນກ່ຽວຂ້ອງ ຂອງ ລາວ ໃນການແລກປ່ຽນ ຂໍ້ມູນກ່ຽວກັບອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ (INGOs) ແລະ ອົງການຈັດຕັ້ງທາງສັງຄົມ ຂອງລາວ (CSOs). ນອກນັ້ນ, ຍັງໄດ້ເຂົ້າຮ່ວມພິທີ ມອບ-ຮັບ ອາຄານໂຮງຮຽນປະຖົມບ້ານໂພນຈະເລີນ, ເມືອງທ່າໂທມ, ແຂວງໄຊສົມບູນ, ເຊິ່ງເປັນ 1 ໃນ 5 ໂຄງການ ທີ່ ປະຕິບັດຢູ່ 3 ແຂວງ (ໄຊສົມບູນ, ຫຼວງພະບາງ ແລະ ບໍ່ແກ້ວ) ໃນສົກປີ 2024-2025 ພາຍໃຕ້ການພົວພັນຮ່ວມມື ລະຫວ່າງ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ.
25/03/2026 10:53:01
23/03/2026 09:07:35
23/03/2026 09:06:13
20/03/2026 16:39:27
20/03/2026 12:52:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
03/02/2025 08:56:07
26/02/2025 15:29:23
