ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າມາອວຍພອນຂອງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ, ສປ ຈີນ ແລະ ສປປ ເກົາຫຼີ ປະຈໍາ ສປປ ລາວ ໃນໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 71 ປີ
ເຜີຍແຜ່ໂດຍ: moderator ເວລາ: 20/03/2026 17:05:39 ຈຳນວນຢ້ຽມຊົມ 36 ຄັ້ງ ໃນຕອນບ່າຍຂອງວັນທີ 20 ມີນາ 2026, ທີ່ ສໍານັກງານຂອງ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ໃຫ້ການຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕີມ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22/3/1955-22/3/2026). ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈ ແລະ ປິຕິຊົມຊື່ນ ທີ່ໄດ້ຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕີມ ພ້ອມດ້ວຍຄະນະ ໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີອັນສະໜິດສະໜົມ, ຄໍາອວຍພອນໄຊອັນປະເສີດ ຖານສະຫາຍອ້າຍນ້ອງ ຫວຽດນາມ-ລາວ ມາສູ່ ຄະນະພັກ, ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ໄດ້ທົບທວນຄືນມູນເຊື້ອ ແຫ່ງການສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ມີຕົ້ນກໍາເນີດມາຈາກ ພັກກອມມູນິດອິນດູຈີນ; ຕະຫຼອດໄລຍະ 71 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ກາຍເປັນຄັນທຸງນໍາພາການປະຕິວັດລາວ ຕໍ່ສູ້ຍາດເອົາເອກະລາດ ແລະ ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນເຖິງປັດຈຸບັນ. ພ້ອມນັ້ນ, ສະຫາຍ ບຸນເຫຼືອ ພັນດານຸວົງ ຍັງໄດ້ສະແດງຄວາມຂອບໃຈຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ສະຫາຍ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບ ແລະ ຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ໃນການພັດທະນາປະເທດຊາດ ທີ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າຍາດມາໄດ້ຕະຫຼອດໄລຍະຜ່ານມາ, ເຊື່ອໝັ້ນວ່າ ດ້ວຍມູນເຊື້ອອັນພິລະອາດຫານ ແລະ ປີຊາສາມາດຂອງ ພັກປະຊາຊົນປະຕິວັດລາວ ຈະສາມາດນໍາພາ ປະຊາຊົນລາວ ສືບຕໍ່ຍາດໄດ້ບັນດາຜົນສໍາເລັດອັນໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ສະໄໝທີ XII ຂອງ ພັກ ປປ ລາວ ໃຫ້ປະສົບຜົນສໍາເລັດຢ່າງມີໄຊ; ສອງຝ່າຍ ຕ່າງກໍຕີລາຄາສູງຕໍ່ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ, ການນໍາຂັ້ນສູງຂອງ ສອງພັກ, ສອງລັດ ແລະ ຂັ້ນຕ່າງໆ ນັບແຕ່ສູນກາງຈົນເຖິງທ້ອງຖິ່ນ ມີການແລກປ່ຽນຢ້ຽມຢາມເຊິ່ງກັນຢ່າງເປັນປົກກະຕິ, ແລກປ່ຽນບົດຮຽນທາງດ້ານທິດສະດີການເມືອງ, ບົດຮຽນໃນການປົກຄອງ, ພັດທະນາເສດຖະກິດ, ການຄ້າ, ການລົງທຶນ ແລະ ອື່ນໆ; ຕີລາຄາສູງຕໍ່ການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຖານທູດ ໃນການເປັນຂົວເຊື່ອມມິດຕະພາບ ແລະ ການພົວພັນຮ່ວມມືຂອງສອງຊາດ ລາວ-ຫວຽດນາມ, ປະກອບສ່ວນເຂົ້າໃນການເພີ່ມທະວີ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ໂອກາດນີ້, ສະຫາຍ ຫງວຽນ ມິງ ເຕີມ ກໍ່ໄດ້ນໍາເອົາ ໂທລະເລກອວຍພອນຈາກ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ກະຕ່າດອກໄມ້ອວຍພອນຈາກ ສະຫາຍເລຂາທິການໃຫຍ່ ໂຕ ເລີມ ເຖິງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ກະຕ່າດອກໄມ້ອວຍພອນຈາກ ສະຫາຍ ເຈີນ ເກີ້ມ ຕູ໊, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເຖິງ ສະຫາຍ ວິໄລ ຫຼ້າຄໍາຟອງ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ມາມອບຜ່ານ ຫົວໜ້າຄະນະພົວພົວພັນຕ່າງປະເທດສູນກາງພັກ.
ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ບຸນເຫຼືອ ພັນດານຸວົງ ຍັງໄດ້ຕ້ອນຮັບ ສະຫາຍ ນາງ ຟາງ ຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ເຂົ້າອວຍພອນເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ, ເຊິ່ງ ສະຫາຍທູດຈີນ ໄດ້ຊົມເຊີຍຕໍ່ຜົນສໍາເລັດທີ່ ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ ພາຍໃຕ້ການນໍາພາຊີ້ນໍາ ຂອງ ພັກປະຊາຊົນປະຕິວັດລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນຕະຫຼອດໄລຍະ 70 ປີກວ່າຜ່ານມາ; ຕີລາຄາສູງ ຜົນສໍາເລັດໃນການດໍາເນີນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການ ຂອງ ພັກປະຊາຊົນປະຕິວັດລາວ ແລະ ການພົວພັນຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ໃນໄລຍະມໍ່ໆມານີ້ ແລະ ຢືນຢັນວ່າ ສະຖານທູດຈີນ ຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືກັບ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໃນການຊຸກຍູ້ເສີມຂະຫຍາຍການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຈີນ-ລາວ. ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈ ຕໍ່ຄໍາອວຍພອນ ຂອງສະຫາຍທູດ, ຕີລາຄາສູງ ຕໍ່ການປະກອບສ່ວນຂອງ ສະຖານທູດຈີນ ໃນການຊຸກຍູ້ການພົວພັນຮ່ວມມື ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຕາງໜ້າສູນກາງພັກປະຊາຊົນປະຕິວັດລາວ ສະແດງຄວາມຂອບໃຈ ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ພັກ, ລັດຖະບານລາວ ຕະຫຼອດໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ. ໃນການພົບປະ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນນໍາກັນ ກ່ຽວກັບ ການຮ່ວມກັນເປັນເສນາທິການໃຫ້ແກ່ ສອງສູນກາງພັກ ລາວ-ຈີນ ໃນການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ແລະ ບັນດາແຜນການຮ່ວມມື ລະຫວ່າງ ສອງພັກ ປະຈໍາປີ 2026.
ກ່ອນໜ້ານີ້, ໃນວັນທີ 17 ມີນາ 2026 ຜ່ານມາ, ສະຫາຍ ບຸນເຫຼືອ ພັນດານຸວົງ ກໍໄດ້ຕ້ອນຮັັບ ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ແລະ ມອບໂທລະເລກອວຍພອນ ພ້ອມດ້ວຍກະຕ່າດອກໄມ້ ຂອງ ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ ພັກແຮງງານເກົາຫຼີ ສົ່ງເຖິງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ. ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈ ສະຫາຍເອກອັກຄະລັດຖະທູດ ທີ່ໄດ້ນໍາເອົາ ໂທລະເລກອວຍພອນ ພ້ອມດ້ວຍກະຕ່າດອກໄມ້ອັນສວຍງາມຂອງ ການນຳສູງສຸດຂອງ ພັກ, ລັດ ສປປ ເກົາຫຼີ ມອບຜ່ານ ຄະນະພົວພັນຕ່າງປະເທດສູນກາງພັກ ໄປຍັງ ການນຳສູງສຸດຂອງ ພັກ, ລັດ ສປປ ລາວ, ເຊິ່ງເປັນການໃຫ້ກໍາລັງໃຈອັນແຮງກ້າຕໍ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ. ສະຫາຍ ລີ ຢົງ ຊົນ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງຫຼາຍດ້ານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ທີ່ ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງ ພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະເວລາ 71 ປີຜ່ານມາ, ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນຖືກຕ້ອງຂອງ ພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຈະສາມາດຍາດໄດ້ຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ສະໄໝທີ XII ຂອງ ພັກປະຊາຊົນປະຕິວັດລາວ ແລະ ນໍາພາ ສປປ ລາວ ກ້າວສູ່ຄວາມຮຸ່ງເຮືອງ ຕາມທິດສັງຄົມນິຍົມຢ່າງໜັກແໜ້ນ. ນອກນັ້ນ, ສອງຝ່າຍ ຍັງໄດ້ສະແດງຄວາມຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ແລະ ຄັ້ງທີ IX ຂອງ ພັກແຮງງານເກົາຫຼີ ໃນບໍ່ດົນຜ່ານມາ, ຕີລາຄາສູງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ-ສປປ ເກົາຫຼີ ຕະຫຼອດໄລຍະຜ່ານມາ, ຍິນດີສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອດັ່ງກ່າວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ມິດຕະພາບ, ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ./
20/03/2026 16:39:27
20/03/2026 12:52:57
17/03/2026 15:27:41
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
03/02/2025 08:56:07
26/02/2025 15:29:23


