ຄະນະພົວພັນຕ່າງປະເທດສູນກາງພັກ, ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາ ແລະ ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025
ເຜີຍແຜ່ໂດຍ: moderator ເວລາ: 20/03/2026 16:39:27 ຈຳນວນຢ້ຽມຊົມ 37 ຄັ້ງ ໃນວັນທີ 20 ມີນາ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ກຽດເປັນປະທານ ໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາຄະນະບໍລິຫານງານພັກ, ສະມາຊິກພັກທັງໝົດ ພາຍໃນ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ 62 ສະຫາຍ, ຍິງ 19 ສະຫາຍ.
ຄະນະພົວພັນຕ່າງປະເທດສູນກາງພັກ ມີທັງໝົດ 6 ໜ່ວຍພັກ, ໃນພິທີ ໄດ້ຜ່ານບົດສະຫຼຸບຜົນການກວດກາພັກ-ລັດປົກກະຕິ ແລະ ແຜນການຮັກສານາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025, ຫຼັງຈາກນັ້ນ ສະຫາຍ ວາລະໄຊ ເລັ່ງສະຫວັດ, ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະພັກ, ປະທານກວດກາພັກ, ຮອງຫົວໜ້າ ຄຕພ ໄດ້ໃຫ້ກຽດຜ່ານມະຕິຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025;
ໃນພິທີດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ແກ່ 5 ໜ່ວຍພັກ ພ້ອມທັງໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ ໂດຍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງ 05 ໜ່ວຍພັກ ທີ່ໄດ້ມີຄວາມພະຍາມ ແລະ ເຊີດຊູຄວາມຮັບຜິດຊອບສູງ ໃນການຮັກສານາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ເຊື່ອໝັ້ນວ່າ ບັນດາໜ່ວຍພັກດັ່ງກ່າວຈະສືບຕໍ່ນຳພາໜ່ວຍພັກຂອງຕົນໃຫ້ຮັກສານາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນປີຕໍ່ໄປ, ສຳລັບໜ່ວຍພັກ ທີ່ເປັນໜ່ວຍພັກແຂງໃນປີນີ້ ກໍ່ສາມາດບຸກບືນເພື່ອສ້າງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີ 2026, ໂດຍພາຍໃຕ້ການນຳພາ-ຊີ້ນຳ ຂອງສະຫາຍເລຂາໜ່ວຍພັກ ແລະ ການເຄື່ອນໄຫວຢ່າງຫ້າວຫັນດ້ວຍຄວາມຮັບຜິດຊອບສູງ ຂອງສະມາຊິກພາຍໃນໜ່ວຍ ຈົ່ງສືບຕໍ່ບົດບາດເປັນແບບຢ່າງນຳໜ້າພາທາງ, ມີສະຕິຕໍ່ການຈັດຕັ້ງຢືນຢູ່ແຖວໜ້າຂອງທຸກຂະບວນການ, ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກຄັ້ງທີ III ແລະ ພ້ອມກັນປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງເຂັ້ມງວດ.
20/03/2026 16:39:27
20/03/2026 12:52:57
17/03/2026 15:27:41
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
03/02/2025 08:56:07
26/02/2025 15:29:23
