ຄະນະພົວພັນຕ່າງປະເທດສູນກາງພັກ ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ແລະ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ
ເຜີຍແຜ່ໂດຍ: moderator ເວລາ: 20/03/2026 13:05:58 ຈຳນວນຢ້ຽມຊົມ 38 ຄັ້ງ ໃນວັນທີ 20 ມີນາ 2026, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ. ໂດຍການໃຫ້ກຽດເປັນປະທານ ແລະ ເຜີຍແຜ່ ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ພະນັກງານອາວຸໂສບຳນານ, ແລະ ພະນັກງານ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ເຜີຍແຜ່ ແລະ ຍົກໃຫ້ເຫັນເນື້ອໃນສຳຄັນບາງຕອນຂອງ ມະຕິ ຄື: ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາໂຄງການການເມືອງ ຂອງພັກ ສະບັບທີ 3 ຊຶ່ງເປັນເອກະສານສໍາຄັນ ທີ່ຊີ້ທາງເດີນໃຫ້ພັກ ແລະ ປວງຊົນລາວບັນດາເຜົ່າ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ຊຶ່ງເປັນລະບອບການເມືອງ ທີ່ໄດ້ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນນັ້ນ ໃຫ້ໜັກແໜ້ນເຂັ້ມແຂງຍິ່ງໆຂຶ້ນ, ໂຄງການການເມືອງ ສະບັບທີ 3 ໄດ້ວາງ 11 ແຜນນະໂຍບາຍໃຫຍ່ ຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຄື: ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໃຫ້ເປັນລະບົບ, ທັນສະໄໝ, ພັກເຮົາ ສືບຕໍ່ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ບັນດາຫຼັກການ ແລະ ທັດສະນະພື້ນຖານ ໃນການຍູ້ແຮງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກເຮົາ ຄື: 1. ການປ່ຽນແປງໃໝ່, ການສະແຫວງຫາສັດຈະທຳ ໃນການນໍາພາຂອງພັກ ແມ່ນພາລະກິດປະຕິວັດອັນເລິກເຊິ່ງເຖິງຖອງ ທີ່ຕ້ອງດໍາເນີນການຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ຍາວນານ. ພວກເຮົາ ຕ້ອງຍຶດໝັ້ນໃນອັນທີ່ພັກເຮົາຍຶດຖືເປັນຫຼັກການ, ທັງຕ້ອງປະດິດສ້າງ, ຕໍ່ຍອດໃຫ້ສູງຂຶ້ນ ແລະ ຫັນເຂົ້າສູ່ລວງເລິກກວ່າເກົ່າ, ຕັດສິນໃຈປະຕິບັດຢ່າງເດັດດ່ຽວໜຽວແໜ້ນ, 2. ເຊີດຊູນໍ້າໃຈຮັກຊາດອັນດູດດື່ມ, ມີສະຕິຊາດເອກະພາບອັນສູງສົ່ງ ແລະ ຮັກລະບອບໃໝ່ຢ່າງສຸດຊຶ້ງ, 3. ຕ້ອງຖືສໍາຄັນພັດທະນາຊັບພະຍາກອນມະນຸດ, ພູມປັນຍາ ຂອງຄົນໃນຊາດ, ຮັບປະກັນ ຄວາມສົມສ່ວນ ລະຫວ່າງ ການພັດທະນາເສດຖະກິດ ກັບ ການພັດທະນາວັດທະນະທຳ-ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ແລະ ລະຫວ່າງ ການພັດທະນາເສດຖະກິດ ກັບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, 4. ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ ທີ່ສັກສິດ ແລະ ສະເໝີພາບ ພາຍໃຕ້ການນໍາພາຂອງພັກ, 5. ເພີ່ມຄວາມສາມາດນໍາພາ ແລະ ກຳລັງແຮງສູ້ຮົບ ຂອງຄະນະພັກແຕ່ລະຂັ້ນ ໃນທຸກຂົງເຂດວຽກງານ, ສືບຕໍ່ສ້າງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນກຳລັງແຮງໃຫ້ແກ່ການຂັບເຄື່ອນການນໍາພາ-ຊີ້ນໍາ ຂອງຄະນະພັກໃນລະບົບການເມືອງຢູ່ແຕ່ລະຂັ້ນ, 6. ເພີ່ມທະວີການນໍາພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກ ຕໍ່ກໍາລັງປະກອບອາວຸດປະຕິວັດ, ການປະຕິບັດແນວທາງ, ນະໂຍບາຍການຕ່າງປະເທດທີ່ຄ່ອງແຄ້ວ, ມີໄຫວພິບ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ, ສ້າງເງື່ອນໄຂສະພາບແວດລ້ອມທີ່ສະດວກໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ບົນພື້ນຖານການຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ, ໄດ້ສະຫຼຸບຖອດຖອນບົດຮຽນ ແລະ ສືບຕໍ່ວາງຈຸດໝາຍ ເພື່ອນໍາພາພາລະກິດປະຕິວັດ ຮອດປີ 2055, ໃນນັ້ນ ໄດ້ວາງຍຸດທະສາດພັດທະນາ ໄລຍະ 10 ປີ (2026-2035) ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ມີພື້ນຖານອັນໜັກແໜ້ນ ສໍາລັບບາດກ້າວເດີນຕໍ່ໄປຂອງປະເທດຊາດ ແລະ ວຽກງານອື່ນໆ.
ໃນໂອກາດດັ່ງກ່າວ, ສະຫາຍ ຍັງໄດ້ຫວນຄືນມູນເຊື້ອວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ໂດຍໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍ, ຄວາມສໍາຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ, ເຊິ່ງນອກຈາກແມ່ນໜຶ່ງໃນບັ້ນຮົບທີ່ປະຊາຊົນລາວຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານ ຫາກຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍນໍາກັນ ລະຫວ່າງ ສອງຊາດລາວ-ຫວຽດນາມ ອ້າຍນ້ອງ ທີ່ເປັນແວ່ນແຍງອັນໃສແຈ້ງຂອງນໍ້າໃຈສູ້ຮົບພິລະອາດຫານ ແລະ ບໍ່ຍອມຈໍານົນຂອງກອງທັບ ແລະ ປະຊາຊົນຊາວເມືອງທ່າແຂກ ກໍ່ຄື ການບັນຊາທີ່ເດັດດ່ຽວໜຽວແໜ້ນຂອງ ຄະນະກອງບັນຊາການກໍາລັງປະກອບອາວຸດ ໂດຍແມ່ນ ປະທານ ສຸພານຸວົງ ເປັນຜູ້ນໍາໜ້າ, ເຊິ່ງມັນໄດ້ຝັງເລິກໃນດວງໃຈຂອງປະຊາຊົນລາວ ແລະ ຫວຽດນາມ ທີ່ຮັກຊາດຈົນເຖິງທຸກມື້ນີ້. ພ້ອມດຽວກັນນັ້ນ, ສະຫາຍ ຍັງຍົກໃຫ້ເຫັນເຖິງຂະບວນວິວັດແຫ່ງການກໍາເນີດຂອງ ພັກປະຊາຊົນປະຕິວັດລາວ ແລະ ຍົກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນຂອງພັກ ຕະຫຼອດໄລຍະ 71 ປີ ແຫ່ງການນໍາພາໃນແຕ່ລະໄລຍະ ນັບແຕ່ການຕໍ່ສູ້ປົດປ່ອຍປະເທດຊາດ, ການນໍາພາປົກປັກຮັກສາລະບອບໃໝ່ ແລະ ການສ້າງພື້ນຖານເສດຖະກິດ-ສັງຄົມ ຈົນເຖິງປັດຈຸບັນ, ເຊິ່ງເຫັນໄດ້ວ່າ ປະເທດຊາດໄດ້ຮັບການພັດທະນາ ແລະ ມີຜົນສໍາເລັດຢ່າງໃຫຍ່ຫຼວງ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ບົດບາດ ແລະ ອິດທິພົນຂອງ ສປປ ລາວ ໄດ້ຮັບການຍົກສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ.
20/03/2026 16:39:27
20/03/2026 12:52:57
17/03/2026 15:27:41
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
03/02/2025 08:56:07
26/02/2025 15:29:23
