ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊຸມທາງໄກກັບ ປະທານພັກເບລາຢາຣຸດສ໌
ເຜີຍແຜ່ໂດຍ: moderator ເວລາ: 20/03/2026 12:52:57 ຈຳນວນຢ້ຽມຊົມ 23 ຄັ້ງ ໂດຍປະຕິບັດຕາມການມອບໝາຍ ຈາກ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ໃນຕອນແລງ ຂອງວັນທີ 18 ມີນາ 2026, ທີ່ສໍານັກງານ ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ພົບປະຜ່ານກອງປະຊຸມທາງໄກກັບ ທ່ານ ນາງ ໂອນກາ ເຈໂມດານນົບວາ (Olga Chemdanova), ປະທານພັກເບລາຢາຣຸດສ໌ ໂດຍມີ ທ່ານ ອູລັດຊີມີຣ ບາຣາວິກູ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເບລາຣຸດຊີ ປະຈໍາ ສປປ ລາວ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ, ສສ.ຫວຽດນາມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.
ໃນການພົບປະດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີ ແລະ ເປັນກຽດຢ່າງສູງ ທີ່ໄດ້ພົບປະກັບ ທ່ານ ນາງ ໂອນກາ ເຈໂມດານນົບວາ, ປະທານພັກເບລາຢາຣຸດສ໌ ເຊິ່ງເປັນຄັ້ງທໍາອິດທີ່ ສອງພັກ ໄດ້ຈັດການພົບປະຜ່ານກອງປະຊຸມທາງໄກຮ່ວມກັນ ເພື່ອປຶກສາຫາລືກ່ຽວກັບ ການເສີມຂະຫຍາຍການພົວພັນຮ່ວມມືດ້ານພັກ, ທິດທາງແຜນການຮ່ວມມືໃນຕໍ່ໜ້າ ແລະ ບາງບັນຫາທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ພ້ອມດຽວກັນນັ້ນ, ທ່ານ ບຸນເຫຼືອ ພັນດານຸວົງ ກໍໄດ້ສະແດງຄວາມຂອບໃຈ ພັກເບລາຢາຣຸດສ໌ ທີ່ໄດ້ສົ່ງສານຊົມເຊີຍ ໃນໂອກາດວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 71 ປີ ໃນປີ 2026 ແລະ ໃນໂອກາດການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026. ພ້ອມນີ້, ຍັງໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ ບົດບາດການນໍາພາ ແລະ ການເຄື່ອນໄຫວອັນພົ້ນເດັ່ນທາງດ້ານການເມືອງຂອງ ພັກເບລາຢາຣຸດສ໌ ຢູ່ພາຍໃນ ເບລາຣຸດຊີ ຕະຫຼອດໄລຍະ 3 ປີຜ່ານມາ ແລະ ຜົນສໍາເລັດຂອງການດໍາເນີນກອງປະຊຸມສະພາແຫ່ງຊາດ ທົ່ວເບລາຣຸດຊີ ໃນເດືອນ ທັນວາ 2025 ທີ່ຜ່ານມາ ແລະ ໄດ້ແຈ້ງໃຫ້ ປະທານພັກເບລາຢາຣຸດສ໌ ຊາບກ່ຽວກັບ ພັກ ປປ ລາວ ໂດຍສັງເຂບ, ແນວທາງການຕ່າງປະເທດ, ສະພາບພົ້ນເດັ່ນທາງດ້ານການເມືອງ-ເສດຖະກິດ ຂອງ ສປປ ລາວ, ວຽກງານການທູດປະຊາຊົນ ກໍຄື ສະມາຄົມມິດຕະພາບ ຂອງສອງປະເທດ ແລະ ວຽກງານຊາວໜຸ່ມ. ໃນໂອກາດດັ່ງກ່າວນີ້, ຫົວໜ້າ ຄຕພ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ລັດຖະບານ ແລະ ປະຊາຊົນ ເບລາຣຸດຊີ ທີ່ມີຕໍ່ ປະຊາຊົນລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະດ້ານການສຶກສາ ກໍຄື ການສະໜັບສະໜູນ-ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີສາກົນ.
ທ່ານ ນາງ ໂອນກາ ເຈໂມດານນົບວາ ໄດ້ສະແດງຄວາມຍິນດີຕໍ່ການຈັດກອງປະຊຸມທາງໄກ ລະຫວ່າງ ສອງພັກ ໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ເນື່ອງໃນໂອກາດວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 71 ປີ ທີ່ພວມຫມູນວຽນມາເຖິງໃນມໍ່ໆນີ້ ແລະ ໄດ້ແຈ້ງໃຫ້ຝ່າຍລາວ ຊາບໂດຍຫຍໍ້ກ່ຽວກັບ ເຫດການທີ່ສໍາຄັນຢູ່ ສ.ເບລາຣຸດຊີ ກໍຄື ການດໍາເນີນກອງປະຊຸມສະພາແຫ່ງຊາດ ທົ່ວເບລາຣຸດຊີ ເຊິ່ງໄດ້ມີການຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບສົກປີ 2026-2030, ສະພາບລວມ ແລະ ພາລະບົດບາດຂອງ ພັກເບລາຢາຣຸດສ໌, ການພົບປະ ລະຫວ່າງ ການນໍາສູງສຸດຂອງ ລາວ-ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນ ຢູ່ ສ.ຣັດເຊຍ ໃນໄລຍະຜ່ານມາ ເຊິ່ງໄດ້ຢືນຢັນເຖິງ ສາຍພົວພັນມິດຕະພາບທີ່ມີມູນເຊື້ອ ລະຫວ່າງ ສອງປະເທດ ກໍຄື ລະຫວ່າງ ພັກ ປປ ລາວ ແລະ ພັກເບລາຢາຣຸດສ໌. ປະທານພັກເບລາຢາຣຸດສ໌ ຍັງໄດ້ຖືໂອກາດນີ້ເຊື້ອເຊີນ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 2 ໃນຫົວຂໍ້ “ອະທິປະໄຕຂອງລັດ ແລະ ຫຼັກການຂອງການພົວພັນສາກົນ ໃນສະພາບການຂອງໂລກຫຼາຍຂົ້ວ ແລະ ຄວາມຫຼາກຫຼາຍໃນ ສະຕະວັດທີ 21” ທີ່ຈະຈັດຂຶ້ນຢູ່ ສ.ເບລາຣຸດຊີ ໃນເດືອນ ພຶດສະພາ 2026.
ໃນຕອນທ້າຍຂອງກອງປະຊຸມ, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບ ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນນໍາກັນ ແລະ ພິຈາລະນາການລົງນາມໃນ ບົດບັນທຶກ ວ່າດ້ວຍການຮ່ວມມື ລະຫວ່າງ ສອງພັກ ເພື່ອເປັນບ່ອນອີງໃນການເສີມຂະຫຍາຍການຮ່ວມມື ແລະ ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ລາວ-ເບລາຣຸດຊີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໃນຕໍ່ໜ້າ.
20/03/2026 16:39:27
20/03/2026 12:52:57
17/03/2026 15:27:41
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
03/02/2025 08:56:07
26/02/2025 15:29:23

