ສະຫະພັນແມ່ຍິງຄະນະພົວພັນຕ່າງປະເທດສູນກາງພັກ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2025 ແລະ ວາງແຜນທິດທາງປີ 2026, ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116
ເຜີຍແຜ່ໂດຍ: moderator ເວລາ: 17/03/2026 15:27:41 ຈຳນວນຢ້ຽມຊົມ 18 ຄັ້ງ ໃນວັນທີ 13 ມີນາ 2026, ສະຫະພັນແມ່ຍິງຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2025 ແລະ ວາງແຜນທິດທາງປີ 2026, ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ. ໃຫ້ກຽດເປັນປະທານ ໂດຍ ສະຫາຍ ປອ ວາລະໄຊ ເລັ່ງສະຫວັດ, ກໍາມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ແລະ ສະຫາຍ ນາງ ສຸກສະຫວັນ ແກ້ວວິໄລວັນ, ປະທານສະຫະພັນແມ່ຍິງຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍຄະນະບໍລິຫານງານສະຫະພັນແມ່ຍິງ, ຕາງໜ້າສະຫະພັນກໍາມະບານ ແລະ ຊາວໜຸ່ມ, ພ້ອມດ້ວຍສະມາຊິກຂອງ ສາມອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ນາງ ສຸກສະຫວັນ ແກ້ວວິໄລວັນ, ປະທານສະຫະພັນແມ່ຍິງ ຄຕພ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ຂອງສະຫະພັນແມ່ຍິງ ຄຕພ ໄລຍະປີ 2025 ແລະ ທິດທາງແຜນການປີ 2026, ເຊິ່ງໄດ້ຕີລາຄາ ດ້ານດີ, ດ້ານຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ໃນການນໍາພາ-ຊີ້ນໍາໄລຍະໜຶ່ງປີຜ່ານມາ ແລະ ວາງແຜນການທິດທາງ ໃນຕໍ່ໜ້າ; ຈາກນັ້ນ, ກໍໄດ້ສືບຕໍ່ຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນທີ 08 ມີນາ ໃນພາລະກິດຕໍ່ສູ້ຕ້ານກັບການກົດຂີ່ຂູດຮີດ ຂອງຊົນຊັ້ນນາຍທຶນ, ທວງເອົາສິດຜົນປະໂຫຍດອັນເປັນທໍາມາສູ່ແມ່ຍິງ, ຍົກໃຫ້ເຫັນຄວາມສໍາຄັນ ແລະ ການເຄື່ອນໄຫວຂອງແມ່ຍິງໃນກອງປະຊຸມຕ່າງໆໃນລະດັບສາກົນ, ພາກພື້ນ ແລະ ອາຊຽນ, ນະໂຍບາຍ ແລະ ກົນໄກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນ ສປປ ລາວ, ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ.
ໃນໂອກາດດຽວກັນ, ສະຫາຍ ຍັງໄດ້ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ IX, ປະກອບມີ 09 ເປົ້າໝາຍ 31 ແຜນວຽກ ແລະ 144 ວຽກງານຈຸດສຸມ, ເຊິ່ງຜັນຂະຫຍາຍຈາກເປົ້າໝາຍ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຕິດພັນກັບການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງ ສະຫະພັນແມ່ຍິງ ແລະ ພັດທະນາບຸກຄະລາກອນເພດຍິງ, ສົ່ງເສີມດ້ານວິຊາການ, ຄຽງບ່າຄຽງໄລ່ກັບເພດຊາຍ ເພື່ອໃຫ້ບັນລຸຈຸດປະສົງ ພ້ອມກັນສ້າງສາພັດທະນາປະເທດຊາດ, ຄຽງຄູ່ກັບການຈັດຕັ້ງປະຕິບັດຄໍາຂວັນ 3 ດີ ຂອງສະຫະພັນແມ່ຍິງລາວ.
ໃນໂອກາດທີ່ມີຄວາມໝາຍສໍາຄັນ, ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ຈາກ ສະຫາຍ ປອ ວາລະໄຊ ເລັ່ງສະຫວັດ, ກໍາມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ຄຕພ, ເຊິ່ງສະຫາຍ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ນໍາເອົາເນື້ອໃນຈິດໃຈ ຂອງມະຕິກອງປະຊຸມສະຫະພັນແມ່ຍິງທົ່ວປະເທດ ຄັ້ງທີ IX ແລະ ມະຕິກອງປະຊຸມສະຫະພັນແມ່ຍິງ ຄຕພ ຄັ້ງທີ III, ໃນໄປຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງ ໃຫ້ໄດ້ຮັບຜົນດີຮອບດ້ານ, ເພື່ອໃຫ້ສົມກັບນາມມະຍົດແມ່ຍິງລາວຍຸກໃໝ່ເປັນກໍາລັງແຮງສືບທອດມູນເຊື້ອ ແລະ ອຸດົມການຂອງພັກ, ຮັກສາມູນເຊື້ອວັດທະນະທໍາອັນດີງານຂອງຊາດ.
ຕອນທ້າຍພິທີ ຍັງໄດ້ມອບໃບຢັ້ງຢືນການຮັກສານາມມະຍົດທຸງໄຊ 3 ດີ ສະໄໝທີ II, ເຊິ່ງເປັນກໍາລັງແຮງໃຈ ໃຫ້ແກ່ເອື້ອຍ-ນ້ອງແມ່ຍິງ ໃນການບຸກບຶນປະກອບສ່ວນເຮື່ອແຮງເຂົ້າໃນວຽກງານ ແລະ ຂະບວນການຂອງສະຫະພັນແມ່ຍິງລາວ. ພາຍຫຼັງສໍາເລັດ ກອງປະຊຸມ ເອື້ອຍ-ນ້ອງແມ່ຍິງໄດ້ຈັດກິດຈະກໍາແຂ່ງຂັນກິລາມິດຕະພາບ ແລະ ວາງຂາຍຜະລິດຕະພັນສິນຄ້າ, ເຄື່ອງອຸປະໂພກ ແລະ ບໍລິໂພກ ຂອງເອື້ອຍ-ນ້ອງແມ່ຍິງ ຄຕພ.
17/03/2026 15:27:41
06/03/2026 15:55:54
06/03/2026 15:52:13
24/02/2026 16:27:16
23/02/2026 10:32:09
20/02/2026 16:27:03
19/02/2026 16:07:32
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
03/02/2025 08:56:07
26/02/2025 15:29:23
