ຄະນະຜູ້ແທນສະມາຄົມມິດຕະພາບ ລາວ - ມຽນມາ ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງເນປີດໍ, ສສ.ມຽນມາ
ເຜີຍແຜ່ໂດຍ: moderator ເວລາ: 06/03/2026 15:52:13 ຈຳນວນຢ້ຽມຊົມ 25 ຄັ້ງ ໂດຍຕອບສະໜອງຕາມການເຊີນ ຂອງ ສະມາຄົມມິດຕະພາບມຽນມາ - ລາວ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ - ມຽນມາ ນຳໂດຍ ທ່ານ ຈັນທະວົງ ແສນອາມາດມົນຕີ, ຮອງປະທານກຳມາທິການການຕ່າງປະເທດ, ສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ - ມຽນມາ ພ້ອມດ້ວຍຄະນະ 08 ທ່ານ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງເນປີດໍ, ສສ.ມຽນມາ ແຕ່ວັນທີ 25/02/-01/03/2026.
ໃນວັນທີ 27 ກຸມພາ 2026, ສອງສະມາຄົມມິດຕະພາບໄດ້ຈັດກອງປະຊຸມພົບປະສອງຝ່າຍ ທີ່ນະຄອນຫຼວງເນປີດໍ, ສສ.ມຽນມາ ໂດຍການເປັນປະທານຮ່ວມ ຂອງ ທ່ານ ຈັນທະວົງ ແສນອາມາດມົນຕີ, ປະທານສະມາຄົມມິດຕະພາບ ລາວ - ມຽນມາ ແລະ ທ່ານ ພົນຈັດຕະວາ ວິນ ມອງ (Win Maung), ປະທານສະມາຄົມມິດຕະພາບ ມຽນມາ - ລາວ ແລະ ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ບຸນພຽງ ຈັນທະວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ.ມຽນມາ. ພ້ອມນີ້ ຍັງມີບັນດາທ່ານຄະນະຜູ້ແທນສະມາຄົມມິດຕະພາບ ລາວ - ມຽນມາ ແລະ ມຽນມາ - ລາວ, ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ສະຫຼຸບຕີລາຄາຜົນການພົວພັນຮ່ວມມືໃນໄລຍະປີ 2025 ຜ່ານມາ ແລະ ວາງທິດທາງແຜນ ການຕໍ່ໜ້າປະຈໍາປີ 2026 ຂອງສອງສະມາຄົມ ເພື່ອເຄື່ອນໄຫວຮ່ວມກັນຕາມພາລະບົດບາດ ແລະ ເຜີຍແຜ່ໃຫ້ປະຊາຊົນສອງຊາດ ລາວ - ມຽນມາ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ສະໜັບສະໜູນໃຫ້ມີການໄປມາຫາສູ່, ພົວພັນຮ່ວມມື, ສ້າງຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງກິດຈະກໍາຮ່ວມກັນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສສ.ມຽນມາ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ກ້າວເຂົ້າສູ່ລະດັບໃໝ່. ໃນໂອກາດຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງນີ້, ສະມາຄົມມິດຕະພາບ ລາວ - ມຽນມາ ແລະ ມຽນມາ - ລາວ ໄດ້ຮ່ວມກັນເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນການພົວພັນມິດຕະພາບ ແລະ ການຮ່ວມມື ໄລຍະ 05 ປີ (ແຕ່ປີ 2026-2030) ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດການພົວພັນຮ່ວມມື 2 ຝ່າຍໃນຕໍ່ໜ້າ.
ການໄປຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ - ມຽນມາ ໄດ້ຢ້ຽມຂໍ່ານັບ ທ່ານ U Than Swe, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ສສ.ມຽນມາ, ເຊິ່ງ ທ່ານ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ຂອງຄະນະຜູ້ແທນສະມາຄົມມິດຕະພາບ ລາວ - ມຽນມາ ໃນຄັ້ງນີ້ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ມຽນມາ ອັນເປັນການເປີດກວ້າງການພົວພັນຮ່ວມມືຊຸກຍູ້ການພົວພັນການທູດປະຊາຊົນ ທັງເປັນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມື ແລະ ສ້າງຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງຊາດລາວ ແລະ ມຽນມາ ໂດຍສະເພາະສອງສະມາຄົມມິດຕະພາບ ລາວ - ມຽນມາ ແລະ ມຽນມາ - ລາວ ໃຫ້ມີບາດກ້າວໃໝ່. ນອກນັ້ນຍັງໄດ້ແຈ້ງສະພາບການພັດທະນາອັນພົ້ນເດັ່ນ ຂອງ ສສ.ມຽນມາ ໃຫ້ຄະນະຜູ້ແທນຊາບ. ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການອໍານວຍຄວາມສະດວກ ໃຫ້ແກ່ຄະນະຜູ້ແທນສະມາຄົມມິດຕະພາບ ລາວ - ມຽນມາ, ທັງໄດ້ລາຍງານການເຄື່ອນ ໄຫວອັນພົ້ນເດັ່ນ ຂອງ ສະມາຄົມມິດຕະພາບ ລາວ - ມຽນມາ ແລະ ຍິນດີສືບຕໍ່ຮ່ວມກັບສະມາຄົມມິດຕະພາບ ມຽນມາ - ລາວ ເພື່ອເສີມຂະຍາຍສາຍພົວພັນມິດຕະພາບໃຫ້ນັນມື້ນັບດີຂື້ນ.
ນອກຈາກນີ້, ຄະນະຜູ້ແທນສະມາຄົມມິດຕະພາບ ມຽນມາ - ລາວ ຍັງໄດ້ຢ້ຽມຢາມ ສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທຳ ຈຳນວນໜຶ່ງ ຢູ່ ນະຄອນຢ່າງກຸ້ງ ແລະ ນະຄອນຫຼວງເນປີດໍ, ສສ.ມຽນມາ.
06/03/2026 15:55:54
06/03/2026 15:52:13
24/02/2026 16:27:16
23/02/2026 10:32:09
20/02/2026 16:27:03
19/02/2026 16:07:32
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
03/02/2025 08:56:07
16/03/2022 08:33:46
12/07/2023 14:43:30



