ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບເອກອັກຄະລັດຖະທູດ ອາແຊັກໄບຊານ
ເຜີຍແຜ່ໂດຍ: moderator ເວລາ: 19/02/2026 16:07:32 ຈຳນວນຢ້ຽມຊົມ 31 ຄັ້ງ ໃນຕອນເຊົ້າ ຂອງວັນທີ 18 ກຸມພາ 2026, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ວາລະໄຊ ເລັ່ງສະຫວັດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຊບກີ ເມດິຊາເດ (Shovgi Mehdazadé), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ປະຈໍາ ສປປ ລາວ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ, ສສ.ຫວຽດນາມ.
ໃນໂອກາດນີ້, ທ່ານ ວາລະໄຊ ເລັ່ງສະຫວັດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ການເດີນທາງມາເຄື່ອນໄຫວທີ່ ສປປ ລາວ ຂອງທ່ານ ໂຊບກີ ເມດິຊາເດ, ເຊິ່ງເປັນການປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ທີ່ມີມາແຕ່ຍາວນານ ລະຫວ່າງ ສປປ ລາວ ແລະ ສ.ອາແຊັກ ໄບຊານ ກໍຄື ລະຫວ່າງ ພັກ ປປ ລາວ ແລະ ພັກອາແຊັກໄບຊານໃໝ່ ໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງຍິ່ງຂຶ້ນ. ໃນການພົບປະ, ທ່ານຮອງຫົວໜ້າ ຄຕພ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ພັກ, ລັດ ແລະ ປະຊາຊົນອາແຊັກໄບຊານ ທີ່ມີຕໍ່ ສປປ ລາວ ຕັ້ງແຕ່ສະໄໝອະດີດ ກໍຄືໃນໄລຍະປັດຈຸບັນ; ສະແດງຄວາມຂອບໃຈຜ່ານທ່ານທູດ ໄປຍັງ ພະນະທ່ານ ຕາຄີຣ ບູດາກົບ, ຮອງປະທານພັກອາແຊັກໄບຊານໃໝ່ ທີ່ໄດ້ສົ່ງສານຊົມເຊີຍຜົນສໍາເລັດຂອງ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ. ພ້ອມດຽວກັນນີ້, ຍັງໄດ້ປຶກສາຫາລືຢ່າງກົງໄປກົງມາໃນຫຼາຍບັນຫາ ໂດຍສະເພາະ ແຜນການຮ່ວມມື ລະຫວ່າງ ສອງພັກກໍາອໍານາດ ກໍຄື ການກະກຽມໃຫ້ແກ່ການຢ້ຽມຢາມລາວຂອງ ຄະນະຜູ້ແທນຂັ້ນສູງຂອງ ພັກອາແຊັກໄບຊານໃໝ່, ບົດຮຽນການພັດທະນາເສດຖະກິດ-ສັງຄົມ ໂດຍຜ່ານການນໍາພາຂອງພັກ, ການໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ ກໍຄື ວຽກງານສະມາຄົມມິດຕະພາບ ແລະ ບັນດາທ່າແຮງທີ່ສອງຝ່າຍ ສາມາດຮ່ວມມືກັນໃນຕໍ່ໜ້າ, ເຊິ່ງຝ່າຍລາວ ຈະໄດ້ເຮັດວຽກຢ່າງຫ້າວຫັນຮ່ວມກັບ ສະຖານທູດອາແຊັກໄບຊານ ເພື່ອຊຸກຍູ້ການພົວພັນຮ່ວມມືໃຫ້ມີບາດກ້າວໃໝ່.
ທ່ານ ໂຊບກີ ເມດິຊາເດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ພົບປະກັບ ທ່ານຮອງຫົວໜ້າ ຄຕພ ໂດຍໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບ ການເຄື່ອນໄຫວຂອງທ່ານທູດ ໃນໄລຍະຢ້ຽມຢາມລາວ ເຊິ່ງໄດ້ພົບປະເຮັດວຽກກັບຫຼາຍພາກສ່ວນ, ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ ບັນດາອະດີດນັກສຶກສາລາວ ທີ່ຈົບຈາກ ສ.ອາແຊັກໄບຊານ ທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນໃນການໂຄສະນາເຜີຍແຜ່ກ່ຽວກັບ ສປປ ລາວ ແລະ ສ.ອາແຊັກໄບຊານ ໃຫ້ເປັນທີ່ຮູ້ຈັກ, ແຈ້ງໃຫ້ຊາບກ່ຽວກັບ ໂຄງການແລກປ່ຽນຄະນະຜູ້ແທນອະດີດນັກສຶກສາລາວ ທີ່ຈົບຈາກ ອາແຊັກໄບຊານ, ການມອບທຶນການສຶກສາ ຈໍານວນ 3 ທຶນໃຫ້ແກ່ ສປປ ລາວ ໃນປີ 2026 ນີ້. ພ້ອມດຽວກັນນີ້, ທ່ານທູດ ຍັງໄດ້ຍົກໃຫ້ເຫັນວ່າ ການນໍາຂອງອາແຊັກໄບຊານ ໄດ້ໃຫ້ຄວາມສໍາຄັນຕໍ່ການພົວພັນ ແລະ ຮ່ວມມືກັບ ສປປ ລາວ ທີ່ມີມູນເຊື້ອມາແຕ່ດົນນານ. ພ້ອມນີ້, ການນໍາພັກອາແຊັກໄບຊານໃໝ່ ກໍໄດ້ຕີລາຄາສູງຕໍ່ການພົວພັນກັບ ພັກ ປປ ລາວ, ຊຶ່ງໄດ້ແຈ້ງແຜນການຈະມາຢ້ຽມຢາມ ສປປ ລາວ ໃນລະຫວ່າງກາງປີ 2026. ທ່ານ ໂຊບກີ ເມດິຊາເດ ຍັງໄດ້ສະເໜີໃຫ້ມີການຮ່ວມມືດ້ານຂໍ້ມູນຂ່າວສານ, ວຽກງານ ປກສ ແລະ ຂົງເຂດອື່ນໆທີ່ 2 ຝ່າຍມີທ່າແຮງນໍາກັນ. ພ້ອມດຽວກັນນີ້, ຍັງໄດ້ເຊື້ອເຊີນພາກສ່ວນກ່ຽວຂ້ອງຂອງລາວ ເຂົ້າຮ່ວມກິດຈະກໍາຕ່າງໆ ທີ່ຈະຈັດຂຶ້ນທີ່ ອາແຊັກໄບຊານ ໃນປີ 2026.
ໃນຕອນທ້າຍ, ທ່ານ ວາລະໄຊ ເລັ່ງສະຫວັດ ໄດ້ອວຍພອນໃຫ້ ທ່ານ ໂຊບກີ ເມດິຊາເດ, ເອກອັກຄະລັດຖະທູດ ແຫ່ງ ສ.ອາແຊັກໄບຊານ ຈົງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ.
19/02/2026 16:07:32
19/02/2026 15:45:08
17/02/2026 11:33:08
13/02/2026 16:02:44
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
16/03/2022 08:33:46
12/07/2023 14:43:30
