ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງປະທານ ກິມ ເຈິງ ອິນ ຄົບຮອບ 84 ປີ (16/2/1942 - 16/2/2026).
ເຜີຍແຜ່ໂດຍ: moderator ເວລາ: 12/02/2026 14:56:28 ຈຳນວນຢ້ຽມຊົມ 30 ຄັ້ງ ໃນຕອນເຊົ້າວັນທີ 09 ກຸມພາ 2026, ທີ່ຫ້ອງວ່າການປົກຄອງແຂວງອຸດົມໄຊ, ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງປະທານ ກິມ ເຈິງ ອິນ ຄົບຮອບ 84 ປີ (16/2/1942 - 16/2/2026). ໃນພິທີດັ່ງກ່າວໄດ້ມີການວາງສະແດງຮູບພາບ, ສະແດງສິລະປະ (ລາວ ແລະ ສປປ ເກົາຫຼີ), ປື້ມ ແລະ ສາຍວີດີໂອ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີ ໃນໄລຍະທີ່ຜ່ານມາ ແລະ ປະຈຸບັນ. ກ່ອນເຂົ້າພິທີດັ່ງກ່າວ ຄະນະຜູ້ແທນຂອງ ສະມາຄົມມິດຕະພາບ ລາວ-ສປ ປ ເກົາຫຼີ ແລະ ສະ ຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນຄົງ ຫຼ້າຈຽມພອນ, ເລຂາພັກແຂວງອຸດົມໄຊ.
ການຈັດພິທີປາຖະກະຖາໃນຄັ້ງນີ້ ໃຫ້ກຽດເຂົ້າຮ່ວມມີ: ສະຫາຍ ປອ. ອາດສະພັງທອງ ສີພັນດອນ, ກໍາມະການສູນກາງພັກ, ເລຂາຄະນະພັກນະຄອນຫຼວງວຽງຈັນ, ປະທານສະມາຄົມມິດຕະພາບລາວ - ສປປ ເກົາຫຼີ; ສະຫາຍ ບຸນຄົງ ຫຼ້າຈຽມພອນ, ກໍາມະການສູນກາງພັກ, ເລຂາພັກແຂວງອຸດົມໄຊ; ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ແລະ ມີບັນດາສະຫາຍການນໍາພັກ-ລັດ, ຄະນະພະແນກ, ພະນັກງານ, ນາຍ ແລະ ພົນທະຫານ, ຕໍາຫຼວດ, ນັກຮຽນ-ນັກສຶກສາ ແລະ ແຂກທີ່ມາຈາກສູນກາງ, ແຂວງອຸດົມໄຊ ແລະ ພາກສ່ວນຕ່າງໆຈໍານວນ 500 ກວ່າສະຫາຍ ໄດ້ເຂົ້າຮ່ວມ.
ໃນພິທີປາຖະກະຖາອັນມີຄວາມໝາຍສໍາຄັນນີ້ ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ໃຫ້ກຽດຂຶ້ນກ່າວປາຖະກະຖາ ເຊິ່ງໄດ້ຍົກໃຫ້ເຫັນເຖິງບົດບາດການນໍາພາ ແລະ ຜົນ ງານ ຂອງປະທານ ກິມ ເຈິງ ອິນ, ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫຼີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ ກໍ່ຄືການພັດທະນາຂອງ ສປປ ເກົາຫຼີ ໃນປະຈຸບັນພາຍໃຕ້ການນໍາພາຂອງພັກແຮງງານ ເກົາຫຼີ ບົນເສັ້ນທາງສູ່ຈຸດໝາຍສັງຄົມນິຍົມ. ພ້ອມດຽວກັນນີ້, ກໍ່ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາ ຊົນສອງປະເທດ.
ພາຍຫຼັງສໍາເລັດພິທີດັ່ງກ່າວ, ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ກໍ່ໄດ້ມອບເງິນຊຸກຍູ້ການພັດທະນາແຂວງອຸດົມໄຊຈໍານວນ 100,000,000 ກີບ (ໜຶ່ງຮ້ອຍລ້ານກີບ) ເຊິ່ງມອບໂດຍ ສະຫາຍ ປອ. ອາດສະພັງທອງ ສີພັນດອນ, ກໍາມະການສູນກາງພັກ, ເລຂາຄະນະພັກນະຄອນຫຼວງວຽງຈັນ, ປະທານສະມາຄົມມິດຕະພາບລາວ - ສປປ ເກົາຫຼີ ແລະ ຮັບໂດຍສະຫາຍ ບຸນຄົງ ຫລ້າຈຽມພອນ, ກໍາມະການສູນກາງພັກ, ເລຂາພັກແຂວງອຸດົມໄຊ.
ນອກຈາກນີ້, ຄະນະຜູ້ແທນຂອງ ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ກໍ່ໄດ້ໄປຢ້ຽມຢາມແຫຼ່ງທ່ອງທ່ຽວນໍ້າກັດຢໍລະປາ ແຂວງອຸດົມໄຊ ອີກດ້ວຍ.
03/02/2026 20:54:42
03/02/2026 14:39:33
30/01/2026 15:44:29
30/01/2026 14:16:41
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
16/03/2022 08:33:46
12/07/2023 14:43:30



