ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າອວຍພອນ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 03/02/2026 20:54:42 ຈຳນວນຢ້ຽມຊົມ 44 ຄັ້ງ ເນື່ອງໃນໂອກາດ ວັນສ້າຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ (3/2/1930-3/2/2026); ໃນຕອນເຊົ້າຂອງວັນທີ 03 ກຸມພາ 2026, ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫາຍ ຫງວຽນ ມິງ ເຕີມ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັງການສະຖານທູດ.
ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ຕະຫຼອດໄລຍະ 96 ປີຜ່ານມາ, ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ, ເສດຖະກິດຂະຫຍາຍຕົວໃນລະດັບສູງຢ່າງຕໍ່ເນື່ອງ,ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກສູງຂຶ້ນເປັນກ້າວໆ ບົດບາດ ແລະ ອິດທິພົນຂອງ ພັກ, ລັດ ຫວຽດນາມ ນັບມື້ເພີ່ມທະວີ ແລະ ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ, ນັບມື້ກ້າວເຂົ້າສູ່ລວງເລິກ ໃນທຸກຂົງເຂດວຽກງານ-ຂະແໜງການ ແລະ ໄດ້ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ.
ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ຕາງໜ້າໃຫ້ ຄະນະພັກ, ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ອວຍພອນໄຊອັນປະເສີດ ແລະ ຝາກຄວາມສາມັກຄີຮັກແພງຖານສະຫາຍອ້າຍນ້ອງ ທີ່ສະໜິດສະໜົມ ມາຍັງ ສະຫາຍທູດ ພ້ອມດ້ວຍຄອບຄົວ ແລະ ພະນັກງານສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ທຸກຖ້ວນໜ້າ ໃນໂອກາດບຸນປີໃໝ່ປະເພນີຂອງປະຊາຊົນຫວຽດນາມ ທີ່ຈະໝູນວຽນມາເຖິງອີກບໍ່ເທົ່າໃດວັນຂ້າງໜ້ານີ້.
ໂອກາດດັ່ງກ່າວ, ສະຫາຍເອກອັກຄະລັດຖະທູດ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ບຸນເຫຼືອ ພັນດານຸງວົງ ທີ່ໄດ້ນຳພາຄະນະ ມາອວຍພອນໃນຄັ້ງນີ້, ຕີລາຄາສູງ ຕໍ່ການພົວພັນຮ່ວມມືພິເສດ ລາວ-ຫວຽດນາມ ທີ່ຫາກໍໄດ້ຍົກຂຶ້ນສູ່ລະດັບສູງໃໝ່ ເປັນຫຸ້ນສ່ວນຍຸດທະສາດ ແລະ ນັບມື້ເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ; ຊົມເຊີຍການປະ ສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ສະຖານທູດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງ ພັກ ປປ ລາວ ໃນການເປັນຂົວເຊື່ອມຕໍ່ ແລະ ການເປັນເສນາທິການໃຫ້ແກ່ສອງພັກ, ສອງລັດ ລາວ-ຫວຽດນາມ ໃນການເພີ່ມທະວີການພົວພັນຮ່ວມມືສອງຝ່າຍ, ໂດຍສະເພາະ ການປະກອບສ່ວນເຂົ້າໃນຜົນສໍາເລັດການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ສປປ ລາວ ໃນທ້າຍເດືອນຜ່ານມາ, ພ້ອມທັງໄດ້ເອກະພາບກັນໃນການສຸມໃສ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການຢ້ຽມຢາມລັດຖະກິດ ສປປ ລາວ ຂອງ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ໃນຕໍ່ໜ້ານີ້, ອັນໄດ້ເປັນປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ.
ສະຫາຍເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດຂອງປະຊາຊົນລາວ ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ ທີ່ຍາດມາໄດ້ໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະ ຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃນຜ່ານມາ; ຍິນດີສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບ ຄະນະພົວພັນຕ່າງປະເທດສູນກາງ ພັກ ປປ ລາວ ໃນການຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງຂອງ ການນໍາຂັ້ນສູງສອງພັກ, ສອງລັດ ລາວ-ຫວຽດນາມ ໃຫ້ບັນລຸຜົນຕາມຄາດໝາຍ ແລະ ມີປະສິດທິຜົນສູງ.
ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ນໍາເອົາໂທລະເລກອວຍພອນ ວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ ໃນນາມ ຄະນະບໍລິຫານງານສູນກາງພັກ ປປ ລາວ ສົ່ງເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ໂທລະເລກອວຍພອນຂອງຕົນ ສົ່ງເຖິງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໂດຍສົ່ງຜ່ານສະຫາຍທູດ ໃນໂອກາດດັ່ງກ່າວ./
03/02/2026 20:54:42
03/02/2026 14:39:33
30/01/2026 15:44:29
30/01/2026 14:16:41
29/01/2026 09:14:39
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
16/03/2022 08:33:46
12/07/2023 14:43:30
