ເອກອັກຄະລັດຖະທູດ ສປປ ເກົາຫຼີ ເຂົ້າຢ້ຽມຂໍ່ານັບ ສະຫາຍຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ
ເຜີຍແຜ່ໂດຍ: moderator ເວລາ: 30/01/2026 15:44:29 ຈຳນວນຢ້ຽມຊົມ 90 ຄັ້ງ ໃນວັນທີ 30 ມັງກອນ 2026, ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ, ກໍາມະການກົມການເມືອງ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ.
ໃນໂອກາດດັ່ງກ່າວ ສະຫາຍທູດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ແລະ ຊົມເຊີຍ ສະຫາຍ ວິໄລ ຫຼ້າຄໍາຟອງ ທີ່ໄດ້ຮັບເລືອກຕັ້ງເປັນ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ປປ ລາວ ລາວ ສະໄໝທີ XII, ເຊິ່ງເປັນການສະແດງໃຫ້ເຫັນເຖິງ ຄວາມໄວ້ເນື້ອເຊື່ອໃຈຈາກ ສູນກາງພັກ ແລະ ຜູ້ແທນກອງປະຊຸມໃຫຍ່.
ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຂອບໃຈ ສະຫາຍທູດ ທີ່ມາຊົມເຊີຍຕໍ່ ຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ກໍ່ຄື ຕໍ່ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ທີ່ໄດ້ຮັບເລືອກຕັ້ງ ໃນກອງປະຊຸມໃຫຍ່ຄັ້ງນີ້, ພ້ອມທັງໄດ້ແຈ້ງຜົນສໍາເລັດຂອງກອງປະຊຸມໃຫຍ່ດັ່ງກ່າວ ໃຫ້ສະຫາຍທູດຊາບ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ທີ່ໄດ້ສົ່ງໂທລະເລກອວຍພອນ ກອງປະຊຸມໃຫຍ່ ຄັ້ງທີ XII ແລະ ໂທລະ ເລກຊົມເຊີຍ ໃນນາມ ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ ເຖິງ ສະຫາຍ ທອງລຸນ ສີສຸລິດ ໃນໂອກາດທີ່ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ສະໄໝທີ XII.
ພ້ອມນັ້ນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ ຜົນສໍາເລັດການພົບປະ ລະຫວ່າງ ການນຳຂັ້ນສູງສຸດຂອງ ພັກ-ລັດ ສປປ ລາວ-ສປປ ເກົາຫຼີ ໃນທ້າຍປີ 2025 ຜ່ານມາ, ຍິນດີຮ່ວມກັນ ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການຈັດຕັ້ງຜັນຂະຫຍາຍຜົນສໍາເລັດການພົບປະດັ່ງກ່າວ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສປປ ລາວ-ສປປ ເກົາຫຼີ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ສປປ ລາວ-ສປປ ເກົາຫຼີ.
03/02/2026 20:54:42
03/02/2026 14:39:33
30/01/2026 15:44:29
30/01/2026 14:16:41
29/01/2026 09:14:39
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
16/03/2022 08:33:46
12/07/2023 14:43:30


