ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທ່ານທູດ ຕວັກກີ ເຂົ້າຢ້ຽມຂໍ່ານັບ
ເຜີຍແຜ່ໂດຍ: moderator ເວລາ: 16/01/2026 21:17:42 ຈຳນວນຢ້ຽມຊົມ 102 ຄັ້ງ ວັນທີ 16 ມັງກອນ 2026, ທີ່ ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນ. ໂອຢ່າ ຢ່າຊາຣ, ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ.ຕວັກກີ ປະຈໍາ ສປປ ລາວ.
ໃນໂອກາດນີ້, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ທ່ານທູດ ທີ່ຖືກແຕ່ງຕັ້ງມາປະຕິບັດໜ້າທີ່ຢູ່ ສປປ ລາວ, ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ. ຕວັກກີ ຕະຫຼອດໄລຍະຜ່ານມາ, ພ້ອມທັງສະແດງຄວາມຂອບໃຈຢ່າງສູງ ໂດຍຜ່ານ ທ່ານທູດ ໄປຍັງ ລັດຖະບານຕັວກກີ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຂົງເຂດວຽກງານຕ່າງໆ ໂດຍສະເພາະແມ່ນດ້ານການສຶກສາ, ການເສີມສ້າງຂີດຄວາມອາດສາມາດໃຫ້ແກ່ພະນັກງານ-ລັດຖະກອນຂອງລາວ ເພື່ອປະກອບສ່ວນຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ໃນປີ 2024 ທີ່ ສປປ ລາວ ເປັນເຈົ້າພາບ. ສອງຝ່າຍ ໄດ້ແລກປ່ຽນຄຳຄິດຄຳເຫັນນຳກັນ ກ່ຽວກັບ ການເສີມຂະຫຍາຍດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາ-ຫາສູ່ເຊິ່ງກັນ ແລະ ກັນ ຂອງປະຊາຊົນທັງສອງຊາດ, ໄດ້ສະແດງຄວາມຂອບໃຈຕໍ່ການໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີຫຼາຍຝ່າຍ. ພ້ອມດຽວກັນນີ້, ທ່ານ ບຸນເຫຼືອ ພັນດານຸວົງ ຍັງໄດ້ສະເໜີໃຫ້ ທ່ານທູດ ຊ່ວຍຊຸກຍູ້ໃນການດຶງດູດນັກລົງທຶນຈາກ ຕວັກກີ ມາດຳເນີນທຸລະກິດຢູ່ລາວໃຫ້ຫຼາຍຂຶ້ນ.
ທ່ານ ນາງ ໂອຢ່າ ຢ່າຊາຣ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ, ຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ການສ້າງສາພັດທະນາປະເທດຕະຫຼອດໄລຍະ 50 ປີ ທີ່ຜ່ານມາ, ພ້ອມທັງຊົມເຊີຍ ທ່ານ ບຸນເຫຼືອ ພັນດານຸວົງ ທີ່ໄດ້ຮັບການເລືອກຕັ້ງເປັນກໍາມະການສູນກາງພັກສະໄໝທີ XII. ພ້ອມດຽວກັນນັ້ນ, ທ່ານທູດ ໄດ້ຢືນຢັນວ່າ ຈະຕັ້ງໜ້າເຄື່ອນໄຫວພົວພັນຮ່ວມມືກັບພາກສ່ວນຕ່າງໆຂອງຝ່າຍລາວ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນ ລະຫວ່າງ ສປປ ລາວ ແລະ ສ. ຕວັກກີ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.
ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະທ່ານທູດມາປະຕິບັດໜ້າທີ່ຢູ່ ສປປ ລາວ ຈະມີການຮ່ວມມືກັນຢ່າງໃກ້ຊິດກັບຂະແໜງການຕ່າງໆຂອງຝ່າຍລາວ ເພື່ອສົ່ງເສີມການພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ກວ້າງຂວາງ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.
ໃນຕອນທ້າຍ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ອວຍພອນໃຫ້ ທ່ານ ນາງ ໂອຢ່າ ຢ່າຊາຣ ຈົງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດສູງສົ່ງຂອງຕົນ ຢູ່ ສປປ ລາວ.
ສປປ ລາວ ແລະ ສ. ຕວັກກີ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ນັບຕັ້ງແຕ່ ວັນທີ 26 ມິຖຸນາ 1958.
19/01/2026 08:28:49
16/01/2026 21:17:42
16/01/2026 21:00:02
15/01/2026 10:54:57
14/01/2026 19:15:11
13/01/2026 19:14:13
13/01/2026 16:22:21
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
16/03/2022 08:33:46
12/07/2023 14:43:30
