ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ເອກອັກຄະລັດຖະທູດ ສ.ອາເມຣິກາ ເຂົ້າຢ້ຽມອໍາລາ
ເຜີຍແຜ່ໂດຍ: moderator ເວລາ: 16/01/2026 21:00:02 ຈຳນວນຢ້ຽມຊົມ 70 ຄັ້ງ ໃນຕອນບ່າຍວັນທີ 16 ມັງກອນ 2026, ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີ ລາຄາສູງ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍໄດ້ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການຊຸກຍູ້ ແລະ ສົ່ງເສີມການຮ່ວມມື ລະຫວ່າງ ສອງປະເທດ ລາວ-ອາເມຣິກາ ໃນຫຼາຍດ້ານ ເປັນຕົ້ນ ແມ່ນ ການຊຸກຍູ້ການແລກປ່ຽນການຢ້ຽມຢາມ ລະຫວ່າງ ຄະນະຜູ້ແທນຂອງ ສ ອາເມລິກາ ແລະ ສປປ ລາວ ໃນຫລາຍ ລະດັບ ແລະ ຫລາຍຂະແໜງການ, ລວມທັງການຈັດຕັ້ງປະຕິບັດໂຄງການຮ່ວມມືຕ່າງໆ ເຊັ່ນ: ວຽກງານປາບປາມຢາ ເສບຕິດ ແລະ ການບັງຄັບໃຊ້ກົດໝາຍ, ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ການຮ່ວມມືດ້ານເສດຖະກິດ- ການຄ້າ, ການສຶກສາ, ສາທາລະນະສຸກ, ໂພຊະນາການ, ວັດທະນະທຳ ແລະ ອື່ນໆ, ພິເສດ ແມ່ນໄດ້ປະກອບສ່ວນເຂົ້າ ໃນການສະເຫລີມສະຫລອງ ຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ອາເມຣິກາ ແລະ ການຮ່ວມມືກັນໃນໂຄງການຂຸດຄົ້ນກະດູກ ແລະ ສິ່ງເສດເຫລືອຂອງທະຫານ ອາເມຣິກາ ທີ່ຫາຍສາບສູນໃນ ປາງສົງຄາມຢູ່ລາວ (MIA) ຄົບຮອບ 40 ປີ ໃນປີ 2025 ຜ່ານມາ.
ທ່ານ ນາງ ແຮັດເຕີ ວາເຣຍອາວາ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບຸນເຫຼືອ ພັນດານຸວົງ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ ແລະ ຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ເອົາໃຈໃສ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ໃນໄລຍະການ ປະຕິບັດໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ແລະ ສະແດງຄວາມຫວັງວ່າລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ການ ຮ່ວມມືແກ່ ທ່ານ ເອກອັກຄະລັດຖະທູດ ອາເມຣິກາ ຄົນໃໝ່ ທີ່ຈະມາຮັບໜ້າທີ່ຕໍ່ຈາກຕົນ ເພື່ອພ້ອມກັນສືບຕໍ່ຊຸກຍູ້, ສົ່ງເສີມສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ສືບຕໍ່ໄດ້ຮັບການຂະຫຍາຍຕົວ ແລະ ເປັນຮູບປະທຳຍິ່ງໆຂຶ້ນ.
ໃນຕອນທ້າຍ, ທ່ານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນໃຫ້ ທ່ານທູດ ຈົ່ງມີສຸຂະພາບ ເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານໃໝ່ໃຫຍ່ຫຼວງກວ່າເກົ່າ ແລະ ເດີນທາງກັບຄືນປະເທດດ້ວຍຄວາມ ສະຫວັດດີພາບ.
19/01/2026 08:28:49
16/01/2026 21:17:42
16/01/2026 21:00:02
15/01/2026 10:54:57
14/01/2026 19:15:11
13/01/2026 19:14:13
13/01/2026 16:22:21
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
16/03/2022 08:33:46
12/07/2023 14:43:30
