ຫົວໜ້າຄະນະພົວພັນຕ່າງປະເທດ ຂອງສອງພັກ ລາວ-ຈີນ ພົບປະ ແລະ ລົງນາມ ແຜນການຮ່ວມມືສອງພັກ
ເຜີຍແຜ່ໂດຍ: moderator ເວລາ: 15/01/2026 10:54:57 ຈຳນວນຢ້ຽມຊົມ 133 ຄັ້ງ ໂດຍປະຕິບັດຕາມ ສັນຍາຮ່ວມມື ລະຫວ່າງ 2 ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ສະບັບປີ 2023-2027, ໃນວັນທີ 13 ມັງກອນ 2026 ທີ່ ສໍານັກງານ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍ ຫຼິວ ຫາຍຊິງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ, ຜູ້ຕາງໜ້າພິເສດ ຂອງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ພັກກອມມູນິດຈີນ ມາຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ.
ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການຮ່ວມມື ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກ ໃນການເຮັດບົດບາດເປັນເສນາທິການ ໃນການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນການຮ່ວມມື 2 ພັກ ໄລຍະສົກປີ 2021-2025 ແລະ ສະແດງຄວາມເປັນເອກະພາບກັນ ສືບຕໍ່ຮ່ວມມືກັນໃນການເປັນໃຈກາງຊຸກຍູ້ການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ກໍຄື ການຈັດຕັ້ງປະຕິບັດຄໍາເຫັນຊີ້ນໍາ ແລະ ການຕົກລົງ ລະຫວ່າງ ການນໍາສູງສຸດ ສອງພັກ, ສອງລັດ ລາວ-ຈີນ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ.
ໃນໂອກາດພົບປະຄັ້ງນີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ຕາງໜ້າໃຫ້ ພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ຫຼິວ ຫາຍຊິງ ໄດ້ຕາງໜ້າໃຫ້ ພັກກອມມູນິດຈີນ ຮ່ວມລົງນາມ ແຜນການຮ່ວມມືລະຫວ່າງສອງພັກ ສະບັບ ໃໝ່ ໄຍລະປີ 2026-2030, ເຊິ່ງແຜນການຮ່ວມມືດັ່ງກ່າວ ໄດ້ເປັນບ່ອນອີງສໍາຄັນໃນການພົວພົວພັນຮ່ວມມື ລະຫວ່າງ 2 ສູນກາງພັກ, ບັນດາອົງການອ້ອມຂ້າງສູນກາງພັກ ແລະ ການຮ່ວມມືບໍາລຸງສ້າງພະນັກງານ ລະຫວ່າງ ສອງພັກ ລາວ-ຈີນ ໃນໄລຍະ 5 ປີຕໍ່ໜ້າ.
19/01/2026 08:28:49
16/01/2026 21:17:42
16/01/2026 21:00:02
15/01/2026 10:54:57
14/01/2026 19:15:11
13/01/2026 19:14:13
13/01/2026 16:22:21
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
16/03/2022 08:33:46
12/07/2023 14:43:30
