ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຕ້ອນຮັບການຢ້ຽມຂໍ່ານັບຂອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.
ເຜີຍແຜ່ໂດຍ: moderator ເວລາ: 14/01/2026 19:15:11 ຈຳນວນຢ້ຽມຊົມ 120 ຄັ້ງ ໃນຕອນເຊົ້າວັນທີ 14 ມັງກອນ 2026, ທີ່ສໍານັກງານສູນກາງພັກ, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ, ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນ ທາງມາເຮັດວຽກຢູ່ ສປປ ລາວ. ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ, ໄດ້ຕີລາຄາສູງຕໍ່ການມາເຄື່ອນໄຫວເຮັດວຽກຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ພ້ອມດ້ວຍຄະນະ ໃນຄັ້ງນີ້; ສະແດງຄວາມປິຕິຊົມຊື່ນ ແລະ ຂອບໃຈເປັນຢ່າງຍິ່ງ ຕໍ່ຄໍາຊົມເຊີຍຈາກ ບັນດາສະຫາຍການນໍາຂັ້ນສູງຂອງ ສສ ຫວຽດນາມ ໂດຍສະເພາະແມ່ນຄຳຢື້ຢາມຖາມຂ່າວອັນອົບອຸ່ນ ທີ່ເຕັມໄປດ້ວຍນໍ້າໃຈໄມຕີຈິດ ຄວາມຮັກແພງຂອງ ສະຫາຍຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພາຍຫຼັງທີ່ໄດ້ຮັບການມອບໝາຍໜ້າທີ່ໃໝ່ເປັນ ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII, ພ້ອມນັ້ນກໍ່ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”, ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງນີ້ ເປັນເຫດການປະຫວັດສາດທາງດ້ານການເມືອງ-ສັງຄົມ ອັນສໍາຄັນຍິ່ງ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນຂີດໝາຍບາດກ້າວພັດທະນາໃໝ່ຂອງພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ. ຕີລາຄາສູງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເຮັດໃຫ້ການພົວພັນ ລາວ-ຫວຽດ ນາມ ເລິກເຊິ່ງຂຶ້ນສູ່ລະດັບໃໝ່ກວ່າເກົ່າ, ການພົວພັນທາງດ້ານການເມືອງມີຄວາມສະໜິດແໜ້ນ ແລະ ໄວ້ວາງໃຈກັນໃນລະດັບສູງ ສະແດງອອກຜົນສໍາເລັດຂອງ ການແລກປ່ຽນຄະນະຜູ້ແທນຂັ້ນສູງ ພັກ, ລັດ ສອງປະເທດ ໃນໄລຍະຜ່ານມາ ແລະ ການພົວພັນຮ່ວມມືໃນຂົງເຂດຕ່າງໆນັບມື້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ; ຢືນຢັນວ່າ ເຖິງສະພາບການສາກົນ, ພາກພື້ນ ຈະຜັນແປໄປແນວໃດກໍຕາມ ແຕ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ຮ່ວມກັບ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນ, ຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ, ໂດຍສະເພາະ ໃນຕໍ່ໜ້ານີ້ ຈະໄດ້ຮ່ວມກັນຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນສູງຂອງສອງພັກ, ສອງລັດ ໃຫ້ເປັນຮູບປະທໍາ ແລະ ປະກົດຜົນເປັນຈິງຂຶ້ນເລື້ອຍໆ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.
ໂອກາດນີ້, ສະຫາຍ ຫງວຽນແມ້ງເກືອງ, ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ; ຊົມເຊີຍ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ທີ່ໄດ້ເລືອກຕັ້ງເປັນ ກໍາມະການກົມການເມືອງ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ນໍາເອົາຄວາມຢື້ຢາມຖາມຂ່າວ, ຄໍາຊົມເຊີຍຈາກ ສະຫາຍ ເຈີນ ເກີ້ມ ຕູ້, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ມາຍັງ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ. ສະຫາຍ ຫງວຽນແມ້ງເກືອງ ຍັງໄດ້ລາຍງານກ່ຽວກັບ ການພົບປະເຮັດວຽກກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງຂອງລາວ ເຊິ່ງສອງຝ່າຍໄດ້ປຶກສາຫາລືຫຼາຍບັນຫາສໍາຄັນ ເພື່ອປະສານສົມທົບກັນໃນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາຂັ້ນສູງ ພັກ, ລັດ ໂດຍສະເພາະກະກຽມໃຫ້ແກ່ການເຄື່ອນໄຫວຢ້ຽມຢາມຂອງການນໍາຂັ້ນສູງໃນຕໍ່ໜ້າ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ; ພ້ອມກັນນັ້ນ ກໍ່ແຈ້ງໃຫ້ຊາບກ່ຽວກັບວຽກງານກະກຽມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ, ຄາດວ່າຈະໄດ້ໄຂຂຶ້ນໃນວັນທີ 19 – 25 ມັງກອນ 2026 ເຊິ່ງມາເຖິງປະຈຸບັນ ວຽກງານກະກຽມດ້ານຕ່າງໆແມ່ນມີຄວາມພ້ອມໃນການໄຂກອງປະຊຸມ.
ໃນວັນດຽວກັນ, ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກໍ່ໄດ້ພົບປະກັບ ສະຫາຍ ຫງວຽນແມ້ງເກືອງ ພ້ອມດ້ວຍຄະນະ ແລະ ສະຫາຍ ວາລະໄຊ ເລັ່ງສະຫວັດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ອົງການກ່ຽວຂ້ອງຂອງລາວ ພົບປະເຮັດວຽກກັບຄະນະດັ່ງກ່າວ ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງການນໍາຂັ້ນສູງ ພັກ, ລັດ ລາວ-ຫວຽດນາມ ກໍຄື ຂໍ້ຕົກລົງການຮ່ວມມື ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະພັກ ກະຊວງການຕ່າງປະເທດຫວຽດນາມ ໃນຕໍ່ໜ້າ./
19/01/2026 08:28:49
16/01/2026 21:17:42
16/01/2026 21:00:02
15/01/2026 10:54:57
14/01/2026 19:15:11
13/01/2026 19:14:13
13/01/2026 16:22:21
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
16/03/2022 08:33:46
12/07/2023 14:43:30

