ຜູ້ຕາງໜ້າພິເສດ ຂອງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ພັກກອມມູນິດຈີນ ມາຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 13/01/2026 19:14:13 ຈຳນວນຢ້ຽມຊົມ 105 ຄັ້ງ ໃນຕອນເຊົ້າວັນທີ 13 ມັງກອນ 2026, ທີ່ ສຳນັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຫຼິວ ຮາຍຊິງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໃນຖານະຜູ້ຕາງໜ້າພິເສດ ຂອງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ພັກກອມມູນິດຈີນ ພ້ອມຄະນະ ເພື່ອມາຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ. ໃນໂອກາດດັ່ງກ່າວນີ້, ສະຫາຍ ຫຼິວ ຮາຍຊິງ ໄດ້ມອບສານຊົມເຊີຍສະບັບຕົ້ນ ຈາກ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດນິດຈີນ ໃຫ້ ສະຫາຍ ທອງລຸນ ສີສຸລິດ; ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ແລະ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຈາກສູນກາງພັກ ແລະ ຜູ້ແທນກອງປະຊຸມໃຫ່ຍ ແລະ ຢືນຢັນວ່າ ຝ່າຍຈີນ ຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຂອງລາວ ເອົາໃຈໃສ່ຈັດຕັ້ງປະຕິບັດການຕົກລົງ ລະຫວ່າງ ການນໍາສູງສຸດສອງພັກ, ສອງລັດ ລາວ-ຈີນ, ຈີນ-ລາວ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຂອງສອງປະເທດ.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ໂດຍຜ່ານ ສະຫາຍ ຫຼິວ ຮາຍຊິງ ໄປຍັງ ຄະນະກຳມະການສູນກາງພັກກອມມູນິດຈີນ ກໍຄື ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ທີ່ໄດ້ແຕ່ງຕັ້ງ ຜູ້ຕາງໜ້າພິເສດ ມາຊົມເຊີຍຜົນກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ໃນຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນ ແລະ ຄວາມເອົາໃຈໃສ່ ຂອງ ພັກກອມມູນິດຈີນ ແລະ ປະຊາຊົນຈີນ ທີ່ມີຕໍ່ ພັກ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືຕໍ່ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄື ການສ້າງຄູ່ຮວ່ມຊາຕາກຳ ລາວ-ຈີນ, ຈີນ-ລາວ. ພ້ອມດຽວກັນນີ້, ກໍ່ສະແດງຄວາມຂອບໃຈຕໍ່ ສະຫາຍ ຫຼິວ ຮາຍຊິງ ແລະ ຕີລາຄາສູງຕໍ່ ສານຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ຂອງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ພັກກອມມູນິິດຈີນ; ໄດ້ແຈ້ງຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ໂດຍຫຍໍ້ ໃຫ້ຄະນະຊາບ ແລະ ຂອບໃຈ ພັກກອມມູນິດຈີນ ທີ່ໃຫ້ການສະໜັບສະ ໜູນ ແລະ ຊ່ວຍເຫຼືອ ພັກ ປປ ລາວ ມາໂດຍຕະຫຼອດ ໂດຍສະເພາະໃນໄລຍະການກະກຽມ ກອງປະຊຸມໃຫຍ່ຂອງພັກ ໃນຄັ້ງນີ້; ຍິນດີສືບຕໍ່ຮ່ວມກັບ ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເພີ່ມທະວີການນໍາພາຊີ້ນໍາທາງດ້ານການເມືອງ ແລະ ຍຸດທະສາດ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ເພື່ອເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ລົງເລິກຊຸກຍູ້ຮ່ວມມືຢ່າງຮອບດ້ານ, ຊຸກຍູ້ພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມ ແລະ ພ້ອມກັນຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຂອງພາກພື້ນ ແລະ ໃນໂລກ. ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງ ຕໍ່ 2 ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ທີ່ໄດ້ຕາງໜ້າໃຫ້ສອງພັກ ລົງນາມ “ແຜນການຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຈີນ ໄລຍະປີ 2026-2030” ໃນໂອກາດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ຊົມເຊີຍ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດ ຄໍາເຫັນສໍາຄັນທີ່ເຫັນດີເປັນເອກະພາບກັນ ລະຫວ່າງ ການນໍາສູງສຸດ ສອງພັກ, ສອງລັດ ລາວ-ຈີນ, ຈີນ-ລາວ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ.
13/01/2026 19:14:13
13/01/2026 16:22:21
12/01/2026 09:45:29
09/01/2026 22:23:24
09/01/2026 22:11:08
09/01/2026 09:17:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
12/07/2023 14:43:30
