ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດຝຣັ່ງ ຄົນໃໝ່ ປະຈໍາ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 17/12/2025 15:59:59 ຈຳນວນຢ້ຽມຊົມ 30 ຄັ້ງ ໃນວັນທີ 17 ທັນວາ 2025, ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເບ່ເນ່ດິກ ເດ່ຊັອງ (Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ໃນໂອກາດນີ້, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ນາງ ເບ່ເນ່ດິກ ເດ່ຊັອງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ຝຣັ່ງ ຄົນໃໝ່ ປະຈໍາ ສປປ ລາວ; ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຝຣັ່ງຕະຫຼອດໄລຍະ 72 ປີ ຜ່ານມາ ກໍຄື ປະຈຸບັນ ແລະ ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນຝຣັ່ງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອເຂົ້າໃນການສ້າງສາພັດທະນາ ສປປ ລາວ ໄລຍະຜ່ານມາ, ໂດຍສະເພາະແມ່ນ ການຊຸກຍູ້ໃຫ້ວັດຖຸ ແລະ ສະຖານທີ່ສໍາຄັນທາງປະຫວັດສາດ ຂອງ ສປປ ລາວ ເຂົ້າເປັນມໍລະດົກໂລກ ທີ່ຜ່ານມາ. ພ້ອມນັ້ນ, ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງ ທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ໂດຍສະເພາະການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນຕ່າງໆ, ລວມທັງການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ ເພື່ອເປັນພື້ນຖານໃຫ້ແກ່ການເສີມຂະຫຍາຍການຮ່ວມມື ດ້ານການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆ ທີ່ມີທ່າແຮງ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາສັນຍາການຮ່ວມມືທີ່ສອງຝ່າຍໄດ້ຮ່ວມກັນລົງນາມຜ່ານມາ ໃຫ້ປະກົດຜົນເປັນຈິງ.
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານຫົວໜ້າ ຄຕພ ທີ່ໄດ້ໃຫ້ການຕ້ອນຢ່າງອົບອຸ່ນ, ພ້ອມທັງຕີລາສູງການພົວພັນຮ່ວມມືລະຫວ່າງສອງປະເທດ ຝຣັ່ງ ແລະ ລາວ ເຊິ່ງກວມເອົາຫຼາຍຂົງເຂດວຽກງານດັ່ງກ່າວ ແລະ ໄດ້ຢືນຢັນວ່າ ໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຕົນເອງຈະພະຍາຍາມຢ່າງສຸດຄວາມສາມາດໃນການເປັນຂົວຕໍ່ປະສານສົມທົບ ລະຫວ່າງ ພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງ ຝຣັ່ງ ແລະ ລາວ ເພື່ອສືບຕໍ່ປະກອບສ່ວນຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ໃຫ້ມີບາດກ້າວໃຫມ່ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໄປ.
ໃນຕອນທ້າຍ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດສູງສົ່ງຂອງຕົນ ຢູ່ ສປປ ລາວ.
17/12/2025 15:59:59
11/12/2025 15:35:43
10/12/2025 08:11:44
05/12/2025 11:16:48
04/12/2025 15:32:18
03/12/2025 16:09:31
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
12/07/2023 14:43:30
