ຄະນະຜູ້ແທນ ຄະນະສັນຕິພາບ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 10/12/2025 08:11:44 ຈຳນວນຢ້ຽມຊົມ 38 ຄັ້ງ ໂດຍຕອບສະໜອງຕາມຄຳເຊີນຂອງຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ, ຄະນະຜູ້ແທນຄະນະສັນ ຕິພາບ ຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ, ອາດີດກໍາມະການສູນກາງພັກ, ອາດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 8-11 ທັນວາ 2025.
ໃນວັນທີ 9 ທັນວາ 2025, ຄະນະຜູ້ແທນສັນຕິພາບ ຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງສູນກາງພັກພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະ ເທດ. ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວຂອງຄະນະຜູ້ແທນຄະນະສັນຕິພາບ ຫວຽດນາມ ຖືເປັນການປະກອບສໍາຄັນສ່ວນເຂົ້າ ໃນການ ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນ ລາວ-ຫວຽດນາມ. ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດ ຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ - ຫວຽດນາມ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍທັງທາງກ້ວາງ ແລະ ລວງເລິກ ແລະ ນໍາເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ພ້ອມນັ້ນ, ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ຄະນະສັນຕິ ພາບສອງຝ່າຍ ທີ່ມີກົນໄກການພົວພັນຮ່ວມມື, ປະສານງານ, ຖອດຖອນບົດຮຽນນຳກັນ, ແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນທັດສະນະ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນ ໃນເວທີພາກພື້ນ ແລະ ສາກົນ, ເຊິ່່ງເປັນການປະ ກອບສ່ວນສ້າງສະພາບແວດລ້ອມໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ໃນພາກພື້ນ ແລະ ສາກົນ. ສ່ວນ ສະຫາຍ ອວງຈູລຶວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ແຈ້ງໃຫ້ຊາບຈຸດປະສົງຂອງ ການມາຢ້ຽມຢາມ ສປປ ລາວ ແລະ ການເຄື່ອນໄຫວໂດຍຫຍໍ້ ຂອງ ຄະນະສັນຕິພາບ ຫວຽດນາມ.
ໃນວັນດຽວກັນ ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ຄະນະສັນຕິພາບຫວຽດນາມ. ຝ່າຍລາວ ນຳໂດຍ ສະຫາຍ ສົມມາດ ພົລເສນາ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແລະ ຝ່າຍ ຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ, ອະດີດກໍາມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ຫວຽດນາມ. ໃນກອງປະຊຸມ, ສອງຝ່າຍ ໄດ້ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະປະເທດໃຫ້ກັນຊາບ, ປຶກສາຫາລື, ແລກປ່ຽນບົດຮຽນ, ປະສົບການໃນການເຄື່ອນໄຫວວຽກງານສັນຕິພາບ ພ້ອມທັງແລກປ່ຽນຂໍ້ມູນ ແລະ ທັດສະນະ ກ່ຽວກັບສະພາບການພົ້ນເດັ່ນຂອງພາກພື້ນ ແລະ ຂອງໂລກ ທີ່ສອງຝ່າຍສົນໃຈ ເຮັດໃຫ້ການພົບປະມີເນື້ອໃນອຸດົມ ສົມບູນ ແລະ ມີບັນຍາກາດ.
ນອກນັ້ນ, ຄະນະຜູ້ແທນສັນຕິພາບ ຫວຽດນາມ ຍັງໄດ້ຢ້ຽມຢາມ ແລະ ພົບປະກັບການນໍາແຂວງວຽງຈັນ, ຊົມສະຖານທີ່ທ່ອງທ່ຽວທາງທຳມະຊາດ, ວັດທະນາທຳ, ປະຫັວດສາດ ແລະ ເຂດເສດຖະກິດ ໃນນະຄອນຫຼວງ ວຽງຈັນ ແລະ ແຂວງວຽງຈັນຈໍານວນໜຶ່ງ.
11/12/2025 15:35:43
10/12/2025 08:11:44
05/12/2025 11:16:48
04/12/2025 15:32:18
03/12/2025 16:09:31
03/12/2025 15:56:33
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
12/07/2023 14:43:30
