ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມ ກ້າວຂຶ້ນສູ່ລະດັບສູງໃໝ່
ເຜີຍແຜ່ໂດຍ: moderator ເວລາ: 04/12/2025 15:32:18 ຈຳນວນຢ້ຽມຊົມ 13 ຄັ້ງ ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະຊາ ຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕ ເລິມ,ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ການພົບປະຄັ້ງນີ້ ໄດ້ຈັດຂຶ້ນໃນທາມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ເຊິ່ງເປັນເຫດການທີ່ມີຄວາມໝາຍສໍາຄັນ ໃນການພົວພັນຮ່ວມມືພິເສດ ລະຫວ່າງ ລາວ-ຫວຽດນາມ ໃຫ້ເລິກເຊິ່ງກວ່າເກົ່າ.
ໃນການພົບປະຄັ້ງນີ້, ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ແລະ ສະຫາຍເລຂາທິການໃຫຍ່ ໂຕເລິມ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ໃນນັ້ນລວມມີ ວຽກງານກໍ່ສ້າງພັກ, ການກະກຽມ ກອງປະຊຸມໃຫຍ່ ຂອງແຕ່ລະພັກ, ການປັບປຸງສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດຮັດ, ການພັດທະນາເສດຖະກິດ-ສັງຄົມ, ແລກປ່ຽນກ່ຽວກັບສະພາບການພາກພື້ນ, ສາກົນ ແລະ ບັນດາເນື້ອໃນທີ່ສອງຝ່າຍ ມີຄວາມສົນໃຈ; ຕີລາຄາຄືນກ່ຽວກັບຜົນສໍາເລັດຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ; ເປັນເອກະພາບກ່ຽວກັບບັນດາທິດທາງໃຫຍ່ສໍາຄັນ ໃນບັນດາຂົງເຂດຂອງການພົວພັນຮ່ວມມື ໃນໄລຍະຕໍ່ໜ້າ.
ການນໍາທັງສອງພັກ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ກ່ຽວກັບການພົວພັນຮ່ວມມື ລາວ-ຫວຽດນາມ ທີ່ນັບມື້ນັບໄດ້ຮັບການພັດທະນາກ້າວສູ່ລ່ວງເລິກໃນທຸກຂົງເຂດ, ໃນນັ້ນ ການພົວພັນດ້ານການເມືອງ ນັບມື້ນັບສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດສືບຕໍ່ໄດ້ຮັບການເພີ່ມທະວີ, ຢືນຢັນບົດບາດເປັນແກ່ນສານ ໃນການກໍານົດທິດລວມ ໃຫ້ແກ່ການພົວພັນລະຫວ່າງສອງປະເທດ; ການຮ່ວມມືດ້ານ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບສະໜິດແໜ້ນ, ບັນລຸຜົນສໍາເລັດຢ່າງແທ້ຈິງ ແລະ ນັບມື້ນັບມີປະສິດທິຜົນ, ຢືນຢັນການເປັນເສົາຄໍ້າສໍາຄັນໃນການພົວພັນ ລາວ-ຫວຽດນາມ; ການຮ່ວມມືທາງດ້ານ ເສດຖະກິດ, ການຄ້າ, ການລົງທຶນ ໄດ້ຮັບການເອົາໃຈໃສ່, ຊຸກຍູ້, ມີການຫັນປ່ຽນຢ່າງຕັ້ງ ໜ້າ, ນັບມື້ໄດ້ຮັບການຍົກສູງດ້ານຄຸນນະພາບ ແລະ ບັນລຸຜົນສໍາເລັດທີ່ໜ້າເພິ່ງພໍໃຈ; ບາງໂຄງການຍຸດທະສາດ ໄດ້ຮັບການສຸມໃສ່ຈັດຕັ້ງປະຕິບັດ, ແກ້ໄຂຂໍ້ຫຍຸ້ງຍາກ, ສ້າງບາດກ້າວບຸກທະລຸໃນການຮ່ວມມື. ການຮ່ວມມືທາງດ້ານ ວັດທະນະທໍາ, ການສຶກສາ, ວິທະຍາສາດ - ເຕັກນິກ ແລະ ບັນດາຂົງເຂດອື່ນໆ ສືບຕໍ່ໄດ້ຮັບຄວາມເອົາໃຈ ໃສ່, ຊຸກຍູ້ ແລະ ບັນລຸຜົນສໍາເລັດທີ່ຕັ້ງໜ້າ; ການຮ່ວມມື ລະຫວ່າງ ບັນດາຄະນະຂອງສູນກາງພັກ, ກະຊວງ, ຂະແໜງການຂອງລັດຖະບານ, ບັນດາອົງການຂອງສະພາແຫ່ງຊາດ, ແນວໂຮມ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນຕ່າງໆ ສືບຕໍ່ໄດ້ຮັບການຍູ້ແຮງ ແລະ ເສີມຂະຫຍາຍ ນັບມື້ນັບຫຼາຍຂຶ້ນກວ່າເກົ່າ.
ສະຫາຍເລຂາທິການໃຫຍ່ທັງສອງ ໄດ້ຊົມເຊີຍຕໍ່ບັນດາຜົນສໍາເລັດສໍາຄັນ ແລະ ຮອບດ້ານ ທີ່ປະຊາຊົນສອງຊາດ ຍາດມາໄດ້ໃນພາລະກິດສ້າງສາພັດທະນາປະເທດຊາດ ແລະ ປ່ຽນແປງໃໝ່ ກໍຄື ການປະຕິບັດມະຕິ ກອງປະຊຸມໃຫຍ່ ຂອງແຕ່ລະພັກ; ຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງໝົດຈິດໝົດໃຈ ຕະຫຼອດໄລຍະຜ່ານມາ. ສອງຝ່າຍ ໄດ້ເນັ້ນໜັກເຖິງ ປະຫວັດສາດ, ການພົວພັນຮ່ວມມື ທີ່ສະໜິດ ແໜ້ນ ເປັນມູນເຊື້ອມາແຕ່ດົນນານ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງສອງຝ່າຍ; ຢືນຢັນວ່າ ສາຍພົວພັນ ລາວ-ຫວຽດນາມ ເປັນມໍລະດົກອັນລໍ້າຄ່າຂອງສອງຊາດ, ເປັນປັດໄຈພາວະວິໄສ, ເປັນກົດເກນປະຫວັດສາດ ແລະ ເປັນກໍາລັງແຮງອັນໃຫຍ່ຫຼວງຂອງ ສອງພັກ, ສອງລັດ ທີ່ຕ້ອງໄດ້ຮັບການເສີມຂະຫຍາຍ, ສົ່ງຕໍ່ໃຫ້ບັນດາຄົນຮຸ່ນໜຸ່ມຕໍ່ໄປ.
ສອງຝ່າຍ ຢືນຢັນຕໍ່ຄວາມສໍາຄັນ, ຄວາມໝາຍຍຸດທະສາດ ຂອງສາຍພົວພັນ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃນສະພາບການໃໝ່ - ຍຸກສະໄໝແຫ່ງການພັດທະນາ ແລະ ເຫັນດີຍົກລະດັບການພົວພັນພິເສດຂຶ້ນເປັນ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ - ລາວ ໂດຍມີເປົ້າໝາຍເຊື່ອມຈອດດ້ານຍຸດທະສາດ, ນະໂຍບາຍການພັດທະນາເສດຖະກິດ, ພື້ນໂຄງລ່າງ, ບໍາລຸງສ້າງຊັບພະຍາກອນມະນຸດ ຕອບສະໜອງໃຫ້ແກ່ການພັດທະນາທີ່ຍືນຍົງຂອງແຕ່ລະປະເທດ, ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມັກຄີພິເສດ, ປະສານສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເສີມຂະຫຍາຍບັນດາກົນໄກທີ່ມີຢູ່ໃນປັດຈຸບັນ, ສ້າງບັນດາກົນໄກໃໝ່, ກົນໄກສະເພາະ ທີ່ແທດແໝາະ ເພື່ອຍົກສູງປະສິດທິຜົນຂອງການພົວພັນຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ນໍາມາຊຶ້ງຜົນປະໂຫຍດທີ່ແທ້ຈິງຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.
05/12/2025 11:16:48
04/12/2025 15:32:18
03/12/2025 16:09:31
03/12/2025 15:56:33
03/12/2025 15:09:58
02/12/2025 10:21:29
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
12/07/2023 14:43:30
