ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບເອກອັກຄະລັດຖະທູດ ເບລາຣຸດຊີ
ເຜີຍແຜ່ໂດຍ: moderator ເວລາ: 03/12/2025 16:09:31 ຈຳນວນຢ້ຽມຊົມ 57 ຄັ້ງ ໃນຕອນເຊົ້າ ຂອງວັນທີ 03 ທັນວາ 2025, ທີ່ສໍານັກງານ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອູລັດຊີມີຣ ບາຣາວິກູ (Uladzimir Baravikou), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເບລາຣຸດຊີ ປະຈໍາ ສປປ ລາວ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ, ສສ.ຫວຽດນາມ.
ໃນໂອກາດນີ້, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ການເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງທ່ານທູດ, ຊຶ່ງເປັນການສະແດງໃຫ້ເຫັນເຖິງສາຍພົວພັນອັນໃກ້ຊິດ ລະຫວ່າງ ສອງປະເທດ. ໃນການພົບປະ, ທ່ານຫົວໜ້າ ຄຕພ ໄດ້ແຈ້ງໃຫ້ ທ່ານທູດ ຊາບໂດຍສັງເຂບກ່ຽວກັບ ສະພາບລວມຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ໃນຕົ້ນປີ 2026 ທີ່ຈະມາເຖິງນີ້. ພ້ອມດຽວກັນນີ້, ຍັງສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ລັດຖະບານ ແລະ ປະຊາຊົນ ເບລາຣຸດຊີ ທີ່ມີຕໍ່ ປະຊາຊົນລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະດ້ານການສຶກສາ ກໍຄື ການສະໜັບສະໜູນ-ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີສາກົນ. ທ່ານ ບຸນເຫຼືອ ພັນດານຸວົງ ຍັງໄດ້ແລກປ່ຽນຄໍາເຫັນກັບ ທ່ານທູດ ເພື່ອຊອກຫາຊ່ອງທາງສົ່ງເສີມການພົວພັນຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນແມ່ນ ການກະກຽມຄວາມພ້ອມໃຫ້ແກ່ການນໍາຂັ້ນສູງຂອງສອງປະເທດ ເຄື່ອນໄຫວຢ້ຽມຢາມເຊິ່ງກັນ ແລະ ກັນ ໃນອະນາຄົດອັນໃກ້ນີ້, ການພົວພັນດ້ານພັກ, ການທູດປະຊາຊົນ ກໍຄື ການເພີ່ມທະວີການໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ, ນັກທຸລະກິດຂອງສອງປະເທດ ແລະ ດ້ານອື່ນໆ ທີ່ເຫັນວ່າມີຜົນປະໂຫຍດຮ່ວມກັນ ໃຫ້ມີບາດກ້າວໃໝ່ ແລະ ຂະຫຍາຍຕົວຍິ່ງຂຶ້ນ.
ທ່ານ ອູລັດຊີມີຣ ບາຣາວິກູ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ພັກ, ລັດ ແລະ ປະຊາຊົນລາວ ກໍຄືຂອງ ຫົວໜ້າ ຄຕພ ແລະ ຊົມເຊີຍເປັນຢ່າງສູງຕໍ່ຜົນສໍາເລັດອັນຈົບງາມ ຂອງພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ຊຶ່ງເປັນເຫດການປະຫວັດສາດຄັ້ງສໍາຄັນທີ່ສະທ້ອນໃຫ້ເຫັນເຖິງ ຄວາມເຂັ້ມແຂງຂອງ ສປປ ລາວ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ-ປະຊາຊົນ ຢ່າງແທ້ຈິງ; ພ້ອມນີ້, ຍັງເຫັນດີໃຫ້ມີການຊຸກຍູ້ຢ່າງແຂງແຮງຮອບດ້ານເຂົ້າໃນການພົວພັນຮ່ວມມື ລາວ-ເບລາຣຸດຊີ ໃນໄລຍະໃໝ່, ລວມທັງການຮ່ວມມື ທາງດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ວັດທະນະທໍາ-ສັງຄົມ, ພ້ອມທັງຢືນຢັນທີ່ຈະສືບຕໍ່ເຮັດສຸດຄວາມສາມາດໃນການເປັນຂົວຕໍ່ປະກອບສ່ວນເຂົ້າໃນການການພົວພັນດ້ານພັກ, ການທູດປະຊາຊົນ, ອົງການຈັດຕັ້ງແມ່ຍິງ ແລະ ອົງການຈັດຕັ້ງຊາວໜຸ່ມ ທີ່ສອງຝ່າຍມີຄວາມສົນໃຈ ແລະ ມີທ່າແຮງຮ່ວມກັນ. ພ້ອມດຽວກັນນີ້, ທ່ານທູດ ຍັງໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງ ສປປ ລາວ ທີ່ມີຕໍ່ ສ.ເບລາຣຸດຊີ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດນີ້, ທ່ານທູດ ຍັງໄດ້ມອບສານຊົມເຊີຍ ຂອງ ພັກເບລາຢາຣຸດສ໌, ຊຶ່ງເປັນພັກກໍາອໍານາດຂອງ ເບລາຣຸດຊີ ເຖິງ ພັກປະຊາຊົນປະຕິວັດລາວ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ.
05/12/2025 11:16:48
04/12/2025 15:32:18
03/12/2025 16:09:31
03/12/2025 15:56:33
03/12/2025 15:09:58
02/12/2025 10:21:29
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
12/07/2023 14:43:30
