ສະມາຄົມມິດຕະພາບ ລາວ - ຫວຽດນາມ ແລະ ຫວຽດນາມ - ລາວ ຂັ້ນສູນກາງ ພົບປະສອງຝ່າຍ
ເຜີຍແຜ່ໂດຍ: moderator ເວລາ: 03/12/2025 15:56:33 ຈຳນວນຢ້ຽມຊົມ 37 ຄັ້ງ ເພື່ອຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ປະທານ ສະມາຄົມມິດຕະພາບ ລາວ - ຫວຽດນາມ ຂັ້ນສູນກາງ, ໃນວັນທີ 1 ທັນວາ 2025 ທີ່ສະພາແຫ່ງຊາດ ໄດ້ມີພິທີພົບປະແລກ ປ່ຽນບົດຮຽນ ລະຫວ່າງ ສະມາຄົມມິດຕະພາບ ລາວ - ຫວຽດນາມ ແລະ ຫວຽດນາມ - ລາວ ຂັ້ນສູນກາງ ເຊິ່ງຝ່າຍລາວ ນໍາໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ -ຫວຽດນາມ ຂັ້ນສູນກາງ; ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ດັກ ວິງ, ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ປະທານກໍາມາທິການວັດທະນະທຳ-ສັງຄົມ, ສະພາແຫ່ງຊາດຫວຽດນາມ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ຂັ້ນສູນກາງ.
ໃນໂອກາດນີ້, ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາ ສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ລາວ ຂັ້ນສູນກາງ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການ ເສີມຂະຫຍາຍ ແລະ ເພີ່ມພູມຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລາວ - ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກເວົ້າລວມ, ເວົ້າ ສະເພາະ ກໍ່ແມ່ນການຮ່ວມມືແລກປ່ຽນຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ລະຫວ່າງສອງ ສະມາຄົມມິດຕະພາບ ລາວ - ຫວຽດນາມ ແລະ ຫວຽດນາມ - ລາວ ຂັ້ນສູນກາງ ໃຫ້ມີຄວາມແໜ້ນແຟ້ນຂຶ້ນໄປເລື້ອຍໆ.
ສະຫາຍ ສະຫາຍ ຫງວຽນ ດັກ ວິງ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ແລະ ຕີລາຄາສູງ ຕໍ່ການຕ້ອນຮັບ ອັນອົບອຸ່ນຂອງສະມາຄົມມິດຕະພາບ ລາວ - ຫວຽດນາມ ຂັ້ນສູນກາງໃນຄັ້ງນີ້.
ການພົບປະໃນຄັ້ງນີ້, ທັງສອງຝ່າຍກໍ່ໄດ້ແຈ້ງສະພາບພົ້ນເດັ່ນ ແລະ ການເຄື່ອນໄຫວວຽກງານ ສະມາຄົມມິດຕະພາບຂອງຕົນໃຫ້ກັນຊາບ, ສະຫຼຸບຕີລາຄາການເຄື່ອນໄຫວໄລຍະຜ່ານມາ ແລະ ທິດ ທາງແຜນຮ່ວມມືໃນຕໍ່ໜ້າ. ການພົບປະຄັ້ງນີ້ ໄດ້ດໍາເນນີນໄປດ້ວຍບັນຍາກາດອັນດີ ແລະ ສະໜິດ ສະໜົມຮັກແພງຖານະອ້າຍນ້ອງ.
ນອກຈາກຄະນະໄດ້ພົບປະ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນແລ້ວ, ຄະນະໄດ້ເດິນທາງ ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວດ້ານວັດທະນະທໍາ ແລະ ທໍາມະຊາດໃນນະຄອນຫຼວງວຽງຈັນ ແລະ ແຂວງ ວຽງຈັນຕື່ມອີກ.
05/12/2025 11:16:48
04/12/2025 15:32:18
03/12/2025 16:09:31
03/12/2025 15:56:33
03/12/2025 15:09:58
02/12/2025 10:21:29
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
12/07/2023 14:43:30
