ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສ. ຣັດເຊຍ
ເຜີຍແຜ່ໂດຍ: moderator ເວລາ: 18/11/2025 10:41:21 ຈຳນວນຢ້ຽມຊົມ 50 ຄັ້ງ ໃນວັນທີ 15 ພະຈິກ 2025, ຄະນະຜູ້ແທນ ພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຄະນະປະຈໍາຂອງເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນ ການຕໍ່ສູ້ຕ້ານການປະຕິບັດໃນສະໄໝໃໝ່ ຂອງລັດທິລ່າເມືອງຂຶ້ນແບບໃໝ່ “ເພື່ອເສລີພາບຂອງບັນດາຊາດ” ຄຽງຄູ່ກັບ ກອງປະຊຸມສຳມະນາສາກົນ ບຣິກ-ເອີຣົບ "BRICS-Europe" ຊຶ່ງຈັດຂຶ້ນ ທີ່ ເມືອງໂຊຈີ, ສ. ຣັດເຊຍ ໃນລະຫວ່າງວັນທີ 14-15 ພະຈິກ 2025 ໂດຍການເປັນເຈົ້າພາບຂອງ ພັກຣັດເຊຍເອກະພາບ, ມີຄະນະຜູ້ແທນຈາກພັກການເມືອງທີ່ເປັນຄະນະປະຈຳຂອງຂອບການຮ່ວມມືດັ່ງກ່າວ ແລະ ບັນດາພັກການເມືອງຄູ່ຮ່ວມສັງເກດການ ທີ່ມາຈາກທະວີບອາຊີ, ເອີຣົບ, ອາຟຣິກາ ແລະ ອາເມຣິກາລາຕິນ ຫຼາຍກວ່າ 50 ປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາຄັ້ງນີ້ ເປັນກອງປະຊຸມປະຈຳປີ 2025 ຊຶ່ງໄດ້ປຶກສາຫາລື ໂດຍມີຫົວຂໍ້ປິ່ນອ້ອມ ກ່ຽວກັບ ການຕອບໂຕ້ການປະຕິບັດຂອງລັດທິລ່າເມືອງຂຶ້ນແບບໃໝ່ ໃນສະຕະວັດທີ 21 ເຊັ່ນ: ບັນຫາການສວຍໃຊ້ການເລືອກຕັ້ງຂອງລັດທິລ່າເມືອງຂຶ້ນແບບໃໝ່ ແລະ ພາລະກິດປະຈຸບັນຂອງຂະບວນການເສລີພາບເພື່ອບັນດາຊາດ ພາຍໃຕ້ສະພາບການຫັນເປັນໂລກຫຼາຍຂົ້ວ.
ໃນພິທີເປີດ ທ່ານ ດີມີຕຣີ ເມັດເວເດັບ, ປະທານພັກຣັດເຊຍເອກະພາບ ໄດ້ກ່າວເນັ້ນໜັກ ກ່ຽວກັບ ສະພາບການສາກົນໃນປະຈຸບັນ, ບັນດາການເຄື່ອນໄຫວຜ່ານມາ ຂອງຂະບວນການ ແລະ ຊີ້ໃຫ້ເຫັນເຖິງ ຄວາມຈຳເປັນໃນການເສີມຂະຫຍາຍການພົວພັນຮ່ວມມື ຂອງບັນດາພັກການເມືອງ ເພື່ອຕ້ານການເຄື່ອນໄຫວຂອງລັດທິລ່າເມືອງຂຶ້ນແບບໃໝ່; ຈາກນັ້ນ ບັນດາຜູ້ແທນກອງປະຊຸມ ໄດ້ປະກອບຄຳເຫັນ ຕໍ່ບັນດາຫົວຂໍ້ຂອງກອງປະຊຸມ ໂດຍໄດ້ແລກປ່ຽນບົດຮຽນຂອງຕົນ ຕໍ່ກັບການເຄື່ອນໄຫວ ແລະ ຜົນກະທົບຂອງລັດທິລ່າເມືອງຂຶ້ນແບບໃໝ່ ຢູ່ບັນດາພາກພື້ນຕ່າງໆຂອງໂລກ ລວມທັງຜົນກະທົບຕໍ່ ບັນດາຈຸດຮ້ອນຕ່າງໆຂອງໂລກ ໃນປະຈຸບັນ. ໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ປະກອບຄໍາເຫັນ ໂດຍໄດ້ຊີ້ໃຫ້ເຫັນເຖິງ ບົດບາດຂອງພັກປະຊາຊົນປະຕິວັດລາວ ໃນການນຳພາປະຊາຊົນລາວ ຕໍ່ສູ້ຍາດເອົາໄຊຊະນະ ຈາກພວກລ່າເມືອງຂຶ້ນ ໃນເມື່ອກ່ອນ, ໄດ້ຕີລາຄາສູງຕໍ່ຜົນງານຂອງຂະບວນການໃນໄລຍະຜ່ານມາ ແລະ ໄດ້ຢໍ້າຄືນ ທັດສະນະອັນສະເໝີຕົ້ນສະເໝີປາຍ ຂອງພັກປະຊາຊົນປະຕິວັດລາວ ໃນການເປິດກວ້າງການພົວພັນຮ່ວມມືກັບບັນດາພັກການເມືອງເພື່ອນມິດ, ປະຕິບັດພັນທະສາກົນຂອງຕົນ ກໍຄື ການສະໜັບສະໜູນຂະບວນການ “ເພື່ອເສລີພາບຂອງບັນດາຊາດ” ໃຫ້ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງ. ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຕົກລົງເຫັນດີເປັນເອກະພາບ ກ່ຽວກັບ ທິດທາງການເຄື່ອນໄຫວໃນຕໍ່ໜ້າ ແລະ ແຜນການສຳລັບປີ 2026 ຂອງຄະນະປະຈໍາດັ່ງກ່າວ.
ການເຄື່ອນໄຫວຂອງຄະນະຜູ້ແທນ ພັກປະຊາຊົນປະຕິວັດລາວ ຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ ໂດຍນອກຈາກຈະເປັນການຊຸກຍູ້ຂະບວນການເພື່ອເສລີພາບຂອງບັນດາຊາດ, ຍັງເປັນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ລາວ-ຣັດເຊຍ ເວົ້າສະເພາະ ກໍຄື ການຮັດແໜ້ນສາຍພົວພັນ ລະຫວ່າງ ພັກປະຊາຊົນປະຕິວັດລາວ ກັບ ພັກຣັດເຊຍເອກະພາບ ໃຫ້ກວ້າງຂວາງກວ່າເກົ່າ.
18/11/2025 10:41:21
17/11/2025 11:14:31
06/11/2025 14:55:21
05/11/2025 14:42:26
03/11/2025 15:06:22
03/11/2025 14:38:16
28/10/2025 16:10:41
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
12/07/2023 14:43:30
17/11/2022 14:37:24



