ສະມາຄົມມິດຕະພາບ ລາວ - ມຽນມາ, ຄະນະຜູ້ແທນສະມາຄົມມິດຕະພາບ ມຽນມາ - ລາວ ນຳໂດຍ ທ່ານ ພົນຈັດຕະວາ ວິນ ມອງ (Win Maung), ປະທານສະມາຄົມມິດຕະພາບ ມຽນມາ - ລາວ
ເຜີຍແຜ່ໂດຍ: moderator ເວລາ: 17/11/2025 11:14:31 ຈຳນວນຢ້ຽມຊົມ 25 ຄັ້ງ ໂດຍຕອບສະໜອງຕາມການເຊີນ ຂອງ ທ່ານ ປະທານ ສະມາຄົມມິດຕະພາບ ລາວ - ມຽນມາ, ຄະນະຜູ້ແທນສະມາຄົມມິດຕະພາບ ມຽນມາ - ລາວ ນຳໂດຍ ທ່ານ ພົນຈັດຕະວາ ວິນ ມອງ (Win Maung), ປະທານສະມາຄົມມິດຕະພາບ ມຽນມາ - ລາວ ພ້ອມດ້ວຍຄະນະ 10 ທ່ານ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມມິດຕະພາບ ລາວ - ມຽນມາ ຢູ່ ສປປ ລາວ ແຕ່ວັນທີ 16-20 ພະຈິກ 2025.
ໃນວັນທີ 17 ພະຈິກ 2025, ສອງສະມາຄົມມິດຕະພາບ ໄດ້ຈັດກອງປະຊຸມພົບປະຄັ້ງທຳອິດ ນັບຕັ້ງແຕ່ສອງສະມາຄົມສ້າງຕັ້ງມາ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ຈັນທະວົງ ແສນອາມາດມົນຕີ, ຮອງປະທານກຳມາທິການການຕ່າງປະເທດ, ສະພາແຫ່ງຊາດ, ປະທານສະມາຄົມ ມິດຕະພາບ ລາວ - ມຽນມາ ແລະ ທ່ານ ພົນຈັດຕະວາ ວິນ ມອງ (Win Maung), ປະທານສະມາຄົມ ມິດຕະພາບ ມຽນມາ - ລາວ ແລະ ເປັນກຽດເຂົ້າຮ່ວມ ຂອງ ທ່ານ ອອງ ໂກ (Aung Ko), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ. ມຽນມາ ປະຈຳ ສປປ ລາວ. ພ້ອມນີ້ ຍັງມີບັນດາທ່ານຄະນະສະມາຄົມມິດຕະພາບ ລາວ - ມຽນມາ ແລະ ມຽນມາ - ລາວ, ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ໄດ້ທົບທວນການຈັດຕັ້ງປະຕິບັດການພົວພັນຮ່ວມມື(ການທູດປະຊາຊົນ) ໃນໄລຍະຜ່ານມາ ແລະ ປຶກສາຫາລືວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສະມາຄົມມິດຕະພາບ ລາວ - ມຽນມາ ແລະ ມຽນມາ - ລາວ; ເຊິ່ງສອງສະມາຄົມໄດ້ເປັນໃຈກາງປະສານງານ, ຊຸກຍູ້, ໂຄສະນາເຜີຍແຜ່ສາຍພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ປະຊາຊົນສອງຊາດໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ປະຊາຊົນ ເພື່ອສ້າງຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງກິດຈະກໍາຮ່ວມກັນ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສສ. ມຽນມາ ໃຫ້ນັບມື້ໄດ້ຮັບການພັດທະນາ ຂຶ້ນເລື້ອຍໆ.
ການມາຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນສະມາຄົມມິດຕະພາບ ມຽນມາ - ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເຊິ່ງທ່ານ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຂອງ ຄະນະຜູ້ແທນ ສະມາຄົມ ມິດຕະພາບ ມຽນມາ - ລາວ ແລະ ເປັນນິມິດໝາຍສຳຄັນ ຕໍ່ການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ມຽນມາ ເປັນການເປີດກວ້າງການພົວພັນຮ່ວມມືຊຸກຍູ້ການພົວພັນການທູດປະຊາຊົນ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ສ້າງຄວາມເຂົ້າອົກເຂົ້າໃຈ ລະຫວ່າງ ປະຊາຊົນ ສອງຊາດລາວ ແລະ ມຽນມາ ໂດຍສະເພາະ ສອງສະມາຄົມ ມິດຕະພາບ ລາວ - ມຽນມາ ແລະ ມຽນມາ - ລາວ ໃຫ້ມີບາດກ້າວໃໝ່. ນອກນັ້ນ, ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ຄະນະຜູ້ແທນຊາບ. ທ່ານ ພົນຈັດຕະວາ ວິນ ມອງ (Win Maung) ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ອໍານວຍຄວາມສະດວກ ໃຫ້ແກ່ຄະນະຜູ້ແທນສະມາຄົມມິດຕະພາບ ມຽນມາ - ລາວ, ທັງໄດ້ລາຍງານການເຄື່ອນໄຫວອັນພົ້ນເດັ່ນ ຂອງ ສະມາຄົມມິດຕະພາບ ມຽນມາ - ລາວ ແລະ ຍິນດີຈະສືບຕໍ່ຮ່ວມກັບສະມາຄົມມິດຕະພາບ ລາວ - ມຽນມາ ເພື່ອເສີມຂະຍາຍສາຍພົວພັນມິດຕະພາບ ໃຫ້ນັບມື້ນັບດີຂຶ້ນ.
ນອກຈາກນີ້, ຄະນະຜູ້ແທນ ສະມາຄົມ ມິດຕະພາບ ມຽນມາ - ລາວ ຍັງໄດ້ຢ້ຽມຢາມ ສະຖານທີ່ທ່ອງທ່ຽວທາງປະຫັວດສາດ ແລະ ວັດທະນະທຳ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງຈຳນວນໜຶ່ງ. ຈົບ
17/11/2025 11:14:31
06/11/2025 14:55:21
05/11/2025 14:42:26
03/11/2025 15:06:22
03/11/2025 14:38:16
28/10/2025 16:10:41
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
12/07/2023 14:43:30
17/11/2022 14:37:24
