ສະມາຄົມມິດຕະພາບ ລາວ - ຣັດເຊຍ ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ຣັດເຊຍ - ລາວ. ເດີນທາງມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 03/11/2025 15:06:22 ຈຳນວນຢ້ຽມຊົມ 36 ຄັ້ງ ໃນວັນທີ 24 ຕຸລາ ຫາ ວັນທີ 02 ພະຈິກ 2025 ສະມາຄົມມິດຕະພາບ ລາວ - ຣັດເຊຍ ນໍາໂດຍ ທ່ານ ສຈ. ປອ. ບໍ່ແສງຄຳ ວົງດາລາ, ປະທານສະມາຄົມມິດຕະພາບ ລາວ - ຣັດເຊຍ ພ້ອມຄະນະສະມາຄົມມິດຕະພາບ ລາວ - ຣັດເຊຍ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນສະມາຄົມມິດຕະພາບ ຣັດເຊຍ - ລາວ ນຳໂດຍ ທ່ານ ໂຊໂກລິນ ວະລາດີມີຣ ເລໂອນິດາວິຈ (SokolinValadimir), ປະທານສະມາຄົມມິດຕະພາບ ຣັດເຊຍ - ລາວ ພ້ອມຄະນະ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ ແລະ ສ.ຣັດເຊຍ ຄົບຮອບ 65 ປີ ແລະ ວັນສ້າງຕັ້ງສະມາຄົມມິດຕະພາບລາວ - ຣັດເຊຍ ແລະ ຣັດເຊຍ - ລາວ ຄົບຮອບ 60 ປີ ຈັດຂື້ນໃນວັນທີ 31 ພະຈິກ 2025, ທີ່ນະຄອນຫຼວງວຽງຈັນ. ໃນວັນທີ29/10/202, ຄະນະຜູ້ແທນດັ່ງກ່າວ ໄດ້ເຂົົ້າຢ້ຽມຂ້ຳນັບ ທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອແຈ້ງຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງຄະນະ, ໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນມາຍັງຄະນະຜູ້ແທນທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວໃນຄັ້ງນີ້ ເຊິ່ງເປັນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ, ປະຊາຊົນສອງຊາດລາວ ແລະ ຣັດເຊຍ ທີ່ມີມາເປັນດົນນານ ນັບແຕ່ສະໄໜຕໍ່ສູ້ປົດປ່ອຍຊາດຈົນເຖິງປະຈຸບັນ ແລະ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສະມາຄົມມິດຕະພາບລາວ - ຣັດເຊຍ ແລະ ຣັດເຊຍ - ລາວ ທີ່ໄດ້ເປັນແຮງຊຸກຍູ້ອັນສຳຄັນເຂົ້າໃນຂົງເຂດເສດຖະກິດ, ການຄ້າການລົງທຶນ, ວັດທະນະທຳ, ການສຶກສາ ແລະ ການທ່ອງທ່ຽວ ຂອງ 2 ປະເທດ ແລະ ໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ຣັດເຊຍ, ພ້ອມນີ້ ທ່ານ ນາຍົກ ຍັງໄດ້ມີບາງທິດ ຊີ້ນໍາ ໃຫ້ສອງສະມາຄົມມິດຕະພາບ ລາວ - ຣັດເຊຍ ແລະ ຣັດເຊຍ - ລາວ ຈົ່ງໃຫ້ການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ແລະ ຈັດກິດຈະກຳຮ່ວມກັນໃນໂອກາດວັນສຳຄັນຕ່າງໆ ຂອງ ສອງປະເທດ, ສະໜັບສະໜູນ ແລະ ຊຸກຍູ້ກໃຫ້ປະຊາຊົນ ລາວ ແລະ ຣັດເຊຍ ໃຫ້ມີການພົວພັນ ຮ່ວມມືຂົງເຂດ ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວ, ວັດທະນະທຳ ແລະ ຂົງເຂດອື່ນໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ. ນອກນີ້, ທ່ານ ນາຍົກ ຍັງໄດ້ສະເໜີຝ່າຍຮັດເຊຍເພື່ອຄົ້ນຄ້ວາເອົາເມືອງເອກດ້ານການທ່ອງທ່ຽວຂອງຣັດເຊຍມາຮ່ວມືສ້າງເມືອງມິດຕະພາບ (ແຮກສ່ຽວ)ກັບ ນະຄອນຫຼວງພະບາງຂອງລາວ ທີ່ເປັນເມືອງມໍລະດົກໂລກ ເພື່ອກະຕຸ້ນໃຫ້ນັກລົງທຶນຣັດເຊຍໃຫ້ມາລົງທຶນ ຢູ່ ລາວ ແລະ ຊຸກຍູ້ໃຫ້ ປະຊາຊົນ ລາວ ແລະ ຣັດເຊຍ ໄດ້ໄປມາຫາສູ່ກັນຫຼາຍຂື້ນ.
ໃນໂອກາດມາເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ ແລະ ສ.ຣັດເຊຍ ຄົບຮອບ 65 ປີ ແລະ ວັນສ້າງຕັ້ງສະມາຄົມມິດຕະພາບ ລາວ - ຣັດເຊຍ ແລະ ຣັດເຊຍ - ລາວ ຄົບຮອບ 60 ປີ ຄັ້ງນີ້, 2 ສະມາຄົມກໍ່ໄດ້ ຈັດກອງປະຊຸມພົບປະ ສອງຝ່າຍ ເພື່ອຕີລາຄາການຮ່ວມມືໃນໄລຍະ 1 ປີ ຜ່ານມາ ແລະ ວາງທິທາງຮ່ວມມືໃນຕໍ່ໜ້າຂອງຕົນ, ພ້ອມນີ້, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕາງໜ້າລັດຖະບານລາວປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ ທ່ານ ດຣ. ອາເລັກເຊ່ ຊາເລ່ມ້ອນ ແລະ ທ່ານ ວາລາດິມີຣ ໂຟກິນ ທີ່ເປັນສະມາຊິກສະມາຄົມມິດຕະພາບ ຣັດເຊຍ - ລາວ ທີ່ໄດ້ປະກອບສ່ວນ ແລະ ມີຜົນງານອັນພົ້ນເດັ່ນໃນການຮ່ວມມືຂອງ ລາວ ແລະ ຣັດເຊຍ ໃນໄລຍະຜ່ານມາ, ພ້ອມດຽວກັນ ສະມາຄົມມິດຕະພາບ ຣັດເຊຍ - ລາວ ຍັງໄດ້ປະດັບຫຼຽນ 60 ປີ ຄົບຮອບວັນສ້າງຕັ້ງສະມາຄົມມິດຕະພາບ ຣັດເຊຍ - ລາວ ແລະ ລາວ - ຣັດເຊຍ ໃຫ້ການນຳ ລາວ ຈຳນວນ 4 ທ່ານ ອີກດ້ວຍ.
03/11/2025 15:06:22
03/11/2025 14:38:16
28/10/2025 16:10:41
20/10/2025 15:38:13
20/10/2025 11:26:46
20/10/2025 11:16:45
20/10/2025 09:15:53
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
12/07/2023 14:43:30
17/11/2022 14:37:24
