“ຄະນະຜູ້ແທນ ຄະນະພັກກອມມູນິດຈີນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ ຢ້ຽມຢາມ ແລະ ປາຖະກະຖາ ຢູ່ ສປປ ລາວ”
ເຜີຍແຜ່ໂດຍ: moderator ເວລາ: 03/11/2025 14:38:16 ຈຳນວນຢ້ຽມຊົມ 23 ຄັ້ງ ໂດຍປະຕິບັດຕາມແຜນການຮ່ວມມື ປະຈໍາປີ ລະຫວ່າງ ຄະນະພົວພັນຕ່າງປະເທດ ສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຄະນະພັກກອມມູນິດຈີນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ຄະນະຜູ້ແທນ ຄະນະພັກກອມມູນິດຈີນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ນຳໂດຍ ສະຫາຍ ຫຼິວ ເພິງເຟີຍ, ຮອງຫົວໜ້າ ຜູ້ປະຈໍາການ ສະຖາບັນກໍ່ສ້າງພະນັກງານ ນະຄອນປາຍເຊີ້ ພ້ອມດ້ວຍຄະນະ ທັງໝົດ 6 ສະຫາຍ ໄດ້ມາຢ້ຽມຢາມ ແລະ ປາຖະກະຖາ ຢູ່ ສປປ ລາວ ແຕ່ວັນທີ 27-31 ຕຸລາ 2025.
ໃນຕອນບ່າຍວັນທີ 31 ຕຸລາ 2025, ສະຫາຍ ຫຼິວ ເພິງເຟີຍ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ, ໃນໂອກາດດັ່ງກ່າວ ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຄວາມຍີນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການມາຢ້ຽມຢາມ-ປາຖະກະຖາ ຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້, ຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ກໍຄື ສປປ ລາວ ກັບ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ໃນໄລຍະຜ່ານມາ ແລະ ປະຈຸບັນ ທີ່ໄດ້ປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ລາວ-ຈີນ ກໍ່ຄື ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ລວມທັງແຜນການຮ່ວມມື ລະຫວ່າງ ສອງພັກ ແລະ ການຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈ ທີ່ການນຳຂັ້ນສູງ ຂອງສອງພັກ, ສອງລັດ ລາວ-ຈີນ ໄດ້ຕົກລົງເປັນເອກະພາບກັນ ໃຫ້ປະກົດຜົນເປັນຈິງ. ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ຮ່ວມມືກັບ ຄະນະພັກກອມມູນິດຈີນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ໃນການເປັນເສນາທິການດ້ານການຕ່າງປະເທດໃຫ້ແກ່ 2 ສູນກາງພັກ ລາວ-ຈີນ ເພື່ອເພີ່ມພູນຄູນສ້າງສາຍພົວພັນ ລາວ-ຈີນ ກໍຄື ການຊຸກຍູ້ຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ເກີດດອກອອກຜົນໃນລະດັບສູງກວ່າເກົ່າ, ຕາງໜ້າ ພັກ-ລັດລາວ ສະແດງຄວາມຂອບໃຈ ພັກ-ລັດຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ກໍຄື ປັດຈຸບັນ.
ສະຫາຍ ຫຼິວ ເພິງເຟີຍ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ບຸນເຫຼືອ ພັນດານຸວົງ ທີ່ໃຫ້ກຽດຕ້ອນຮັບຄະນະ ຢ່າງອົບອຸ່ນ, ໄດ້ລາຍງານໃຫ້ຊາບຜົນການຢ້ຽມຢາມ-ປາຖະກະຖາ ຢູ່ແຂວງຄໍາມ່ວນ, ລວມທັງຜົນການປຶກສາຫາລືກັບພາກສ່ວນກ່ຽວຂ້ອງ ຂອງລາວໃນການຈັດຊຸດຝຶກອົບຮົມ ພະນັກງານນຳພາ-ຄຸ້ມຄອງລາວ ຢູ່ເຂດກວາງຊີ ໃນໄລຍະຜ່ານມາ; ຕີລາຄາສູງ ການພົວພັນຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນ ການພົວພັນຮ່ວມມື ລະຫວ່າງ ເຂດກວາງຊີ ກັບ ສປປ ລາວ, ກໍຄື ການປະສານສົມທົບ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ພາກສ່ວນກ່ຽວຂ້ອງຂອງລາວ ກັບ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ກໍຄື ແຜນການຮ່ວມມື ສອງພັກ ແລະ ແຜນການຮ່ວມມື ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ກັບ ຄະນະພັກ ເຂດກວາງຊີ, ສປ ຈີນ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະນະ ຍັງໄດ້ພົບປະແລກປ່ຽນບົດຮຽນ ກັບ ພາກສ່ວນກ່ຽວຂ້ອງຂອງຄະນະຈັດຕັ້ງສູນກາງພັກ ແລະ ແຂວງຄໍາມ່ວນ ກ່ຽວກັບ ບັນຫາດ້ານທິດສະດີ ແລະ ພຶດຕິກໍາແຫ່ງການຫັນເປັນຄວາມທັນສະໄໝແບບຈີນ ແລະ ພ້ອມນັ້ນ ຍັງໄດ້ທັດສະນະສຶກສາສະຖານທີ່ປະຫວັດສາດ ແລະ ແຫຼ່ງວັດທະນາທໍາ ຈຳນວນໜຶ່ງ ຢູ່ນະຄອນຫຼວງວຽງຈັນ.
03/11/2025 15:06:22
03/11/2025 14:38:16
28/10/2025 16:10:41
20/10/2025 15:38:13
20/10/2025 11:26:46
20/10/2025 11:16:45
20/10/2025 09:15:53
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
12/07/2023 14:43:30
17/11/2022 14:37:24
