ຫົວໜ້າ ຄຕພ ຕ້ອນຮັບບັນດາທູດແຕ່ງຕັ້ງ ທີ່ຈະໄປປະຕິບັດໜ້າທີ່ຢູ່ຕ່າງປະເທດ
ເຜີຍແຜ່ໂດຍ: moderator ເວລາ: 28/10/2025 16:10:41 ຈຳນວນຢ້ຽມຊົມ 86 ຄັ້ງ ໃນວັນທີ 28 ຕຸລາ 2025, ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບບັນດາທ່ານທີ່ຖືກແຕ່ງຕັ້ງໄປປະຕິບັດໜ້າທີ່ຢູ່ຕ່າງປະເທດ ໂດຍມີ ທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ໄທ; ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ສ. ເກົາຫຼີ ແລະ ທ່ານ ກະເສມສັກ ສາຍສຸລິຍາ, ເອກອັກຄະລັດຖະທູດແຕ່ຕັ້ງ ແຫ່ງ ສປປ ລາວ ປະຈໍາ ສສ ເຢຍລະມັນ.
ໃນການຕ້ອນຮັບຄັ້ງນີ້, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາທ່ານທູດແຕ່ງຕັ້ງ ທີ່ໄດ້ຮັບຄວາມເຊື່ອໝັ້ນຈາກຂັ້ນເທິງ ໃຫ້ດໍາລົງຕໍາແໜ່ງອັນມີກຽດ ແລະ ສໍາຄັນ ພ້ອມທັງຊີ້ນໍາກ່ຽວກັບ ວຽກງານການພົວພັນ-ຮ່ວມມືກັບບັນດາປະເທດດັ່ງກ່າວ ໂດຍສະເພາະ ການພົວພັນດ້ານພັກ ແລະ ການທູດປະຊາຊົນ ທີ່ຕິດພັນກັບການເຄື່ອນໄຫວວຽກງານການທູດເສດຖະກິດຂອງ ສປປ ລາວ ຊຶ່ງຖືເປັນວຽກງານບຸລິມະສິດໜຶ່ງຂອງນັກການທູດ ໃນທ່າມກາງສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ຜັນແປ, ສະພາບເສດຖະກິດ-ການເງິນ ກໍຍັງບໍ່ໝັ້ນທ່ຽງ ຈຶ່ງເນັ້ນໜັກໃຫ້ບັນດາທ່ານທູດແຕ່ງຕັ້ງ ເອົາໃຈໃສ່ຄົ້ນຄວ້າຫາຊ່ອງທາງໃນການຊຸກຍູ້ການຮ່ວມມືໃຫ້ມີຄວາມຫຼາກຫຼາຍ ໂດຍສະເພາະ ດ້ານເສດຖະກິດ ເພື່ອປະກອບສ່ວນຕໍ່ການພັດທະນາປະເທດ ກໍຄື ການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2026, ທັງເປັນການເສີມສ້າງຄວາມອາດສາມາດໃນການຮັບມືຕໍ່ກັບສະພາບການປ່ຽນແປງຕ່າງໆໃນຕໍ່ໜ້າ, ພ້ອມທັງອວຍພອນໃຫ້ ບັນດາທ່ານທູດ ຈົງເດີນທາງດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ຢ່າງຈົບງາມ.
ທ່ານ ສີສະຫວາດ ອິນພະຈັນ ໄດ້ຕາງໜ້າບັນດາທ່ານທູດແຕ່ງຕັ້ງ ສະແດງຄວາມຂອບໃຈຕໍ່ ທ່ານ ບຸນເຫຼືອ ພັນດານຸວົງ ທີ່ໄດ້ໃຫ້ກຽດຕ້ອນຮັບ ແລະ ໃຫ້ທິດຊີ້ນໍາອັນເປັນປະໂຫຍດຕໍ່ການໄປປະຕິບັດໜ້າທີ່ໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ຈະສຸມກໍາລັງ, ເຫື່ອແຮງ ແລະ ສະຕິປັນຍາ ໃນການປະຕິບັດໜ້າທີ່ ບົນພື້ນຖານແນວທາງນະໂຍບາຍການຕ່າງປະເທດຂອງ ສປປ ລາວ ເພື່ອເຮັດໃຫ້ວຽກງານການທູດທີ່ໄດ້ຮັບມອບໝາຍດັ່ງກ່າວນັ້ນ ໄດ້ຮັບການຍົກລະດັບຂຶ້ນສູ່ມິຕິໃໝ່ ກໍຄື ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃຫ້ມີຄວາມຍືນຍົງ.
28/10/2025 16:10:41
20/10/2025 15:38:13
20/10/2025 11:26:46
20/10/2025 11:16:45
20/10/2025 09:15:53
15/10/2025 13:46:29
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
12/07/2023 14:43:30
17/11/2022 14:37:24
