ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ຈັດກອງປະຊຸມຮ່ວມປະຈໍາປີ ແລະ ທອດຖວາຍຜ້າກະຖິນພຣະຣາຊະທານຂອງເຈົ້າຊີວິດແຫ່ງຣາຊະອານາຈັກໄທ ທີ່ແຂວງສະຫວັນນະເຂດ
ເຜີຍແຜ່ໂດຍ: moderator ເວລາ: 20/10/2025 15:38:13 ຈຳນວນຢ້ຽມຊົມ 40 ຄັ້ງ ວັນທີ 18 ຕຸລາ 2025, ທີ່ແຂວງສະຫວັນນະເຂດ ສະມາຄົມ ລາວ-ໄທ ເພື່ອມິດຕະພາບ ແລະ ສະມາຄົມ ໄທ-ລາວ ເພື່ອມິດຕະພາບ ໄດ້ຈັດກອງປະຊຸມຮ່ວມປະຈໍາປີ ໂດຍການເປັນປະທານຮ່ວມຂອງທ່ານ ຫຼີີ ບຸນຄໍ້າ, ປະທານສະມາຄົມລາວ-ໄທ ເພື່ອມິດຕະພາບ ແລະ ທ່ານ ກຽດຕິຄຸນ ຊາດປະເສີດ, ປະທານສະມາຄົມ ໄທ-ລາວ ເພື່ອມິດຕະພາບ. ໃຫ້ກຽດເຂົ້າຮ່ວມເປັນແຂກກິຕິມະສັກ ຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງເຈົ້າແຂວງ ແຂວງສະຫວັນນະເຂດ. ພ້ອມນັ້ນຍັງມີ ຄະນະບໍລິຫານງານສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ແລະ ແຂກທີ່ມີກຽດຈາກພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ. ກອງປະຊຸມ ໄດ້ທົບທວນຄືນການພົວພັນຮ່ວມມື ແລະ ເຄື່ອນໄຫວສ້າງກິດຈະກໍາຮ່ວມກັນໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມື ແລະ ເຄື່ອນໄຫວກິດຈະກໍາຮ່ວມກັນໃນຕໍ່ໜ້າ ເພື່ອເຮັດໃຫ້ການເຄື່ອນໄຫວຮ່ວມມື ຂອງສອງສະມາຄົມພວກເຮົາ ໃຫ້ນັບມື້ມີບາດກ້າວໃໝ່, ມີປະສິທິພາບ ແລະ ປະສິດທິຜົນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ພັດທະນາສາຍພົວພັນ ແລະ ການຮ່ວມມື ຖານບ້ານໃຫ້ເຮືອນຄຽງກໍ່ຄືການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ໄທ. ກອງປະຊຸມ ມີຄວາມພາກພູໃຈ ທີ່ເຫັນວ່າສະມາຄົມລາວ-ໄທ ເພື່ອມິດຕະພາບ ແລະ ສະມາຄົມ ໄທ-ລາວ ເພື່ອມິດຕະພາບ ໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 29 ມິຖຸນາ 1993 ເຊິ່ງມາຮອດປີນີ້ແມ່ນຄົບຮອບ 32 ປີ, ຕະຫລອດໄລຍະເວລາ 32 ປີ ທີ່ຜ່ານມາ ການຮ່ວມມື ຂອງສອງສະມາຄົມໄດ້ດໍາເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບທີ່ດີ ແລະ ມີການພັດທະນາຢ່າງຕໍ່ເນື່ອງໃນຫຼາຍດ້ານທັງພາກລັດ, ພາກເອກະຊົນ ຫມາຍວ່າໄດ້ເຮັດຫນ້າທີ່ວຽກງານການທູດປະຊາຊົນໄດ້ດີ, ເຊິ່ງເຫັນວ່າ ລັດຖະບານ ແລະ ປະຊາຊົນຂອງທັງສອງປະເທດມີຄວາມເຂົ້າອົກເຂົ້າໃຈກັນດີ, ເຊິ່ງສອງສະມາຄົມໄດ້ຈັດກິດຈະກຳ ຮ່ວມກັນຢ່າງຕໍ່ເນື່ອງ ເຊັ່ນ: ການທອດຖວາຍຜ້າກະຖິນພຣະຣາຊະທານຢູ່ລາວ ຈຳນວນ 24 ຄັ້ງ ແລະ ການທອດຖວາຍ ຜ້າປ່າສາມັກຄີ ຢູ່ໄທ ຈໍານວນ 04 ຄັ້ງ. ພ້ອມນັ້ນ, ໃນກອງປະຊຸມ ຍັງໄດ້ປຶກສາຫາລື, ຄົ້ນຄວ້າປະກອບ ຄໍາຄິດຄໍາເຫັນຕໍ່ການເຄື່ອນໄຫວ ແລະ ຈັດກິດຈະກໍາຮ່ວມກັນ ເພື່ອສົ່ງເສີມການຮ່ວມມືທາງດ້ານການທ່ອງທ່ຽວ, ກະສິກໍາ, ການຝຶກອົບຮົມວິຊາການຂະແໜງຕ່າງໆ, ການຮ່ວມມືພາກທຸລະກິດ, ການແລກປ່ຽນບົດຮຽນລະຫວ່າງບ້ານ-ຊຸມຊົນ, ການສ້າງກິດຈະກຳກິລາຫາລາຍໄດ້ຊ່ວຍເຫຼືອສັງຄົມ ແລະ ອື່ນໆ ເພື່ອເຮັດໃຫ້ ສະມາຄົມມີການເຄື່ອນໄຫວທີ່ຫຼາກຫຼາຍ ແລະ ມີຄວາມພົ້ນເດັ່ນຂຶ້ນ.
ໃນວັນທີ 19 ຕຸລາ 2025 ສະມາຄົມ ລາວ-ໄທ ເພື່ອມິດຕະພາບ ແລະ ສະມາຄົມ ໄທ-ລາວ ເພື່ອມິດຕະພາບ ໄດ້ຮ່ວມກັນນໍາເອົາກອງຜ້າກະຖິນພຣະຣາຊະທານຂອງເຈົ້າຊິວິດແຫ່ງຣາຊະອານາຈັກໄທ ໄປທອດຖວາຍ ຢູ່ວັດສຸນັນທາຣາມ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ. ໃຫ້ກຽດຮັບກອງກະຖິນໂດຍ ພຣະອາຈານ ວົງສິນ ຣັດຕະນະພອນ, ເຈົ້າອະທິການວັດ ສຸນັນທາຣາມ. ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວ ຝ່າຍລາວມີ ທ່ານ ບຸນໂຈມ ອຸບົນປະເສີດ, ກໍາມະການສູນກາງພັກ, ເຈົ້າແຂວງສະຫວັນນະເຂດ, ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ, ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ໂພໄຊ ໄຂຄໍາພິທູນ,ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ,ຮອງລັດຖະມົນຕີກະຊວງຕ່າງປະເທດ, ທ່ານ ຫຼີ ບຸນຄໍ້າ, ປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ, ທ່ານ ຄຳພັນ ອັ່ນລາວັນ, ເອກອັກຄະລັດຖະທູດວິສາມັັັັັັັັັັັັັັັັັັັັັັັັັັັັັັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ, ທ່ານ ທ່ານ ສົມສັກ ວິໄລທອນ, ກົງສູນໃຫຍ່ແຫ່ງ ສປປ ລາວ ປະຈໍາຂອນແກ່ນ, ພຣະອາຈານໃຫຍ່ ດາວເຮືອງ ຄຳປະເສີດ, ຮອງຫົວໜ້າຫ້ອງການສູນກາງອົງການພຣະພຸດທະສາສຳພັນ ແຫ່ງ ສປປ ລາວ. ພ້ອມນັ້ນຍັງມີ ອາດີດປະທານ ແລະ ຄະນະບໍລິຫານງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ. ສ່ວນຝ່າຍໄທ ນຳໂດຍ ທ່ານ ກຽດຕິຄຸນ ຊາດປະເສີດ, ປະທານສະມາຄົມ ໄທ-ລາວ ເພື່ອມິດຕະພາບ, ທ່ານ ນາງ ຈິຣັດຍາ ພີຣານົນ, ອຸປະທູດສະຖານເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ທ່ານ ປັດ ປັດທໍາມະຈິດ, ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທ ປະຈໍາ ແຂວງສະຫວັນນະເຂດ ແລະ ຄະນະບໍລິຫານງານສະມາຄົມໄທ-ລາວ ເພື່ອມິດຕະພາບ. ນອກນັ້ນ, ມີບັນດາທ່ານຈາກອົງການຈັດຕັ້ງທີ່ກ່ຽວຂ້ອງຈາກສູນກາງ ແລະ ອ້ອມຂ້າງແຂວງສະຫວັນນະເຂດ ແລະ ພໍ່ແມ່ປະຊາຊົນຜູ້ມີຈິດໃຈເຫຼື້ອມໃສໃນພຸດທະສາສະໜາທັງລາວ ແລະ ໄທ ເຂົ້າຮ່ວມ.
ການຈັດກິດຈະກໍາທອດຖະກິນ ແລະ ທອດຜ້າປ່າສາມັກຄີ ແມ່ນກິດຈະກຳປະຈໍາປີ ຂອງສອງສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ທີ່ເຄີຍປະຕິບັດຮ່ວມກັນເປັນປົກກະຕິ, ເຊິ່ງຄັ້ງນີ້ ເປັນການທອດຖວາຍກະຖິນພຣະຣາຊະທານຂອງເຈົ້າຊິວິດແຫ່ງຣາຊະອານາຈັກໄທ ແມ່ນຄັ້ງທີ່ 25 (ຜ້າກະຖິນຂອງເຈົ້າຊິວິດແຫ່ງຣາຊະອານາຈັກໄທ ຣາຊະການທີ IX ຈຳນວນ 19 ຄັ້ງ ແລະ ຣາຊະການທີ X ຈໍານວນ 6 ຄັ້ງ). ກິດຈະກໍາທອດກະຖິນ ແລະ ທອດຜ້າປ່າ ແມ່ນເພື່ອສົ່ງເສີມ ແລະ ອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມ ຂອງ ປະຊາຊົນລາວ ແລະ ໄທ ເປັນການສົ່ງເສີມໃຫ້ມີການໄປມາຫາສູ່ເຊິ່ງກັນ ແລະ ກັນ ຂອງປະຊາຊົນລາວ ແລະ ໄທ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ໄທ. ລວມປັດໃຈການທອດກະຖີນໃນຄັ້ງນີ້ໄດ້ 325,700,000 ກີບ 1,262,200 ບາດ, 220 ໂດລ່າ, ເຊິ່ງປັດໃຈດັ່ງກ່າວ ຈະໄດ້ນໍາໄປບູລະນະ ແລະ ປະຕິສັງຂອນວັດ ລວມມີ ສ້າງກຸຕິ 1 ຫຼັງ ແລະ ຫໍພະ 2 ຫຼັງ ແລະ ອື່ນໆ. ນອກຈາກການບູລະນະ ແລະ ປະຕິສັງຂອນວັດ ແລ້ວ ຝ່າຍໄທ ຍັງ ໄດ້ຊ່ວຍສ້າງຫ້ອງເກັບ ແລະ ຕິດຕັ້ງເຄື່ອງກອງນ້ຳດື່ມມູນຄ່າ 234.500.000 ກີບ (350.000 ບາດ) ໃຫ້ແກ່ໂຮງຮຽນມັດທະຍົມຊົນເຜົ່າກິນນອນເມືອງເຊໂປນ, ແຂວງສະຫວັນນະເຂດ ແລະ ໄດ້ມອບຜ້າຫົ່ມ 500 ຜືນ ໃຫ້ແກ່ແຂວງສະຫວັນນະເຂດ ເພື່ອແຈກຢາຍໃຫ້ປະຊາຊົນຕາມຄວາມເໝາະສົມ.
20/10/2025 15:38:13
20/10/2025 11:26:46
20/10/2025 11:16:45
20/10/2025 09:15:53
15/10/2025 13:46:29
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
12/07/2023 14:43:30
17/11/2022 14:37:24