ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂໍ່ານັບການນຳຂັ້ນສູງຂອງ ພັກອາແຊັກໄບຊານໃໝ່
ເຜີຍແຜ່ໂດຍ: moderator ເວລາ: 20/10/2025 11:26:46 ຈຳນວນຢ້ຽມຊົມ 48 ຄັ້ງ ໃນວັນທີ 18 ຕຸລາ 2025, ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ, ໄດ້ນຳພາຄະນະ ເຂົ້າຢ້ຽມຂໍ່ານັບ ສະຫາຍ ຕາຄີຣ ບູດາກົບ (Tahir BUDAGOV), ຮອງປະທານພັກອາແຊັກໄບຊານໃໝ່ (New Azerbaijan Party), ໃນໂອກາດເຂົ້າຮ່ວມກອງປະຊຸມຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (The International Conference of Asian Political Parties – ICAPP) ທີ່ ນະຄອນຫຼວງບາກູ, ສ. ອາແຊັກໄບຊານ.
ໃນໂອກາດດັ່ງກ່າວ, ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ພັກອາແຊັກໄບຊານໃໝ່ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການເປັນເຈົ້າພາບຈັດກອງປະຊຸມສະພາວັດທະນະທຳອາຊີ ຄັ້ງທີ IV ຂອງອົງການ ICAPP ພ້ອມນຳເອົາຄວາມຢື້ຢາມຖາມຂ່າວຈາກການນຳຂັ້ນສູງຂອງພັກ ປປ ລາວ ເຖິງການນຳຂັ້ນສູງຂອງ ພັກອາແຊັກໄບຊານໃໝ່. ພ້ອມນັ້ນ, ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ທີ່ມີມາແຕ່ສະໄໝອະດີດສະຫະພາບໂຊວຽດ ໂດຍສະເພາະ ການຊ່ວຍສ້າງຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ຊຶ່ງກາຍເປັນປັດໄຈພື້ນຖານສຳຄັນຕໍ່ການພົວພັນ ລະຫວ່າງ ສປປ ລາວ ແລະ ສ. ອາແຊັກໄບຊານ ກໍຄື ການສະໜັບສະໜູນເຊິ່ງກັນແລະກັນ ທັງໃນຂອບການຮ່ວມມືລະດັບພາກພື້ນ ແລະ ສາກົນ. ນອກນັ້ນ, ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຈຸດພິເສດທາງດ້ານພູມສັນຖານ ແລະ ສະພາບການພົ້ນເດັ່ນຂອງ ສປປ ລາວ ເປັນຕົ້ນແມ່ນ ການພັດທະນາເສດຖະກິດ-ສັງຄົມ, ການສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ນີ້ ແລະ ການກະກຽມຈັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026.
ສະຫາຍ ຕາຄີຣ ບູດາກົບ, ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ-ເຮັດວຽກ ທີ່ ສ. ອາແຊັກໄບຊານ ຂອງຄະນະໃນຄັ້ງນີ້ ຊຶ່ງຖືເປັນການປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ອາແຊັກໄບຊານ-ລາວ ທີ່ມີມາແຕ່ດົນນານ ນັບແຕ່ສະໄໝຕໍ່ສູ້ກູ້ຊາດຈົນເຖິງໄລຍະແຫ່ງການສ້າງສາພັດທະນະປະເທດຊາດ ໃຫ້ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ສະແດງອອກໃນການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນໃນລະດັບຕ່າງໆຈາກສອງປະເທດ. ພິເສດ, ສະຫາຍ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການສະເຫຼີມສະຫຼອງ 3 ວັນປະຫວັດສາດທີ່ສໍາຄັນຂອງ ສປປ ລາວ ໃນປີນີ້ ໂດຍສະເພາະ ບັນດາຜົນງານການນຳພາຂອງພັກ ປປ ລາວ ຕະຫຼອດໄລຍະ 70 ປີຜ່ານມາ ແລະ ອວຍພອນໃຫ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ຈົງປະສົບຜົນສໍາເລັດຢ່າງຈົບງາມ ພ້ອມທັງຝາກຄວາມຢື້ຢາມຖາມຂ່າວເຖິງການນຳຂັ້ນສູງພັກ-ລັດລາວ ຕື່ມນໍາອີກ.
20/10/2025 15:38:13
20/10/2025 11:26:46
20/10/2025 11:16:45
20/10/2025 09:15:53
15/10/2025 13:46:29
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
12/07/2023 14:43:30
17/11/2022 14:37:24