ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ນະຄອນຫຼວງວຽງຈັນ, ໂຮງຮຽນມັດທະຍົມສົມບູນມິດຕະພາບ ລາວ - ສປປ ເກົາຫຼີ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ໄດ້ຈັດພິທີປະກາດຊື່ ໂຮງຮຽນມັດທະຍົມສົມບູນມິດຕະພາບ ລາວ - ສ
ເຜີຍແຜ່ໂດຍ: moderator ເວລາ: 10/10/2025 11:01:53 ຈຳນວນຢ້ຽມຊົມ 41 ຄັ້ງ ໃນຕອນເຊົ້າວັນທີ 09 ຕຸລາ 2025, ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ນະຄອນຫຼວງວຽງຈັນ, ໂຮງຮຽນມັດທະຍົມສົມບູນມິດຕະພາບ ລາວ - ສປປ ເກົາຫຼີ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປະກາດຊື່ ໂຮງຮຽນມັດທະຍົມສົມບູນມິດຕະພາບ ລາວ - ສປປ ເກົາຫຼີ ແລະ ປາຖະກະຖາ ວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ (10/10/1945-10/10/2025) ທີ່ ບ້ານນາຄວາຍໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ໃນພິທີຄັ້ງນີ້ໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ປອ. ອາດສະພັງທອງ ສີພັນດອນ, ກໍາມະການສູນກາງພັກ, ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ປະທານສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ແລະ ມີສະຫາຍ ຕາງໜ້າຈາກຫ້ອງວ່າການສູນກາງພັກ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ສາມອົງການຈັດຕັ້ງມະຫາຊົນນະຄອນຫຼວງ, ສະຫາຍ ນາງ ວິໄລວອນ ຈັນທະລາຕີ, ປະທານຄະນະກໍາມະການປົກຄອງເມືອງໄຊເສດຖາ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເສດຖາ, ມີບັນດາຄະນະປົກຄອງບ້ານນາຄວາຍໃຕ້, ຈາກພາກສ່ວນທີ່ກ່ຽວຂ້ອງຂອງສູນກາງ, ພ້ອມດ້ວຍພະນັກງານຈາກສະຖານເອກອັກຄະລັກຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມປະມານ 300 ສະຫາຍ.
ໃນໂອກາດດັ່ງກ່າວ ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ຂຶ້ນກ່າວປາຖະກະຖາເຖິງຜົນງານ ແລະ ມູນເຊື້ອແຫ່ງການກໍ່ສ້າງພັກແຮງງານເກົາຫຼີ ອັນມີ ສະຫາຍ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫຍ່, ປະທານປະເທດຕະຫຼອດການ ແຫ່ງ ສປປ ເກົາຫຼີ ແລະ ຜູ້ນຳພາແສງສະຫວ່າງແນວຄິດຈຸດເຊ່ ເປັນແກນນໍາໃນພາລະກິດປະຕິວັດຂອງພັກ, ກໍາລັງປະກອບອາວຸດ ແລະ ໄດ້ນໍາພາປະຊາຊົນ ສປປ ເກົາຫຼີ ເຂົ້າໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີ ແລະ ສະຫາຍ ກິມ ເຈີງ ອິນ, ຜູ້ນໍາທີ່ຍິ່ງໃຫຍ່, ເລຂາທິການໃຫຍ່ພັກແຮງງານເກົາຫຼີຕະຫຼອດການ, ປະທານຄະນະກໍາມາທິການປ້ອງກັນຊາດ ແຫ່ງ ສປປ ເກົາຫຼີ ຕະຫຼອດການ ເປັນຜູ້ສືບຕໍ່ນໍາພາລະກິດດັ່ງກ່າວ, ໃນປະຈຸບັນພາຍໃຕ້ການນໍາພາຂອງ ສະຫາຍ ກິມ ເຈີງ ອຸນ, ຜູ້ນໍາທີ່ເຄົາລົບຮັກ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດ ແຫ່ງ ສປປ ເກົາຫຼີ ອັນໄດ້ເຮັດໃຫ້ ສປປ ເກົາຫຼີ ມີການພັດທະນາຮອດດ້ານ, ການເມືອງມີສະຖຽນລະພາບໜັກແໜ້ນ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງທັນສະໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີ ໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ, ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງສະພາບການຕົວຈິງ ໃນການພັດທະນາກໍ່ຄືຜົນສໍາເລັດອັນໃຫຍ່ຫຼວງທີ່ປະຊາຊົນ ສປປ ເກົາຫຼີ ຍາດມາໄດ້. ພ້ອມດຽວກັນນີ້ ສະຫາຍ ເອກອັກຄະລັດຖະທູດ ກໍຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີໃນໄລຍະຜ່ານມາ.
ໃນພິທີນີ້, ໄດ້ມີການປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບ ລາວ - ສປປ ເກົາຫຼີ ຢ່າງເປັນທາງການ, ເຊິ່ງສະຫາຍ ປອ. ອາດສະພັງທອງ ສີພັນດອນ, ໄດ້ໃຫ້ກຽດຂຶ້ນມີຄໍາເຫັນ ໂດຍຊີ້ໃຫ້ເຫັນເຖິງປະຫວັດຄວາມເປັນມາ, ການພັດທະນາໃນແຕ່ລະໄລຍະ ແລະ ຄວາມສໍາຄັນຂອງໂຮງຮຽນມິດຕະພາບ ລາວ - ສປປ ເກົາຫຼີ, ເຊິ່ງໂຮງຮຽນດັ່ງກ່າວ ແມ່ນເປັນສັນຍາລັກແຫ່ງການພົວພັນຮ່ວມມືລະຫວ່າງ ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ສປປ ເກົາຫຼີ - ລາວ ກໍຄືສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ ທີ່ໄດ້ສ້າງຕັ້ງຂຶ້ນບົນພື້ນຖານໄມຕິຈິດມິດຕະພາບ ແລະ ການຮ່ວມມື ເພື່ອປະຕິບັດພາລະກິດສັງຄົມນິຍົມ ແລະ ເຊື່ອໝັ້ນວ່າໂຮງຮຽນແຫ່ງນີ້ ຈະໄດ້ຮັບການປັນປຸງໃຫ້ເປັນໂຮງຮຽນທີ່ທັນສະ ໄໝຢ່າງຮອດດ້ານໃນອະນາຄົດ.
ໃນພິທີດັ່ງກ່າວ ຍັງມີການສະແດງສິລະປະຂອງ ລາວ ແລະ ສປປ ເກົາຫຼີ ທີ່ເປັນການສ້າງກິດຈະກຳຮ່ວມກັນ ທັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ, ເຊິ່ງໄດ້ເຮັດໃຫ້ບັນຍາກາດໃນພິທີດັ່ງກ່າວມີຄວາມໝາຍ ແລະ ຄວາມສໍາຄັນຕໍ່ການພົວພັນຂອງສອງປະເທດ.
09/10/2025 08:35:40
03/10/2025 15:43:46
19/09/2025 14:02:11
18/09/2025 14:09:50
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
12/07/2023 14:43:30
17/11/2022 14:37:24