ປາຖະກະຖາ ວັນຢຶດອຳນາດ 23 ສິງຫາ 1945 ແລະ 23 ສິງຫາ 1975, ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ແລະ ພິທີປະກາດການຈັດຕັ້ງຂອງ ຄະນະພົວພັນຕ່າງປະເທດສູນກາງພັກ
ເຜີຍແຜ່ໂດຍ: moderator ເວລາ: 18/09/2025 14:09:50 ຈຳນວນຢ້ຽມຊົມ 35 ຄັ້ງ ໃນວັນທີ 18 ກັນຍາ 2025, ທີ່ສໍານັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີການຈັດພິທີປະຖະກະຖາ ເອກະສານສຳຄັນຄື: ວັນຢຶດອຳນາດ 23 ສິງຫາ 1945 ແລະ 23 ສິງຫາ 1975; ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ( 2/9/1945-2/9/2025) ໂດຍການໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດຄວາມເປັນມາ, ການຕໍ່ສູ້ກູ້ຊາດອັນພິລະອາດຫານຂອງປະຊາຊົນລາວບັນດາເຜົ່າ ເພື່ອໃຫ້ສະມາຊິກພັກ, ພະນັກງານ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມເສຍສະຫຼະ, ຄວາມສາມັກຄີຂອງປວງຊົນລາວທັງຊາດ; ໄຊຊະນະດັ່ງກ່າວແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ໂດຍນຳໃຊ້ 03 ບາດຄ້ອນຍຸດທະສາດເພື່ອຢຶດອຳນາດການປົກຄອງໃນທົ່ວປະເທດແບບ “ ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ” ນັ້ນສະແດງເຖິງການນໍາພາອັນສະຫຼາດສ່ອງໃສຂອງພັກທີ່ຮູ້ ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກໍາຕົວຈິງຂອງການປະຕິວັດຢ່າງປະດິດສ້າງ ແລະ ທັງເປັນໄຊຊະນະຂອງຄວາມສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງ ປະຊາຊົນ 3 ຊາດ ອິນດູຈີນ: ລາວ, ຫວຽດນາມ ແລະ ກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫລ່ກັນຕ້ານສັດຕູໂຕດຽວກັນ.
ຈາກນັ້ນ, ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຫວນຄືນປະຫວັດການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າງາມ ແລະ ຜົນງານທີ່ພົ້ນເດັ່ນຂອງ ສສ ຫວຽດນາມ ຕະຫຼອດໄລຍະ 80 ປີ ຜ່ານມາ; ໂດຍໄດ້ຍົກໃຫ້ເຫັນ 3 ເນື້ອໃນໃຫຍ່ ເປັນຕົ້ນ: 1) ຄວາມໝາຍສໍາຄັນຂອງການປະຕິວັດເດືອນສິງຫາ 1945 ທີ່ໄດ້ສົ່ງຜົນສະທ້ອນອັນໃຫຍ່ຫຼວງໃນການສ້າງເງື່ອນໄຂ ແລະ ກາລະໂອກາດໃຫ້ການປະຕິວັດຢູ່ຫວຽດນາມ ໂດຍໄດ້ທໍາລາຍຕ່ອງໂສ້ຄວາມເປັນຂ້າທາດຂອງຈັກກະພັກລ່າເມືອງຂຶ້ນແບບເກົ່ານັບເປັນເວລາຫຼາຍສິບປີນັ້ນລົງ ພ້ອມທັງປະກາດເອກະລາດ ແລະ ກ້າວສູ່ສັງກາດໃໝ່ ໂດຍມີ ປະທານ ໂຮ່ຈິມິນ ເປັນຜູ້ນໍາ; 2) ຜົນງານ 80 ປີແຫ່ງການກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຫວຽດນາມ ຊຶ່ງ ສະຫາຍ ໄດ້ເນັ້ນສີ່ເນື້ອໃນເຊັ່ນ: ໄຊຊະນະອັນໃຫຍ່ຫຼວງໃນການທ້ອນໂຮມປະເທດຊາດ, ການປະຕິບັດພັນທະສາກົນ, ການນໍາພາປະເທດຊາດກ້າວສູ່ເສັ້ນທາງສັງຄົມນິຍົມ, ຜົນສໍາເລັດການນໍາພາປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກເປັນເວລາ 4 ທົດສະວັດຜ່ານມາ ໄດ້ພິສູດໃຫ້ເຫັນໝາກຜົນຮອບດ້ານໃນການພັດທະນາປະເທດ ເປັນຕົ້ນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ແລະ 3) ໄດ້ຍົກໃຫ້ເຫັນມູນເຊື້ອ-ໝາກຜົນຂອງການພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ ໂດຍແມ່ນບັນພະບູລຸດ ລາວ-ຫວຽດນາມ ເປັນຜູ້ກໍ່ຕັ້ງໄວ້ ຊຶ່ງສອງພັກ-ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດເຄີຍຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຮ່ວມຂຸມຄອງດຽວກັນ ຕີສັດຕູໂຕດຽວກັນ ແລະ ມີພັກກອມມູນິດອິນດູຈີນໃນການກໍ່ຕັ້ງພັກຕົນ ແລະ ນໍາພາຍາດເອົາໄຊຊະນະເປັນກ້າວໆມາ. ພາຍຫຼັງ ສປປ ລາວ ໄດ້ຮັບການປົດປ່ອຍໃນປີ 1975 ສອງປະເທດໄດ້ລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືນໍາກັນ. ມາຮອດປັດຈຸບັນ, ສາຍພົວພັນ ແລະ ຄວາມສາມັກຄີພິເສດຂອງສອງປະເທດຍິ່ງໄດ້ຮັບການເພີ່ມພູນຄູນສ້າງທັງລວງກວ້າງ ແລະ ລວງເລິກ ພ້ອມກັນນີ້, ທ່ານໄດ້ຍົກບາງທິດທາງກ່ຽວກັບການພົວພັນຮ່ວມມື ລາວ-ຫວຽດນາມ ໃນໄລຍະຕໍ່ໜ້າຕື່ມອີກ.
ໃນວັນດຽວກັນນີ້, ຄະນະພົວພັນຕ່າງປະເທດສູນກາງພັກ ກໍ່ໄດ້ຈັດພິທີປະກາດການແຕ່ງຕັ້ງຕຳແໜ່ງບໍລິຫານຂັ້ນຮອງຫົວໜ້າກົມ ແລະ ຂັ້ນພະແນກຈຳນວນໜຶ່ງ, ໃນໂອກາດ ສະຫາຍຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໂອ້ລົມໃຫ້ທິດຊີ້ນຳຕໍ່ພະນັກງານທີ່ໄດ້ຮັບການເລື່ອນຕຳແໜ່ງບໍລິຫານ ໃຫ້ເອົາໃຈໃສ່ເພີ່ມທະວີການນຳໃຊ້ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການເປັນກຳລັງແຮງໃຫ້ແກ່ ຄະນະພົວພັນຕ່າງປະເທດສູນກາງພັກ ໃນໄລຍະໃໝ່.
18/09/2025 14:09:50
16/09/2025 10:55:18
09/09/2025 16:09:12
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
04/04/2023 15:42:25
12/07/2023 14:43:30
17/11/2022 14:37:24