ອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ສໍາເລັດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ III
ເຜີຍແຜ່ໂດຍ: moderator ເວລາ: 09/09/2025 16:09:12 ຈຳນວນຢ້ຽມຊົມ 78 ຄັ້ງ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 09 ກັນຍາ 2025 ທີ່ສະໂມສອນຂອງ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6), ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ມີແຂກຖືກເຊີນຈາກບັນດາອົງການອ້ອມຂ້າງສຳນັກງານສູນກາງພັກ; ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາສະຫາຍສະມາຊິກພັກອາວຸໂສ ແລະ ບັນດາສະມາຊິກພັກສົມບູນທົ່ວອົງຄະນະພັກ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ໄດ້ເປັນເອກກະພາບກັນຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ສະໄໝທີ II ພ້ອມດ້ວຍ ແຜນພັດທະນາຄະນະພົວພັນຕ່າງປະເທດສູນກາງພັກ ໄລຍະ ປີ 2025-2029, ພ້ອມຕີລາຄາເລິກເຊິ່ງຢ່າງກົງໄປກົງມາ ຕໍ່ການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້, ເຊິ່ງໄດ້ສ້າງພື້ນຖານສໍາຄັນໃຫ້ແກ່ການສືບຕໍ່ປັບປຸງ, ຍົກລະດັບປະສິດທິພາບ ໃນການຈັດຕັ້ງປະຕິບັດວຽກງານຂອງຄະນະພົວພັນຕ່າງປະເທດສູນກາງພັກ ໃຫ້ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນໃນຊຸມປີຕໍ່ໜ້າ, ທັງຮັບປະກັນໃນການເປັນເສນາທິການວຽກງານຕ່າງປະເທດ ໃຫ້ສູນກາງພັກຢ່າງໜັກແໜ້ນ.
ອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ຄຕພ ເຂົ້າໃນວຽກງານຕົວຈິງຢ່າງຕັ້ງໜ້າ ເຮັດໃຫ້ ຄຕພ ມີການພັດທະນາໜັກແໜ້ນຂຶ້ນເປັນກ້າວໆ, ເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ການພົວພັນຮ່ວມມື ກັບພັກອ້າຍນ້ອງ ເພື່ອນມິດຍຸດທະສາດ ໄດ້ຮັບການເພີ່ມທະວີ ແລະ ຫັນເຂົ້າສູ່ລວງເລິກ, ການພົວພັນກັບພັກການເມືອງອື່ນໆ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍສືບຕໍ່ເປີດກວ້າງ, ວຽກງານການທູດປະຊາຊົນຂອງພັກ ກໍໄດ້ຮັບການຍູ້ແຮງ ແລະ ສືບຕໍ່ເສີມຂະຫຍາຍ, ປະກອບສ່ວນສໍາຄັນເຂົ້າໃນການສ້າງສະພາບແວດລ້ອມອັນອໍານວຍ ແລະ ນໍາເອົາຜົນປະໂຫຍດຕົວຈິງນັບມື້ນັບຫຼາຍຂຶ້ນ ມາໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດກ້າວສູ່ຈຸດໝາຍສັງຄົມນິຍົມ.
ກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ຄະນະພົວພັນຕ່າງປະເທດສູນກາງພັກ ຊຸດທີ III ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ ທັງໝົດ 9 ສະຫາຍ, ຍິງ 1 ສະຫາຍ, ເລືອກເອົາ 7 ສະຫາຍ, ຍິງ 1 ສະຫາຍ. ໃນນີ້, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຮັບຮອງເອົາ ສະຫາຍ ບຸນເຫຼືອ ພັນດານຸວົງ ເປັນເລຂາຄະນະບໍລິຫານງານພັກ; ສະຫາຍ ວາລະໄຊ ເລັ່ງສະຫວັດ ເປັນຮອງເລຂາຄະນະພັກ, ທັງເປັນປະທານກວດກາພັກ; ສະຫາຍ ນາງ ສຸກສະຫວັນ ແກ້ວວິໄລວັນ ເປັນຮອງປະທານກວດກາ.
ໃນຕອນທ້າຍ, ກອງປະຊຸມໃຫຍ່ ໄດ້ຮັບຟັງຄໍາເຫັນໂອ້ລົມຊີ້ນໍາ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ເຊິ່ງໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນຳພາ-ຊີ້ນຳຂອງບັນດາສະຫາຍຄະນະບໍລິຫານງານພັກ ໃນການປະຕິບັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້ ແລະ ຍາດໄດ້ຜົນສຳເລັດໃນຫຼາຍດ້ານ. ພ້ອມກັນນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ຊີ້ນໍາໃຫ້ສືບຕໍ່ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ ແລະ ປັບປຸງແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງໃນແຕ່ລະດ້ານ ແລະ ຮຽກຮ້ອງໃຫ້ຄະນະບໍລິຫານງານພັກຊຸດໃໝ່ ສືບຕໍ່ນຳພາ-ຊີ້ນຳ ຈັດຕັ້ງຜັນຂະ ຫຍາຍ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ ໃຫ້ເຂົ້າສູ່ລວງເລິກ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຈະຕ້ອງໄດ້ສູ້ຊົນນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານພົວພັນຕ່າງປະເທດ ຂອງພັກ, ໂດຍຍຶດໝັ້ນແນວທາງການຕ່າງປະເທດຂອງພັກ ທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ວາງອອກ ໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.
09/09/2025 16:09:12
09/09/2025 08:39:43
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
12/07/2023 14:43:30
04/04/2023 15:42:25
16/03/2022 08:33:46