ພິທີປາຖະ ກະຖາເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 77 ປີ (9/9/1948 - 9/9/2025). ທີ່ແຂວງບໍລິຄໍາໄຊ
ເຜີຍແຜ່ໂດຍ: moderator ເວລາ: 09/09/2025 08:39:43 ຈຳນວນຢ້ຽມຊົມ 38 ຄັ້ງ ໃນຕອນເຊົ້າວັນທີ 05 ກັນຍາ 2025 ທີ່ ແຂວງບໍລິຄໍາໄຊ, ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ ແລະ ອົງການປົກຄອງແຂວງບໍລິຄໍາໄຊ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະ ກະຖາເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 77 ປີ (9/9/1948 - 9/9/2025).
ໃຫ້ກຽດເຂົ້າຮ່ວມໃນພິທີປາຖະກະຖາໃນຄັ້ງນີ້ມີ: ສະຫາຍ ປອ. ສອນທະນູ ທໍາມະວົງ, ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານກຳມະການປົກຄອງແຂວງບໍລິຄໍາໄຊ; ສະຫາຍ ນາງ ວິລະວອນ ພັນທະວົງ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະມາຄົມປະທານສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ; ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ; ພ້ອມດ້ວຍພະນັກງານທີ່ມາຈາກພາກສ່ວນກ່ຽວຂ້ອງ ທັງ ສປປ ເກົາຫຼີ ແລະ ລາວ ຈໍານວນປະມານ 400 ກວ່າຄົນເຂົ້າຮ່ວມ.
ໃນໂອກາດນີ້ ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ຂຶ້ນກ່າວປາຖະກະຖາ ເຊິ່ງເນື້ອໃນເວົ້າເຖິງຜົນງານຂອງພັກແຮງງານເກົາຫຼີ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫຼີ ພາຍໃຕ້ການຊີ້ນໍາໆພາຂອງ ສະຫາຍ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫຍ່, ປະທານປະເທດຕະຫຼອດການ ແຫ່ງ ສປປ ເກົາຫຼີ ແລະ ຜູ້ນຳພາແສງສະຫວ່າງແນວຄິດຈຸດເຊ່ ໃນພາລະກິດປະຕິວັດຂອງພັກ, ກໍາລັງປະກອບອາວຸດ ແລະ ປະຊາຊົນ ສປປ ເກົາຫຼີ ໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດກໍ່ຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີ ແລະ ສະຫາຍ ກິມ ເຈີງ ອິນ, ຜູ້ນໍາທີ່ຍິ່ງໃຫຍ່, ເລຂາທິການໃຫຍ່ພັກແຮງງານເກົາຫຼີຕະຫຼອດການ, ປະທານຄະນະກໍາມະທິການປ້ອງກັນຊາດແຫ່ງ ສປປ ເກົາຫຼີ ຕະຫຼອດການ; ໃນປະຈຸບັນພາຍໃຕ້ການນໍາພາຂອງ ສະຫາຍ ກິມ ເຈີງ ອຸນ, ຜູ້ນໍາທີ່ເຄົາລົບຮັກ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດແຫ່ງ ສປປ ເກົາຫຼີ ເຮັດໃຫ້ ສປປ ເກົາຫຼີ ນັບມື້ມີການພັດທະນາ, ການເມືອງມີສະຖຽນລະພາບໜັກແໜ້ນ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງ, ທັນສະໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີ ໄດ້ຮັບການປັບປຸງດີຂື້ນເທື່ອລະກ້າວ ແລະ ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງສະພາບການຕົວຈິງ ໃນ ການພັດທະນາກໍ່ຄືຜົນສໍາເລັດອັນໃຫຍ່ຫຼວງທີ່ປະຊາຊົນ ສປປ ເກົາຫຼີ ຍາດມາໄດ້. ພ້ອມດຽວກັນນີ້ ສະຫາຍເອກອັກຄະລັດຖະທູດ ກໍ່ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ ໃນໄລຍະຜ່ານມາ ແລະ ປັດຈຸບັນ.
ພາຍຫຼັງ ທີ່ ສະຫາຍ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ສໍາເລັດກ່າວປາຖະກະຖາ, ສະຫາຍ ສອນທະນູ ທຳມະວົງ, ກຳມະການສູນກາງພັກ, ເລຂາພັກແຂວງ ກໍ່ໄດ້ກ່າວສະແດງຄວາມຂອບໃຈແລະ ມອບກະຕ່າດອກໄມ້ອວຍພອນ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນຖືກຕ້ອງ, ເດັດດ່ຽວ, ເຂັ້ມແຂງ ຂອງພັກແຮງງານເກົາຫຼີ, ອັນມີ ສະຫາຍ ກິມ ເຈິງ ອຸນ, ຜູ້ນໍາທີ່ເຄົາລົບຮັກ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດແຫ່ງ ສປປ ເກົາຫຼີນັ້ນ, ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາສ້າງສາປະເທດຕາມຈຸດໝາຍ ທີ່ວາງໄວ້. ໃນໂອກາດດັ່ງກ່າວ, ສະຫາຍ ນາງ ວິລະວອນ ພັນທະວົງ, ຮອງຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ, ຮອງປະທານສະມາຄົມມິດຕະພາບລາວ - ສປປ ເກົາຫຼີ ຕາງໜ້າຄະນະບໍລິຫານງານສະມາຄົມມິດຕະພາບລາວ - ສປປ ເກົາຫຼີ ມອບຄອມພິວເຕີໂນດບຸກ ຈຳນວນ 02 ເຄື່ອງໃຫ້ແກ່ແຂວງບໍລິຄຳໄຊ.
ໃນພິທີດັ່ງກ່າວຍັງໄດ້ມີການວາງສະແດງຮູບພາບ, ສາຍວີດີໂອ ແລະ ສະແດງສີລະປະ ເຮັດໃຫ້ພິທີດັ່ງກ່າວມີຄວາມ ໝາຍ ແລະ ມີບັນຍາກາດເບີກບານມ່ວນຊື່ນ.
09/09/2025 16:09:12
09/09/2025 08:39:43
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
02/02/2023 10:46:44
12/07/2023 14:43:30
04/04/2023 15:42:25
16/03/2022 08:33:46