ພິທີປີດຊຸດຝຶກອົບຮົມ ຫົວຂໍ້ ສະເພາະສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ
ເຜີຍແຜ່ໂດຍ: moderator ເວລາ: 15/07/2025 09:14:50 ຈຳນວນຢ້ຽມຊົມ 31 ຄັ້ງ ໃນວັນທີ 14 ກໍລະກົດ 2025, ທີ່ນະຄອນຫຼວງວຽງຈັນ, ຄະນະຈັດຕັ້ງສູນກາງພັກ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ ລາວ ໄດ້ຈັດພິທີປີດ ຊຸດຝຶກອົບຮົມຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ມີບັນດາຄະນະນຳຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາຫົວໜ້າ-ຮອງກົມ ແລະ ພະນັກງານຈາກພາກສ່ວນກ່ຽວຂ້ອງຂອງລາວ, ພ້ອມດ້ວຍນັກສໍາມະນາກອນຈາກ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ ເຂົ້າຮ່ວມຢ່າງພ້ອມພຽງ.
ຊຸດຝຶກອົບຮົມດັ່ງກ່າວດໍາເນີນ ແຕ່ວັນທີ 7-15 ກໍລະກົດ 2025, ໂດຍມີຜູ້ເຂົ້າຮ່ວມຈາກ ລາວ ຈໍານວນ 20 ສະຫາຍ, ຫວຽດນາມ 12 ສະຫາຍ ແລະ ກໍາປູເຈຍ 15 ສະຫາຍ, ລວມທັງໝົດ 47 ສະຫາຍ (ຍິງ 3 ສະຫາຍ). ສະຫາຍ ປອ ດາວສະຫວັນ ເຄືອມີໄຊ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຂຶ້ນລາຍງານ ກ່ຽວກັບຜົນສຳເລັດການຝຶກອົບຮົມຄັ້ງນີ້, ຊຶ່ງໃນໄລຍະເວລາຂອງການຝຶກອົບຮົມ 9 ວັນ, ນັກສໍາມະນາກອນ ນອກຈາກໄດ້ແລກປ່ຽນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະພັກ, ແຕ່ລະປະເທດແລ້ວ, ຍັງໄດ້ໄປຢ້ຽມຢາມສະຖານທີ່ປະຫວັດສາດ ແລະ ພື້ນຖານການຜະລິດຈຳນວນໜຶ່ງ ເປັນຕົ້ນແມ່ນ: ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ, ຫໍພິພິທະພັນສິນລະປະລາວ, ພະທາດຫຼວງ, ປະຕູໄຊ, ຫໍພິພິຕະພັນກອງທັບປະຊາຊົນລາວ, ບໍລິສັດສະຕາໂທລະຄົມ ເພື່ອໃຫ້ນັກສຳມະນາກອນກຳໄດ້ທິດສະດີ ແລະ ປະສົມປະສານພຶດຕິກຳຕົວຈິງ, ພ້ອມນັ້ນ ຊຸດຝຶກອົບຮົມດັ່ງກ່າວ ຍັງໄດ້ຢ້ຽມຢາມພື້ນຖານການຜະລິດ ແລະ ແຫຼ່ງວັດທະນະທຳ ທຳມະຊາດຈຳນວນໜຶ່ງຢູ່ເມືອງວັງວຽງ, ແຂວງວຽງຈັນ.
ສະຫາຍ ນາງ ສີໃສ ລືເດດມູນສອນ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຕີລາຄາສູງຕໍ່ຜົນສຳເລັດຊຸດຝຶກອົບຮົມຄັ້ງນີ້ ແລະ ສະແດງຄວາມຊົມເຊີຍນັກສຳມະນາກອນ ທີ່ໄດ້ເອົາໃຈໃສ່ຕິດຕາມ, ຄົ້ນຄວ້າ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ແລະ ມີເນື້ອໃນອຸດົມສົມບູນ, ພ້ອມດຽວກັນນັ້ນ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຜູ້ເຂົ້າຮ່ວມຝຶກອົບຮົມ, ໂດຍໄດ້ເນັ້ນໃນການສືບຕໍ່ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍການພົວພັນຮ່ວມມືຂອງ 3 ພັກ, 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ ພັກ, ລັດ ແລະ ປະຊາຊົນ 3 ປະເທດ ກໍ່ຄື ເພື່ອພາລະກິດແຫ່ງການເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ໃນຕອນທ້າຍ, ສະຫາຍ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ທັງ 3 ພັກ ແລະ ອວຍພອນໃຫ້ນັກສຳມະນາກອນທັງໝົດຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ປະຕິບັດໜ້າທີ່ອັນມີກຽດ ທີ່ ພັກ, ລັດ ມອບໝາຍໃຫ້ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບທຸກປະການ.
15/07/2025 09:14:50
14/07/2025 13:10:55
11/07/2025 15:25:24
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46