ຄະນະພົວພັນຕ່າງປະເທດສູນກາງພັກ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 100 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ
ເຜີຍແຜ່ໂດຍ: moderator ເວລາ: 30/05/2025 16:33:57 ຈຳນວນຢ້ຽມຊົມ 40 ຄັ້ງ
ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2025 ຢູ່ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ 2025 ຄົບຮອບ 100 ປີ (01/06/1925-01/06/2025) ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ແລະ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ພ້ອມດ້ວຍພັນລະຍາ, ມີບັນດາສະຫາຍຄະນະກົມ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ພະນັກງານຄະນະພົວພັນຕ່າງປະເທດສູງກາງພັກ ພ້ອມດ້ວຍລູກຫຼານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທິປູກຕົ້ນໄມ້ແຫ່ງຊາດ ໃນຄັ້ງນີ້ ເປັນການຈັດຕັ້ງປະຕິບັດແຜນພັດທະນາຂອງຊາດ ໃນການເສີມສ້າງສະພາບແວດລ້ອມໃຫ້ມີຄວາມຍືນຍົງ, ເພີ່ມພື້ນທີ່ສີຂຽວ, ເປັນການປັບປຸງທັດສະນີຍະພາບ ພາຍໃນ ຄະນະພົວພັນຕ່າງປະເທດສູນກາງພັກ, ໃຫ້ຮົ່ມເຢັນ, ທັງເປັນການຫຼຸດຜ່ອນພາວະໂລກຮ້ອນ, ແນໃສ່ປູກຈິດສໍານຶກໃຫ້ ເດັກນ້ອຍ ໄດ້ຮູ້ຄຸນຄ່າ ແລະ ຄຸນປະໂຫຍດຂອງຕົ້ນໄມ້ຫຼາຍຂຶ້ນກວ່າເກົ່າ.
ພາຍຫຼັງກິດຈະກໍາປູກຕົ້ນໄມ້ແຫ່ງຊາດ ສະຫາຍ ນາງ ສຸກສະຫວັນ ແກ້ວວິໄລວັນ, ປະທານສະຫະພັນແມ່ຍິງ ຄຕພ ໄດ້ນໍາພານ້ອງນ້ອຍເຍົາວະຊົນ ເຄື່ອນໄຫວກິດຈະກໍາວັນເດັກນ້ອຍສາກົນ ໂດຍສະຫາຍ ໄດ້ຍົກໃຫ້ເຫັນຄວາມ ໝາຍ, ຄວາມສໍາຄັນຂອງວັນເດັກສາກົນ ທີ່ມີປະຫວັດຄວາມເປັນມາຍາວນານ 100 ປີຜ່ານມາ, ເຊິ່ງປີນີ້ແມ່ນພາຍໃຕ້ຄໍາຂວັນ “ ສ້າງຄວາມເຂັ້ມແຂງໃຫ້ເດັກທຸກຄົນ: ສິດເທົ່າທຽມກັນ, ອະນາຄົດທີ່ປອດໄພ”, ແນໃສ່ຊຸກຍູ້ສົ່ງເສີມເດັກນ້ອຍ, ສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກ ໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ ກ້າວເປັນຜູ້ໃຫຍ່ ທີ່ມີຄຸນນະພາບ, ເປັນເດັກຄໍາຮູ້ຂອງພໍ່ແມ່, ເປັນນັກຮຽນດີ, ຮຽນເກັ່ງຂອງ ຄູ ແລະ ເປັນພົນລະເມືອງທີ່ດີຂອງສັງຄົມ, ເປັນກໍາລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງຊອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.
ພ້ອມດຽວກັນນີ້, ສະຫາຍນາງ ຂັນມາລາ ພັນດານຸວົງ ແລະ ສະຫາຍ ນາງ ພອນມາລີ ເລັ່ງສະຫວັດ, ພັນລະຍາ ຂອງການນໍາ ຄະນະພົວພັນຕ່າງປະເທດສູນກາງພັກ ຍັງໄດ້ໃຫ້ກຽດເຂົ້າຮ່ວມ ແລະ ມອບຂອງຂວັນ, ເຄື່ອງທີ່ລະນຶກແກ່ເດັກນ້ອຍ, ເຊິ່ງໄດ້ສະແດງເຖິງຄວາມເປັນຫ່ວງເປັນໃຍ, ຄວາມເອົາໃຈໃສ່ ຂອງການນໍາ ຄຕພ ທີ່ໄດ້ສ້າງເງື່ອນໄຂໃຫ້ແກ່ລູກຫຼານພະນັກງານ ໄດ້ມີໂອກາດໄດ້ພົບພໍ້ຢ້ຽມຢາມຖາມຂ່າວ, ຮູ້ຈັກຄຸ້ນເຄີຍກັນ, ເດັກຍິງ, ເດັກຊາຍ ມີຄວາມເທົ່າທຽມກັນໃນການສະແດງຄວາມຮູ້, ຄວາມສາມາດຕາມພອນສະຫວັນຂອງຕົນ, ເຫັນໄດ້ຮອຍຍິ້ມທີ່ອົບອຸ່ນ ລະຫວ່າງຜູ້ປົກຄອງ ແລະ ລູກຫຼານ; ກິດຈະກໍາວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດໄດ້ສໍາເລັດລົງ ດ້ວຍຄວາມເບີກບານມ່ວນຊື່ນ.
30/05/2025 16:33:57
27/05/2025 15:03:03
27/05/2025 14:57:45
24/05/2025 17:17:31
23/05/2025 10:48:56
23/05/2025 08:55:49
20/05/2025 15:44:44
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46