ການທອດຖວາຍຜ້າປ່າສາມັກຄີ ທີ່ ວັດສີນວນ, ຈັງຫວັດຂອນແກ່ນ, ຣາຊະອານາຈັກໄທ
ເຜີຍແຜ່ໂດຍ: moderator ເວລາ: 27/05/2025 15:03:03 ຈຳນວນຢ້ຽມຊົມ 72 ຄັ້ງ ໃນວັນທີ 25 ພຶດສະພາ 2025 ສະມາຄົມ ລາວ-ໄທ ເພື່ອມິດຕະພາບ ແລະ ສະມາຄົມ ໄທ-ລາວ ເພື່ອມິດຕະພາບ, ຄະນະພົວພັນປະເທດສູນກາງພັກ, ກະຊວງການຕ່າງປະເທດ, ສູນກາງແນວລາວສ້າງຊາດ, ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ບັນດາຄອບຄົວການນຳຈຳນວນໜຶ່ງ, ນັກທຸກິດລາວ - ໄທ ແລະ ປະຊາຊົນລາວ ໄດ້ນຳກອງຜ້າປ່າສາມັກຄີ ລາວ -ໄທ ໄປທອດຖວາຍ ຢູ່ວັດສີນວນ, ຈັງຫວັດຂອນແກ່ນ ຝ່າຍພຣະສົງ ນຳໂດຍ ຍ່າທານໃຫຍ່ ມະຫາເວດ ມະເສໄນ, ຮອງປະທານສູນກາງອົງການພຸດທະສາໜາສຳພັນ ແຫ່ງ ສປປ ລາວ, ຝ່າຍຄະລາວາດ ນຳໂດຍ ທ່ານ ນາງ ວຽງເງິນ ໄຂຄຳພິທູນ, ພັນລະຍາທ່ານຮອງນາຍົກລັດຖະມົນຕີ, ທ່ານ ຫຼີ ບຸນຄໍ້າ, ປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ, ທ່ານ ຄຳພັນ ອັ່ນລາວັນ, ເອກອັກຄະລັດຖະທູດວິສາມັັັັັັັັັັັັັັັັັັັັັັັັັັັັັັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກໄທ, ທ່ານ ສົມສັກ ວິໄລທອນ, ກົງສູນໃຫຍ່ ແຫ່ງ ສປປ ລາວ ເຊິ່ງໃຫ້ກຽດຮັບກອງຜ້າປ່າໂດຍ ພຣະຄຣູ ປະຣິຍັດ ທຳມະໂນສາດ, ເຈົ້າອະທິການວັດສີນວນ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນເທບ ເສົາໂກສົນ, ຮອງຜູ້ວ່າຣາຊະການ ຈັງຫວັດຂອນແກ່ນ, ທ່ານ ກຽດຕິຄຸນ ຊາດປະເສີດ, ປະທານສະມາຄົມ ໄທ-ລາວ ເພື່ອມິດຕະພາບ, ທ່ານ ນາງ ຈີຣັດສະຍາ ພິຣານົນ, ອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ປະຊາຊົນຊາວຂອນແກ່ນ ເຂົ້າຮ່ວມ.
ການທອດຖວາຍຜ້າປ່າສາມັກຄີລາວ - ໄທ ແມ່ນກິດຈະກຳ ຂອງສອງສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ທີ່ເຄີຍປະຕິບັດຮ່ວມກັນມາ ແລະ ເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວໄທ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງສະມາຄົມລາວ - ໄທ, ໄທ - ລາວ ເພື່ອມິດຕະພາບ ຄົບຮອບ 32 ປີ, ເພື່ອສົ່ງເສີມ ແລະ ອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງ ປະຊາຊົນລາວ ແລະ ໄທ, ທັງເປັນການຊຸກຍູ້ໃຫ້ມີການໄປມາຫາສູ່ເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນລາວ ແລະ ໄທ ນັບມື້ນັບຫຼາຍຂຶ້ນ, ພ້ອມທັງເປັນການຈັດຕັ້ງຜັນຂະຫຍາຍການຮ່ວມມືໃນຖານະເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ພັດທະນາແບບຍືນຍົງ ລາວ-ໄທ ກໍ່ຄືການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ໄທ, ໃຫ້ນັບມື້ນັບພັດທະນາສູ່ລະດັບໃໝ່. ການທອດຖວາຍຜ້າປ່າໃນຄັ້ງນີ້ ໄດ້ປະກອບສ່ວນປັດໃຈ ເຂົ້າໃນການກໍ່ສ້າງອາຄານໂຮງຮຽນປະຣິຍັດຕິທຳ ຂອງວັດສີນວນ, ຈັງຫວັດຂອນແກ່ນ ຈຳນວນ 1.507.420.000 ກີບ ຫຼື ເທົ່າກັບ 2.266.100 ບາດ.
30/05/2025 16:33:57
27/05/2025 15:03:03
27/05/2025 14:57:45
24/05/2025 17:17:31
23/05/2025 10:48:56
23/05/2025 08:55:49
20/05/2025 15:44:44
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46