ໂທລະເລກເສົ້າສະຫຼົດໃຈ
ເຜີຍແຜ່ໂດຍ: moderator ເວລາ: 23/05/2025 08:55:49 ຈຳນວນຢ້ຽມຊົມ 220 ຄັ້ງ ໃນວັນທີ 22 ພຶດສະພາ 2025, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດລາວ ໄດ້ສົ່ງ ໂທລະເລກເສົ້າສະຫຼົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ຕໍ່ການເຖິງແກ່ມໍລະນະກໍາຂອງ ສະຫາຍ ເຈີນ ດຶກ ເລືອງ, ອະດີດກໍາມະການກົມການເມືອງສູນກາງພັັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ເມື່ອວັນທີ 20 ພຶດສະພາ 2025 ຜ່ານມາ, ເຊິ່ງມີເນື້ອໃນດັ່ງນີ້:
ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວ ສະຫາຍ ເຈີນ ດຶກ ເລືອງ, ອະດີດກໍາມະການກົມການເມືອງສູນກາງພັັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 20 ພຶດສະພາ 2025.
ສະຫາຍ ເຈີນ ດຶກ ເລືອງ ແມ່ນການນຳທີ່ດີເດັ່ນ, ເປັນການນຳຫຼັກແຫຼ່ງຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ, ເຊິ່ງຍາມໃດສະຫາຍ ກໍຍົກສູງນໍ້າໃຈເສຍສະຫຼະ, ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ, ຮັບໃຊ້ພາລະກິດປະຕິວັດຂອງພັກ, ປະເທດຊາດ ແລະ ປະຊາຊົນ ດ້ວຍຄວາມຊື່ສັດບໍລິສຸດ, ໄດ້ທຸ້ມເທສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາ ປະເທດຫວຽດນາມ ໃຫ້ຈະເລີນພັດທະນາ.
ການຈາກໄປ ຂອງ ສະຫາຍ ເຈິນ ດຶກ ເລືອງ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ເທົ່ານັ້ນ, ແຕ່ຍັງເປັນການສູນເສຍ ເພື່ອນສະຫາຍ ທີ່ໃກ້ຊິດສະໜິດສະໜົມທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າອີກດ້ວຍ. ສະຫາຍ ເຈິ່ນ ດຶກ ເລື່ອງ ຍາມໃດກໍໄດ້ເອົາໃຈໃສ່ ແລະ ໃຫ້ການສະໜັບສະໜູນຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາຂອງ ສປປ ລາວ, ໄດ້ປະກອບສ່ວນສຳຄັນໃຫຍ່ຫລວງເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້້ນັບ ແໜ້ນແຟ້ນ ແລະ ແຕກດອກອອກຜົນ ຕະຫຼອດມາ.
ໃນເວລາອັນໂສກເສົ້າເສຍດາຍນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ສະພາແຫ່ງຊາດ ສສ ຫວຽດນາມ, ປະທານປະເທດ ສສ ຫວຽດນາມ, ລັດຖະບານ ສສ ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ປະຊາຊົນຊາຊົນຫວຽດນາມ ອ້າຍນ້ອງ ພ້ອມດ້ວຍຄອບຄົວ ສະຫາຍ ເຈີນ ດຶກ ເລືອງ ມານະໂອກາດນີ້ດ້ວຍ.
ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຈະຫັນເອົາຄວາມທຸກໂສກເສຍດາຍນີ້ ໃຫ້ກາຍເປັນເຫງົ້າພະລັງແຫ່ງຄວາມສາມັກຄີ ຂອງປວງຊົນທັງຊາດ ເພື່ອສືບຕໍ່ກ້າວຂຶ້ນຢ່າງໜັກແໜ້ນ, ສ້າງປະເທດຫວຽດນາມເປັນປະເທດອຸດສາຫະກໍາຕາມທິດທັນສະໄໝ ແລະ ບັນລຸເປົ້າໝາຍ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
ນະຄອນຫຼວງວຽງຈັນ, ວັນທີ 22 ພຶດສະພາ 2025
30/05/2025 16:33:57
27/05/2025 15:03:03
27/05/2025 14:57:45
24/05/2025 17:17:31
23/05/2025 10:48:56
23/05/2025 08:55:49
20/05/2025 15:44:44
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46