ພັກປະຊາຊົນປະຕິວັດລາວ ແລະ ພັກຣັດເຊຍເອກະພາບ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືນໍາກັນ
ເຜີຍແຜ່ໂດຍ: moderator ເວລາ: 13/05/2025 11:02:17 ຈຳນວນຢ້ຽມຊົມ 141 ຄັ້ງ ເນື່ອງໃນໂອກາດຕິດຕາມຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າພິເສດຂອງປະທານປະເທດ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນໄຊຊະນະທີ່ຍິ່ງໃຫຍ່ ຂອງປະຊາຊົນໂຊວຽດ ກໍຄື ປະຊາຊົນຣັດເຊຍ ໃນສົງຄາມປ້ອງກັນປິຕິພູມ ຄົບຮອບ 80 ປີ, ໃນວັນທີ 08 ພຶດສະພາ 2025, ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຮັບການຕ້ອນຮັບ ແລະ ພົບປະກັບ ສະຫາຍ ອັນເດຼ ຄຼີມົບ, ກໍາມະການກົມການເມືອງຂອງສະພາສູງສຸດ ຂອງພັກຣັດເຊຍເອກະພາບ, ຮອງປະທານຄະນະກໍາມາທິການຕ່າງປະເທດຂອງສະພາສະຫະພັນ ແຫ່ງ ສະຫະພັນຣັດເຊຍ.
ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ສະຫລຸບຕີລາຄາສູງຕໍ່ຜົນສຳເລັດຂອງການພົວພັນຮ່ວມມື ລະຫວ່າງ ພັກປະຊາຊົນລາວ ແລະ ພັກຣັດເຊຍເອກະພາບ ໃນໄລຍະຜ່ານມາ ໃນການຈັດຕັ້ງປະຕິບັດ ອະນຸສັນຍາ ວ່າດ້ວຍ ການເປີດກ້ວາງ ແລະ ລົງເລິກ ການຮ່ວມມືຮອບດ້ານ ໃນສົກປີ 2023-2025. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບແຜນງານການເຄື່ອນໄຫວຂອງສອງພັກໃນຕໍ່ໜ້າ ແລະ ໄດ້ຕາງໜ້າໃຫ້ແກ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ລົງນາມຮ່ວມກັນກັບ ຄູ່ຮ່ວມຕໍາແໜ່ງຂອງພັກຣັດເຊຍເອກະພາບ ໃນອະນຸສັນຍາ ວ່າດ້ວຍ ການເປີດກ້ວາງ ແລະ ລົງເລິກການຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກຣັດເຊຍເອກະພາບ ໃນສົກປີ 2025-2027 ເພື່ອເປັນບ່ອນອີງທີ່ສໍາຄັນໃຫ້ການການເຄື່ອນໄຫວຮ່ວມມື ລະຫວ່າງ ສອງພັກ ໃນລະຍະ 3 ປີ ໃນຕໍ່ໜ້າ.
30/05/2025 16:33:57
27/05/2025 15:03:03
27/05/2025 14:57:45
24/05/2025 17:17:31
23/05/2025 10:48:56
23/05/2025 08:55:49
20/05/2025 15:44:44
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
14/07/2022 14:18:48
12/07/2023 14:43:30
02/02/2023 10:46:44
04/04/2023 15:42:25
16/03/2022 08:33:46