ຄະນະຜູ້ແທນສະມາຄົມແລກປ່ຽນສາກົນແຫ່ງ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
ເຜີຍແຜ່ໂດຍ: moderator ເວລາ: 10/04/2025 15:18:32 ຈຳນວນຢ້ຽມຊົມ 178 ຄັ້ງ ໂດຍຕອບສະໜອງຕາມຄໍາເຊີນ ຂອງ ສະຫາຍ ສົມມາດ ພົລເສນາ, ກຳມະການສູນກາງພັກ, ຮອງປະ ທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ; ຄະນະຜູ້ແທນສະມາຄົມແລກປ່ຽນສາກົນ ແຫ່ງປະເທດຈີນ ນໍາໂດຍ ສະຫາຍ ລີວ ຫົງ ສາຍ, ຮອງປະທານສະມາຄົມແລກປ່ຽນສາກົນແຫ່ງປະເທດຈີນ ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 06 - 09 ເມສາ 2025.
ໃນວັນທີ 07 ເມສາ 2025, ໄດ້ມີກອງປະຊຸມພົບປະແລກປ່ຽນ ລະຫວ່າງ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ສະມາຄົມແລກປ່ຽນສາກົນແຫ່ງປະເທດຈີນ. ຝ່າຍລາວ ນໍາໂດຍ ສະຫາຍ ສົມມາດ ພົລເສນາ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ; ຝ່າຍຈີນ ນໍາໂດຍ ສະຫາຍ ລີວ ຫົງ ສາຍ, ຮອງປະທານສະມາຄົມແລກປ່ຽນສາກົນແຫ່ງປະເທດຈີນ. ໃນກອງປະຊຸມ ສອງຝ່າຍ ໄດ້ແລກປ່ຽນພາລະບົດບາດ ແລະ ການເຄື່ອນໄຫວ ຂອງ ແຕ່ລະອົງການໃຫ້ ກັນຊາບ ແລະ ປຶກສາຫາລືເພື່ອສ້າງ ກົນໄກປະສານງານ, ກົນໄກການພົວພັນຮ່ວມມືໃນຕໍ່ໜ້າ ເພື່ອເຄື່ອນໄຫວ ແລະ ສ້າງກິດຈະກໍາຮ່ວມກັນ.
ສອງຝ່າຍ ຍັງໄດ້ຕີລາຄາສູງ ແລະ ຍິນດີ ທີ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດສີ່ດີ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຈີນ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ໃຫ້ນັບມື້ພັດທະນາ ແລະ ກ້າວເຂົ້າສູ່ລວງເລິກ.
ນອກຈາກພົບປະເຮັດວຽກ, ຢູ່ນະຄອນຫຼວງວຽງຈັນ ຄະນະຜູ້ແທນ ສະມາຄົມເພື່ອການແລກປ່ຽນສາກົນແຫ່ງ ສປ ຈີນ ຍັງໄດ້ໄປເຂົ້າຮ່ວມພິທີວາງສີລາເລີກໂຄງການກໍ່ສ້າງອາຄານໂຮງຮຽນປະຖົມບ້ານກົກງີ້ວ, ເມືອງຈອມເພັດ, ແຂວງຫຼວງພະບາງ ເຊິ່ງເປັນ 1 ໃນ ໂຮງຮຽນ 22 ຫຼັງທີ່ສ້າງຂຶ້ນໂດຍການຊ່ວຍເຫຼືອພາຍໃຕ້ການຮ່ວມມື ແລະ ຊີ້ນໍາ ຂອງ ສອງອົງການດັ່ງກ່າວ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46