ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີນ ແທງ ເໝີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສສ ຫວຽດນາມ
ເຜີຍແຜ່ໂດຍ: moderator ເວລາ: 09/08/2026 17:56:50 ຈຳນວນຢ້ຽມຊົມ 152 ຄັ້ງ ໃນຕອນບ່າຍຂອງວັນທີ 9 ສິງຫາ 2026, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີນ ແທງ ເໝີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາ ແລະ ໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວຂອງ ສະຫາຍ ໄຊສົມພອນ ພົມວິຫານ ສະແດງຄວາມຊາບຊຶ້ງ ແລະ ຂອບໃຈຕໍ່ ສະຫາຍ ເຈີນ ແທງ ເໝີ້ນ ທີ່ໄດ້ນໍາພາ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເດີນທາງມາຮ່ວມ ພິທີວາງພວງມາລາ ແລະ ໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ໄຊສົມພອນ ພົມວິຫານ, ເຊິ່ງເປັນການບິແບ່ງຄວາມເສົ້າໂສກເສຍດາຍ ຂອງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ທັງເປັນການສະແດງໃຫ້ເຫັນ ນໍ້າໃຈແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ອັນສະເໝີຕົ້ນສະເໝີປາຍ ລະຫວ່າງ ສອງພັກ, ສອງລັດ ລາວ-ຫວຽດນາມ, ເຊິ່ງຍາມໃດການນໍາ ສອງພັກ, ສອງລັດ ກໍໄດ້ຢັ້ງຢືນວ່າ ຄວາມສາມັກຄີ, ການຮ່ວມມື, ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງສອງປະເທດ ລາວ-ຫວຽດນາມ ນັ້ນແມ່ນເປັນກົດເກນພາວະວິໄສ, ເປັນປັດໃຈທີ່ມີຄວາມໝາຍຕັດສິນໄຊຊະນະພາລະກິດປະຕິວັດຂອງ ແຕ່ລະພັກ, ແຕ່ລະປະເທດ, ເຖິງວ່າສະພາບການຂອງໂລກ ຈະຜັນແປໄປຢ່າງສົບສົນກໍ່ຕາມ ແຕ່ສອງປະເທດຍັງຕັດສິນໃຈຮ່ວມກັນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດ, ບໍລິສຸດຜຸດຜ່ອງ, ໃສແຈ້ງ ແລະ ຫາຍາກ ໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ. ສະຫາຍ ທອງລຸນ ສີສຸລິດ ຕີລາຄາວ່າ ສະຫາຍ ໄຊສົມພອນ ພົມວິຫານ ເປັນໜຶ່ງໃນບັນດາສະຫາຍການນໍາຫຼັກແຫຼ່ງຂອງ ພັກປະຊາຊົນປະຕິວັດລາວ ທີ່ມີຄວາມຮູ້ຄວາມສາມາດ ແລະ ແກນນໍາຂອງສູນກາງພັກ ໃນການນໍາພາ-ຊີ້ນໍາ ການປະຕິວັດ ໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ເປັນຜູ້ນໍາໜ້າໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ຢ່າງມີຫຼັກການຂອງພັກ; ເປັນນັກປະຕິວັດ ທີ່ມີນໍ້າໃຈຮັກຊາດ ອັນສູງສົ່ງ ແລະ ເປັນຜູ້ນໍາທີ່ດີເດັ່ນຂອງພັກ, ຂອງຊາດ, ຕະຫຼອດຊີວິດຂອງສະຫາຍ ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງເພື່ອພາລະກິດປະຕິວັດ, ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ໃນຍາມຍັງມີຊີວິດ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເອົາໃຈໃສ່ເປັນພິເສດ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລາວ-ຫວຽດນາມ, ຖືເປັນບູລິມະສິດອັນດັບຕົ້ນໃນແນວທາງການຕ່າງປະເທດຂອງຕົນ, ມີຄວາມຮັກແພງສະໜິດສະໜົມກັບຜູ້ນໍາ ພັກ, ລັດ ຫວຽດ ນາມ ແລະ ຢືນຢັນວ່າ ໃນທ່າມກາງຄວາມໂສກ ເສົ້າເສຍໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງນີ້ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ, ພະນັກງານ, ສະມາຊິກພັກ ແລະ ທົ່ວປວງຊົນລາວທັງຊາດ ຈະຫັນຄວາມເສົ້າສະຫຼົດໃຈ ແລະ ຄວາມອາໄລຮັກຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ໃຫ້ກາຍເປັນການກະທໍາຕົວຈິງ, ສາມັກຄີເປັນປຶກແຜ່ນແໜ້ນໜາ ອ້ອມຂ້າງຄະນະບໍລິຫານງານສູນກາງພັກ ເສີມຂະ ຫຍາຍມູນເຊື້ອອັນສະຫງ່າອົງ ອາດຂອງຊາດ ແລະ ຂອງພັກ, ເດັດດ່ຽວໜຽວແໜ້ນ ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ຂອງພັກສູ່ລວງເລິກ, ສືບຕໍ່ບູລະນະ ລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ.
ສະຫາຍ ເຈີນ ແທງ ເໝີ້ນ ໄດ້ຕາງໜ້າ ສູນກາງພັກ, ປະທານປະເທດ, ລັດຖະບານ, ສະພາແຫ່ງຊາດ ແລະ ແນວໂຮມປະເທດຊາດຫວຽດນາມ ສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການເຖິງແກ່ມໍລະນະກຳຂອງ ສະຫາຍ ໄຊສົມພອນ ພົມວິຫານ, ພ້ອມທັງໄດ້ຕີລາຄາວ່າ ສະຫາຍ ໄຊສົມພອນ ພົມວິຫານ ແມ່ນການນຳຫຼັກແຫຼ່ງຂອງສູນກາງພັກປະຊາຊົນປະຕິວັດລາວ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ຕະຫຼອດຊີວິດໄດ້ເສຍສະຫຼະສູ້ຊົນ ເພື່ອຄວາມເປັນເອກະລາດຂອງຊົນຊາດ, ສິດເສລີພາບ, ຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ. ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງ ສຳລັບ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ, ແຕ່ຫາກຍັງ ເປັນການສູນເສຍຜູ້ເປັນເພື່ອນມິດທີ່ຍິ່ງໃຫຍ່, ສະຫາຍອ້າຍນ້ອງທີ່ສະໜິດສະໜົມທີ່ສຸດ ຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ. ສະຫາຍ ຍາມໃດກໍສະໜັບສະໜູນຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນຫວຽດນາມ ແລະ ໄດ້ມີການປະກອບສ່ວນສຳຄັນຫຼວງຫຼາຍໃນການສ້າງສາ, ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ; ຕີລາຄາສູງຕໍ່ບັນດາການອຸທິດອັນໃຫຍ່ຫຼວງຂອງ ສະຫາຍ ໄຊສົມພອນ ພົມວິຫານ ໃນພາລະກິດການປະຕິວັດ ໃນເມື່ອກ່ອນ ກໍຄື ໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ, ສ້າງສາ ແລະ ພັດທະນາຊາດຂອງ ສປປ ລາວ ໃນປັດຈຸບັນ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຂໍແບ່ງເບົາຄວາມເສົ້າສະຫຼົດໃຈອັນສຸດຊຶ້ງ ແລະ ແບ່ງປັນຄວາມທຸກໂສກທີ່ສຸດ ມາຍັງ ພັກ, ລັດ, ຄະນະກຳມະການສູນກາງແນວລາວສ້າງຊາດ, ປະຊາຊົນລາວ ແລະ ຄອບຄົວຂອງ ສະຫາຍ ໄຊສົມພອນ ພົມວິຫານ ແລະ ເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຄອບຄົວຂອງ ສະຫາຍ ໄຊສົມພອນ ພົມວິຫານ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ່ຫຼວງນີ້ ໂດຍໄວ ແລະ ສືບຕໍ່ພາລະກິດສ້າງສາປະເທດລາວ ໃຫ້ນັບມື້ພັດທະນາຈະເລີນຮຸ່ງເຮືອງ.
ສອງສະຫາຍການນໍາຂອງ ສອງພັກ, ສອງລັດ ຕ່າງກໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງ ຕໍ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃນການສະໜັບສະໜູນ, ຊ່ວຍເຫຼືອ ອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດ ປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ ໃນປັດຈຸບັນ; ພ້ອມກັນຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ ສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນາກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ແລະ ຢືນຢັນວ່າ ສອງຝ່າຍ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃຫ້ນັບມືສວຍສົດງົດງາມ, ແຕກດອກອອກຜົນ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ./
14/08/2026 09:27:49
11/08/2026 16:22:50
10/08/2026 16:19:13
10/08/2026 14:31:43
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
30/07/2025 16:01:28
29/07/2022 15:17:46
27/05/2025 15:03:03
03/06/2025 14:03:36
16/07/2025 16:30:18
03/10/2025 15:43:46
13/06/2023 14:17:31
30/05/2023 10:28:03
24/07/2025 13:53:23

