ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫ່ຍ, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີ່ນ ເກີມ ຕູ໊, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ
ເຜີຍແຜ່ໂດຍ: moderator ເວລາ: 12/08/2026 14:15:59 ຈຳນວນຢ້ຽມຊົມ 96 ຄັ້ງ ຕອນເຊົ້າ ວັນທີ 12 ສິງຫາ 2026, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີ່ນ ເກີມ ຕູ໊, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາຮ່ວມພິທີໄວ້ອາໄລ ແລະ ພິທີຊາປະນະກິດສົບຂອງ ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ພັກ, ລັດ ສປປ ລາວ ແລະ ຄອບຄົວ ພົມວິຫານ ສະແດງຄວາມຊາບຊຶ້ງ ແລະ ຂອບໃຈຕໍ່ ສະຫາຍ ເຈີ່ນ ເກີມ ຕູ໊ ທີ່ໄດ້ນໍາພາ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເດີນທາງມາຮ່ວມພິທີໄວ້ອາໄລ ແລະ ພິທີຊາປະນະກິດສົບຂອງ ສະຫາຍ ໄຊສົມພອນ ພົມວິຫານ, ພ້ອມທັງ ໄດ້ສະແດງຄວາມຂອບໃຈ ທີ່ ພັກ, ລັດ ສສ ຫວຽດນາມ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈມາຍັງ ພັກ, ລັດ ສປປ ລາວ ແລະ ຄອບຄົວ ພົມວິຫານ ແລະ ຍັງໄດ້ມີການໄວ້ທຸກລະດັບຊາດ ເປັນເວລາ 2 ວັນ (10-11/8/2026 ຜ່ານມາ) ຢູ່ ສສ ຫວຽດນາມ, ພ້ອມທັງ ບັນດາການນໍາຂັ້ນສູງ ພັກ, ລັດ ແລະ ຕາງໜ້າອົງການຈັດຕັ້ງຕ່າງໆຂອງຫວຽດນາມ ຍັງໄດ້ເຂົ້າໄປໄວ້ອາໄລ ຢູ່ ສະຖານທູດ ແລະ ສະຖານກົງສູນຂອງລາວ ປະຈໍາ ຫວຽດນາມ, ເຊິ່ງສິງດັ່ງກ່າວ ເປັນການບິແບ່ງຄວາມເສົ້າໂສກເສຍດາຍ ແລະ ໃຫ້ກໍາລັງໃຈອັນໃຫຍ່ຫຼວງຕໍ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ກໍຄື ຄອບຄົວ ພົມວິຫານ ໃນການສືບຕໍ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ໃຫ້ປະສົບຜົນສໍາເລັດ, ທັງເປັນການສະແດງອອກຢ່າງມີຊີວິດຊີວາເຖິງມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ທີ່ແຂງແກ່ນແໜ້ນໜຽວຕະຫຼອດໄປ. ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາວ່າ ໃນຍາມຍັງມີຊີວິດ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເອົາໃຈໃສ່ເປັນພິເສດ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລາວ-ຫວຽດນາມ, ຖືເປັນບູລິມະສິດອັນດັບຕົ້ນ ໃນແນວທາງການຕ່າງປະເທດຂອງຕົນ, ມີຄວາມຮັກແພງສະໜິດສະໜົມກັບຜູ້ນໍາ ພັກ, ລັດ ຫວຽດນາມ ແລະ ສະຫາຍ ໄຊສົມພອນ ພົມວິຫານ ເປັນໜຶ່ງໃນບັນດາສະຫາຍການນໍາຫຼັກແຫຼ່ງຂອງ ພັກປະຊາຊົນປະຕິວັດລາວ ທີ່ມີຄວາມຮູ້ຄວາມສາມາດ ແລະ ເປັນການນໍາໜຶ່ງທີ່ເປັນເສົາຄໍ້າທີ່ເຮັດໃຫ້ການປະຕິວັດໜ້າທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກນັ້ນ ກໍາລັງກ້າວໄປສູ່ຜົນສໍາເລັດ, ເຊິ່ງຕະຫຼອດຊີວິດຂອງສະຫາຍ ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງເພື່ອພາລະກິດປະຕິວັດ, ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ໃນທ່າມກາງຄວາມໂສກເສົ້າເສຍໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງນີ້ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ, ພະນັກງານ, ສະມາຊິກພັກ ແລະ ທົ່ວປວງຊົນລາວທັງຊາດ ຈະຫັນຄວາມເສົ້າສະຫຼົດໃຈ ແລະ ຄວາມອາໄລຮັກຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ມາເປັນກໍາລັງແຮງຕໍ່ການປະບັດໜ້າທີ່ຂອງ ພັກ, ລັດ ສປປ ລາວ ໃນຕໍ່ໜ້າ, ໃຫ້ກາຍເປັນການກະທໍາຕົວຈິງ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ອ້ອມຂ້າງຄະນະບໍລິຫານງານສູນກາງພັກ ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດຂອງຊາດ ແລະ ຂອງພັກ, ເດັດດ່ຽວໜຽວແໜ້ນ ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ເຂົ້າສູ່ລວງເລິກ ແລະ ໄດ້ຮັບຜົນສໍາເລັດຢ່າງມີໄຊ.
ສະຫາຍ ເຈີ່ນ ເກີມ ຕູ໊ ໄດ້ຕາງໜ້າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການເຖິງແກ່ມໍລະນະກຳຂອງ ສະຫາຍ ໄຊສົມພອນ ພົມວິຫານ, ພ້ອມທັງໄດ້ຕີລາຄາວ່າ ສະຫາຍ ໄຊສົມພອນ ພົມວິຫານ ແມ່ນການນຳຫຼັກແຫຼ່ງຂອງສູນກາງພັກປະຊາຊົນປະຕິວັດລາວ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ຕະຫຼອດຊີວິດໄດ້ເສຍສະຫຼະສູ້ຊົນ ເພື່ອຄວາມເປັນເອກະລາດຂອງຊົນຊາດ, ສິດເສລີພາບ, ຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ. ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງ ສຳລັບ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວ ພົມວິຫານ, ແຕ່ຫາກຍັງ ເປັນການສູນເສຍຜູ້ເປັນສະຫາຍ ແລະ ເປັນເພື່ອນມິດສະໜິດສະໜົມຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ. ຕີລາຄາສູງຕໍ່ບັນດາການອຸທິດອັນໃຫຍ່ຫຼວງຂອງ ສະຫາຍ ໄຊສົມພອນ ພົມວິຫານ ໃນພາລະກິດການປະຕິວັດ ໃນເມື່ອກ່ອນ ກໍຄື ໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ, ສ້າງສາ ແລະ ພັດທະນາຊາດຂອງ ສປປ ລາວ ໃນປັດຈຸບັນ, ໂດຍສະເພາະສະຫາຍ ຍາມໃດກໍສະໜັບ ສະໜູນຕໍ່ ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນຫວຽດນາມ ແລະ ໄດ້ມີການປະກອບສ່ວນສຳຄັນຫຼວງຫຼາຍໃນການສ້າງສາ, ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ, ເຊິ່ງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຂໍແບ່ງເບົາຄວາມໂສກເສົ້າເສຍດາຍອັນສຸດຊຶ້ງທີ່ສຸດ ມາຍັງ ພັກ, ລັດ, ຄະນະກຳມະການສູນກາງແນວລາວສ້າງຊາດ, ປະຊາຊົນລາວ ແລະ ຄອບຄົວ ພົມວິຫານ ແລະ ເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຄອບຄົວ ພົມວິຫານ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ່ຫຼວງນີ້ ໂດຍໄວ ແລະ ສືບຕໍ່ພາລະກິດສ້າງສາປະເທດລາວ ໃຫ້ນັບມື້ພັດທະນາຈະເລີນຮຸ່ງເຮືອງ.
ສອງສະຫາຍການນໍາຂອງ ສອງພັກ, ສອງລັດ ຕ່າງກໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງ ຕໍ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃນການສະໜັບສະໜູນ, ຊ່ວຍເຫຼືອ ອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ ໃນປັດຈຸບັນ; ພ້ອມກັນຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ ສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນາກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ແລະ ຢືນຢັນວ່າ ສອງຝ່າຍ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ, ກ້າວເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
14/08/2026 09:27:49
11/08/2026 16:22:50
10/08/2026 16:19:13
10/08/2026 14:31:43
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
30/07/2025 16:01:28
29/07/2022 15:17:46
27/05/2025 15:03:03
03/06/2025 14:03:36
16/07/2025 16:30:18
03/10/2025 15:43:46
13/06/2023 14:17:31
30/05/2023 10:28:03
24/07/2025 13:53:23



