ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ.ກູບາ
ເຜີຍແຜ່ໂດຍ: moderator ເວລາ: 11/08/2026 16:22:50 ຈຳນວນຢ້ຽມຊົມ 147 ຄັ້ງ ໃນນາມຜູ້ຕາງໜ້າພິເສດ ຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ພັກປະຊາຊົນປະຕິວັດລາວ, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະ ການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ສາກົນຂອງບັນດາພັກກອມມູນິດ ແລະ ກໍາມະກອນ ແລະ ກອງປະຊຸມສໍາມະນາສາກົນ ຢູ່ ສ.ກູບາ ແຕ່ວັນທີ 04-12 ສິງຫາ 2026.
ວັນທີ 08 ສິງຫາ 2026, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ມີແກນ ດີອັດຊ໌ ກາແນນ (Miguel Díaz Canel), ເລຂາທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສ.ກູບາ. ໃນການພົບປະ, ສະຫາຍ ເລຂາທິການທີໜຶ່ງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຝາກຄວາມຢື້ຢາມຖາມຂ່າວອັນ ອົບອຸ່ນ ມາຍັງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຕີລາຄາສູງຕໍ່ການຢ້ຽມຢາມ ຂອງຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ໃນຊ່ວງໄລຍະປັດຈຸບັນທີ່ ກູບາ ພົບຄວາມ ຫຍຸ້ງຍາກ ຖືເປັນການໃຫ້ກໍາລັງໃຈ ແລະ ສະໜັບສະໜູນ ທັງເປັນການປະກອບສ່ວນສໍາຄັນໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມື ອັນເປັນມູນເຊື້ອຖານສະຫາຍອ້າຍນ້ອງ ລາວ-ກູບາ. ພ້ອມນັ້ນ, ໄດ້ແຈ້ງຫຍໍ້ສະພາບຂອງ ສ.ກູບາ ໃຫ້ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ຊາບ. ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມ ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄປຍັງ ສະຫາຍ ມີແກນ ດີອັດຊ໌ ກາແນນ, ເລຂາທີໜຶ່ງ ພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສ.ກູບາ, ແຈ້ງຜົນກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງ ສູນກາງພັກປະຊາຊົນປະຕິວັດລາວ, ມອບໂທລະເລກອວຍພອນວັນເກີດ ສະຫາຍ ຟີແດນ ກາດສະໂຕຣ ຣຸດຊ໌ ຄົບຮອບ 100 ປີ ຂອງຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ ໃຫ້ ສະຫາຍເລຂາ ທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ແລະ ໄດ້ແຈ້ງໂດຍຫຍໍ້ສະພາບພົ້ນເດັ່ນ ຂອງ ສປປ ລາວ ໃຫ້ ພັກກອມມູນິດກູບາ ຊາບ.
ໃນການພົບປະດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງ ແລະ ປິຕິຍິນດີ ທີ່ສາຍພົວພັນ ແລະ ການຮ່ວມມື ທີ່ມີມູນ ເຊື້ອອັນດີງາມ ລະຫວ່າງ ລາວ ແລະ ກູບາ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ເຮັດໃຫ້ການ ພົວພັນທາງດ້ານການເມືອງມີຄວາມໜັກແໜ້ນ, ມີຄວາມເຂົ້າອົກເຂົ້າໃຈກັນດີ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນເວທີພາກພື້ນ ແລະ ສາກົນ; ການພົວພັນຮ່ວມມື ຂອງບັນດາຂະແໜງການ ຂອງສອງປະເທດ ໄດ້ຮັບການ ເສີມຂະຫຍາຍຢ່າງຕັ້ງໜ້າ ແລະ ມີໝາກຜົນ ນໍາເອົາ ຜົນປະໂຫຍດ ມາສູ່ປະຊາຊົນສອງຊາດ ຢ່າງແທ້ຈິງ.
ນອກຈາກ ເຂົ້າຢ້ຽມຂໍ່ານັບການນໍາຂັ້ນສູງ ຂອງພັກກອມມູນິດກູບາ, ສະຫາຍ ບຸນເຫຼືອ ພັນດານຸວົງ ຍັງໄດ້ພົບປະ ກັບ ສະຫາຍ ເອມີລິໂອ ຣັດມິຣ ໂລຊາດາ ກາຣເຊຍ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນ ກາງພັກກອມມູນິດກູບາ. ສອງຝ່າຍ ໄດ້ຕີລາຄາສູງ ແລະ ປິຕິຍິນດີ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງຄະນະພົວ ພັນຕ່າງປະເທດສູນກາງພັກ, ປຶກສາຫາລື ແລະ ແລກປ່ຽນທັດສະນະ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈ ແລະ ເປັນເອກະພາບກັນ ໃນການສືບຕໍ່ພົວພັນ ແລະ ຮ່ວມມືກັນຢ່າງໃກ້ຊິດ ເພື່ອເຮັດໜ້າທີ່ເປັນເສນາ ທິການໃຫ້ແກ່ສອງພັກ-ສອງລັດ ມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນສູງຂຶ້ນກ່ອນເກົ່າ.
14/08/2026 09:27:49
11/08/2026 16:22:50
10/08/2026 16:19:13
10/08/2026 14:31:43
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
30/07/2025 16:01:28
29/07/2022 15:17:46
27/05/2025 15:03:03
03/06/2025 14:03:36
16/07/2025 16:30:18
03/10/2025 15:43:46
13/06/2023 14:17:31
30/05/2023 10:28:03
24/07/2025 13:53:23


