ຄະນະນໍາຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າວາງພວງມາລາໄຫວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ
ເຜີຍແຜ່ໂດຍ: moderator ເວລາ: 10/08/2026 16:19:13 ຈຳນວນຢ້ຽມຊົມ 143 ຄັ້ງ ໃນຕອນບ່າຍວັນທີ 10 ສິງຫາ 2026 ນີ້, ທີ່ຫໍປະຊຸມແຫ່ງຊາດ, ຄະນະບໍລິຫານງານພັກ ຄະນະພົວພັນ ຕ່າງປະເທດສູນກາງພັກ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ, ກໍາມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ນຳພາພະນັກງານຫຼັກແຫຼ່ງ ເຂົ້າວາງພວງມາລາ ເພື່ອສະແດງຄວາມໄຫວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 08 ສິງຫາ 2026 ທີ່ຜ່ານມາ.
ໃນໂອກາດໂສກເສົ້ານີ້ ສະຫາຍ ວາລະໄຊ ເລັ່ງສະຫວັດ, ໄດ້ຕາງໜ້າໃຫ້ ຄະນະບໍລິຫານງານພັກ, ພະນັກງານ-ລັດຖະກອນ ຄະນະພົວພັນຕ່າງປະເທດສູນກາງພັກ ຂຽນປຶ້ມໄຫວ້ອາໄລ ເພື່ອສະແດງຄວາມໂສກເສົ້າ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຜູ້ທີ່ມີຜົນງານອັນໃຫຍ່ຫຼວງ ເເລະ ຄຸນງາມຄວາມດີຕໍ່ປະເທດຊາດ ແລະ ປະຊາຊົນລາວ.
ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ຖືເປັນການສູນເສຍອັນຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການສູນເສຍການນໍາຂັ້ນສູງ ຂອງສູນກາງພັກ ປປ ລາວ ທີ່ມີຜົນງານໂດດເດັ່ນ, ຕະຫຼອດຊີວິດຂອງເພິ່ນ ໄດ້ອຸທິດສະຕິປັນຍາ, ກາໍລັງແຮງ, ສາມັກຄີເປັນປຶກແຜ່ນ, ເສີມຂະຫຍາຍມູນເຊື້ອອັນອົງອາດສະຫງ່າ ຂອງພັກ, ຂອງຊາດ, ເດັດດ່ຽວຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກ ເຂົ້າສູ່ລວງເລິກ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີ ຂອງປະຊາຊົນລາວບັນດາເຜົ່າ.
14/08/2026 09:27:49
11/08/2026 16:22:50
10/08/2026 16:19:13
10/08/2026 14:31:43
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
30/07/2025 16:01:28
29/07/2022 15:17:46
27/05/2025 15:03:03
03/06/2025 14:03:36
16/07/2025 16:30:18
03/10/2025 15:43:46
13/06/2023 14:17:31
30/05/2023 10:28:03
24/07/2025 13:53:23
