ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການເມືອງອາຊີ-ເອີຣົບ ຄັ້ງທີ 6
ເຜີຍແຜ່ໂດຍ: moderator ເວລາ: 03/12/2025 15:09:58 ຈຳນວນຢ້ຽມຊົມ 82 ຄັ້ງ ໂດຍຕອບສະໜອງຕາມການເຊື້ອເຊີນຂອງພັກຟີເດສ-ສຳພັນພົນລະເຮືອນຮົງກາລີ (Fidesz - Hungarian Civic Alliance) ແລະ ອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (ICAPP), ໂດຍໄດ້ຮັບການມອບໝາຍຈາກຄະນະພັກຂັ້ນເທິງ, ຄະນະຜູ້ແທນ ພັກ ປປ ລາວ ນໍາໂດຍ ສະຫາຍ ທອງດົມ ອິນທະພົນ, ຮອງຫົວໜ້າກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການເມືອງອາຊີ-ເອີຣົບ ຄັ້ງທີ 6 (The 6th Meeting of Asia-Europe Political Forum), ພາຍໃຕ້ຫົວຂໍ້: “ສັນຕິພາບ ແລະ ປະຊາ ທິປະໄຕ ໃນພາກພື້ນເອີຣົບ-ອາຊີ” (Peace and Democracy in Eurasia) ເຊິ່ງໄດ້ຈັດຂຶ້ນທີ່ນະຄອນຫຼວງບູດາແປສ, ສ. ຮົງກາລີ ໃນລະຫວ່າງວັນທີ 27-29 ພະຈິກ 2025 ໂດຍການເປັນເຈົ້າພາບຂອງພັກຟີເດສ, ເຊິ່ງມີຜູ້ແທນຈາກບັນດາພັກການເມືອງໃນເອີຣົບ ແລະ ອາຊີ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ຜູ້ຊ່ຽວຊານ ແລະ ຄັງປັນຍາ ຈາກ 19 ພັກການເມືອງ ທີ່ມາຈາກ 15 ປະເທດ ເຂົ້າຮ່ວມ.
ກອງປະຊຸມປຶກສາຫາລືການເມືອງອາຊີ-ເອີຣົບ ແມ່ນກົນໄກກອງປະຊຸມໜຶ່ງຂອງອົງການ ICAPP ເຊິ່ງໄດ້ເຕົ້າໂຮມເອົາບັນດາສະມາຊິກຄະນະປະຈໍາຂອງອົງການ ICAPP, ບັນດາພັກການເມືອງໃນອາຊີ ແລະ ເອີຣົບ ເພື່ອປຶກສາຫາລືກັນ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ບັນຫາຮີບດ່ວນທາງດ້ານການເມືອງ ແຕ່ລະໄລຍະ ແລະ ເພື່ອເປີດໂອກາດໃຫ້ບັນດາພັກການເມືອງ ໄດ້ເຜີຍແຜ່ນະໂຍບາຍ ແລະ ວິໄສທັດຂອງຕົນ ຕໍ່ບັນຫາພາກພື້ນ ແລະ ສາກົນ ເພື່ອເສີມຂະຫຍາຍສາຍພົວພັນຢ່າງຮອບດ້ານ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເທົ່າທຽມກັນ ແລະ ການພັດທະນາ ຂອງພາກພື້ນເອີຣົບ-ອາຊີ.
ໃນໂອກາດດັ່ງກ່າວ, ຫົວໜ້າຄະນະຜູ້ແທນພັກ ປປ ລາວ ໄດ້ປະກອບຄໍາເຫັນ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ໄດ້ຕີລາຄາສູງ ຕໍ່ພັກຟີເດສ ແລະ ອົງການ ICAPP ທີ່ໄດ້ຈັດກອງປະຊຸມຄັ້ງນີ້ ເຊິ່ງຖືເປັນເວທີທີ່ມີຄວາມໝາຍ-ຄວາມສໍາຄັນຢ່າງຍິ່ງ ທັງເປັນການຊຸກຍູ້ການເສີມສ້າງຄວາມເຂົ້າອົກເຂົ້າໃຈ ແລະ ເພີ່ມທະວີການຮ່ວມມື ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມການພັດທະນາ ແລະ ຄວາມໝັ້ນຄົງຂອງໂລກ ໃນຕໍ່ໜ້າ ໂດຍໄດ້ຍົກໃຫ້ເຫັນບົດບາດຄວາມສໍາຄັນໃນການ ນໍາພາ ຂອງພັກການເມືອງ ກໍຄື ການຮັບມືກັບບັນດາສິ່ງທ້າທ້າຍຕ່າງໆຂອງພາກພື້ນ ທີ່ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມ ຕໍ່ກັບຄວາມໝັ້ນຄົງ ແລະ ການພັດທະນາ ຂອງພາກພື້ນ; ຮຽກຮ້ອງໃຫ້ບັນດາພັກການເມືອງໃນພາກພື້ນເອີຣົບ-ອາຊີ ກໍຄື ບັນດາກຳລັງການເມືອງທີ່ຮັກຫອມສັນຕິພາບ ຍົກສູງບົດບາດຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການ, ເພີ່ມທະວີການປະກອບສ່ວນ ແລະ ການຮ່ວມມືໃນແຕ່ລະດ້ານ, ສະໜັບສະໜູນເຊິ່ງກັນ ແລະ ກັນ ບົນຫຼັກການຢູ່ຮ່ວມກັນໂດຍສັນຕິ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ກອງປະຊຸມຄັ້ງນີ້ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ ແລະ ໄດ້ເປັນເອກະພາບກັນຮັບຮອງເອົາຖະແຫຼງການບູດາແປສ ເຊິ່ງມີເນື້ອໃນຍົກໃຫ້ເຫັນເຖິງຄວາມສໍາຄັນ ໃນການສົ່ງເສີມການປຶກສາຫາລື ແລະ ເສີມຂະຫຍາຍການພົວພັນຮ່ວມມື, ການເຊື່ອມຈອດ ແລະ ເຊື່ອມໂຍງ ລະຫວ່າງ ສອງພາກພື້ນ.
05/12/2025 11:16:48
04/12/2025 15:32:18
03/12/2025 16:09:31
03/12/2025 15:56:33
03/12/2025 15:09:58
02/12/2025 10:21:29
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
02/02/2023 10:46:44
14/07/2022 14:18:48
04/04/2023 15:42:25
17/11/2022 14:37:24
12/07/2023 14:43:30



