“ເລຂາທິການໃຫຍ່, ປະທານປະເທດ ລາວ ເຂົ້າຮ່ວມພິທີເປີດການນໍາໃຊ້ຢ່າງເປັນທາງການ ທ່າທຽບເຮືອເລກ 3, ທ່າເຮືອສາກົນ ລາວ-ຫວຽດ ທີ່ແຂວງຮ່າຕິ້ງ, ສສ ຫວຽດນາມ”
ເຜີຍແຜ່ໂດຍ: moderator ເວລາ: 29/04/2025 10:41:36 ຈຳນວນຢ້ຽມຊົມ 72 ຄັ້ງ ໃນຕອນແລງຂອງວັນທີ 28 ເມສາ 2025, ຄະນະຜູ້ແທນຂັ້ນສູງ ພັກ, ລັດ ສປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປເຄື່ອນໄຫວຢູ່ ແຂວງຮ່າຕິ້ງ, ສສ ຫວຽດນາມ ເພື່ອຮ່ວມກັບ ສະຫາຍ ເລືອງເກືອງ, ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ເປັນສັກຂີພິຍານໃນພິທີເປີດການນໍາໃຊ້ຢ່າງເປັນທາງການ ທ່າທຽບເຮືອເລກ 3, ທ່າເຮືອສາກົນ ລາວ-ຫວຽດ, ແຂວງຮ່າຕິ້ງ.
ທ່າເຮືອສາກົນ ລາວ-ຫວຽດ, ລວມມີ ທ່າທຽບ ເຮືອ 1, 2 ແລະ 3, ຕັ້ງຢູ່ໃນເຂດເສດຖະກິດຫວຸ້ງອາງຕາແສງກີ່ແອງ, ແຂວງຮ່າຕິ້ງ ສສ ຫວຽດນາມ ເຊິ່ງຄຸ້ມຄອງບໍລິຫານ ແລະ ພັດທະນາໂດຍ ບໍລິສັດຫຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດ, ໃນນັ້ນ ລັດວິສາຫະກິດ ລາວເອເຊຍ ໂທລະຄົມ ໃນນາມຕາງໜ້າລັດຖະບານລາວ ຖືຫຸ້ນຮ່ວມກັບ ຝ່າຍຫວຽດນາມ (ຝ່າຍລາວຖືອັດຕາຮຸ້ນ 60% ແລະ ຝ່າຍຫວຽດນາມ ຖືອັດຕາຮຸ້ນ 40%). ພິທີດັ່ງກ່າວນີ້ ເປັນເຫດການທີ່ມີຄວາມໝາຍທາງປະຫວັດສາດອັນສຳຄັນຍິ່ງສຳລັບ ສປປ ລາວ, ເປັນສັນຍາລັກທາງປະຫວັດສາດທີ່ສຳຄັນໃຫ້ແກ່ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃນໄລຍະໃໝ່ ແລະ ເປັນຂອງຂວັນອັນລ້ຳຄ່າ ທີ່ ພັກ, ລັດ ແລະ ປະຊາຊົນ ຫວຽດ ນາມ ອ້າຍນ້ອງ ມອບໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ, ຊຶ່ງເປັນການຢືນຢັນໃຫ້ເຫັນເຖິງນໍ້າໃຈ ແລະ ໄມຕີຈິດແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ອັນສະ ເໝີຕົ້ນສະເໝີປາຍ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ບໍ່ມີຍາມເຊື່ອມຄາຍ, ນັບມື້ນັບໜັກແໜ້ນ, ເຂັ້ມແຂງ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ໂຄງການ ທ່າເຮືອສາກົນ ລາວ-ຫວຽດ ເປັນໂຄງການຮ່ວມມືທາງດ້ານຍຸດທະສາດ ທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ແລະ ເປັນກຳລັງແຮງອັນສຳຄັນໃຫ້ແກ່ ສປປ ລາວ ໃນການບັນລຸຍຸດທະສາດ: “ຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ” ໃຫ້ປະກົດຜົນເປັນຈິງ, ເຊິ່ງຈະຊ່ວຍໃຫ້ ສປປ ລາວ ຍົກສູງຂີດຄວາມສາມາດໃນຂະແໜງ ຄົມມະນາຄົມ-ຂົນສົ່ງຂອງຕົນໃຫ້ມີຄຸນນະພາບໃໝ່, ໂດຍສະເພາະການຂົນສົ່ງສິນຄ້າຜ່ານທາງທະເລຂອງລາວ ໃຫ້ມີການເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ ເພື່ອແນໃສ່ຊຸກຍູ້ສົ່ງເສີມການຄ້າ-ການລົງທຶນ ກັບຕ່າງປະເທດໃຫ້ນັບມື້ຫຼາຍຂຶ້ນໃນຕໍ່ໜ້າ.
ຕາງໜ້າໃຫ້ ລັດຖະບານສອງປະເທດ, ສະຫາຍ ຫງວຽນ ຈີ່ ຢູງ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ສປປ ລາວ ໄດ້ຂຶ້ນກ່າວຄໍາເຫັນຕໍ່ພິທີຕາມລໍາດັບ, ໃນນັ້ນ ສະຫາຍຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຈົດຈຳລໍາລຶກຢ່າງສຸດຊຶ້ງຕໍ່ ປະທານ ໂຮ່ຈີ່ມິນ ຜູ້ນຳທີີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ເຊິ່ງເປັນຜູ້ໃຫ້ກຳເນີດ ແລະ ໄດ້ເປັນແບບຢ່າງອັນໃສແຈ້ງ ແຫ່ງການຖະນຸຖະໜອມ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ກາຍເປັນສາຍພົວພັນທີ່ບໍລິສຸດຜຸດຜ່ອງ ແລະ ຫາຍາກໃນການພົວພັນສາກົນ, ເຊິ່ງໃນເງື່ອນໄຂທີ່ສະພາບການຂອງພາກພື້ນ ແລະ ສາກົນ ທີ່ພວມສືບຕໍ່ຜັນແປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກໃນປະຈຸບັນນີ້ ສອງປະເທດຍິ່ງຕ້ອງໄດ້ສືບຕໍ່ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຂື້ນກ່ວາເກົ່າ, ຮັກສາໄວ້ໃຫ້ເປັນມໍລະດົກໃຫ້ຄົນຮຸ່ນໃໝ່ຂອງສອງປະເທດ ແລະ ຖືເອົາການປົກປັກຮັກສາສາຍພົວພັນດັ່ງກ່າວ ເປັນຄວາມຮັບຜິດຊອບ ແລະ ພັນທະອັນສູງສົ່ງຂອງຄົນຮຸ່ນໃໝ່ ເພື່ອໃຫ້ສົມກັບການເສຍສະຫຼະອັນໃຫຍ່ຫຼວງ ແລະ ຄວາມມຸ່ງມາດປາຖະໜາອັນແຮງກ້າຂອງບັນພະບູລຸດຂອງສອງປະເທດ ແລະ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ; ຕີລາຄາສູງຕໍ່ການພິທີເປີດນຳໃຊ້ທ່າທຽບທ່າເຮືອເລກ 3 ໃນຄັ້ງນີ້, ທັງເປັນຄວາມເອກອ້າງທະນົງໃຈຂອງພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ທີ່ສາມາດເຮັດໃຫ້ຄວາມປາຖະໜາອັນແຮງກ້າ ແລະ ຄວາມຄອງຄອຍຂອງຕົນທີ່ຢາກມີທາງອອກສູ່ທະເລປະກົດຜົນເປັນຈິງ; ສະແດງຄວາມຂອບໃຈ ຕໍ່ພັກລັດຖະບານຫວຽດນາມ ກໍ່ຄື ອໍານາດການປົກຄອງແຂວງຮ່າຕິ້ງ ທຸກຂັ້ນທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໃຫ້ບູລິມະສິດ ແລະ ອໍານວຍຄວາມສະດວກແກ່ ໂຄງການທ່າເຮືອສາກົນ ລາວ-ຫວຽດ ອັນມີຄວາມໝາຍປະຫວັດສາດ, ທັງເປັນຂອງຂວັນອັນລໍ້າຄ່າທີ່ສຸດ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ; ຢືນຢັນວ່າ ຈະຮ່ວມກັບ ສະຫາຍຫວຽດນາມ ນໍາໃຊ້ທ່າເຮືອແຫ່ງນີ້ໃຫ້ມີປະສິດທິຜົນທີ່ສຸດ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງຊາດ ລາວ-ຫວຽດນາມ, ພ້ອມກັນສືບຕໍ່ການເສີມຂະຫຍາຍມູນເຊື້ອແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.
ໂອກາດນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດລາວ ຍັງໄດ້ເຄື່ອນໄຫວຢ້ຽມຢາມ ກອງບັນຊາການທະຫານເຂດ 4 ຢູ່ນະຄອນວິງ, ແຂວງ ເຫງະອ່ານ; ພົບປະກັບ ຄະນະພັກ, ອໍານາດການປົກຄອງແຂວງຮ່າຕິ້ງ ແລະ ສືບຕໍ່ນໍາພາຄະນະ ທີ່ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ ຢູ່ ນະຄອນໂຮ່ຈິມິນ, ສສ ຫວຽດນາມ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46