ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າອວຍພອນ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເເທດຊາດເປັນເອກະພາບ ຄົບຮອບ 50 ປີ
ເຜີຍແຜ່ໂດຍ: moderator ເວລາ: 29/04/2025 10:38:42 ຈຳນວນຢ້ຽມຊົມ 67 ຄັ້ງ ໃນຕອນເຊົ້າວັນທີ 23 ເມສາ 2025, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫາຍ ຫງວຽນ ມິງ ເຕິມ, ເອກອັກຄະລັດຖະທູດ ແລະ ພະນັກງານສະຖານທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ (30/4/1975-30/4/2025).
ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຊົມເຊີຍ ແລະ ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງທີ່ເຫັນວ່າ ກ່ອນ 50 ປີ ກໍຄື ວັນທີ 30 ເມສາ 1975, ໂດຍປະຕິບັດຕາມຄວາມມຸ່ງຫວັງອັນສູງສຸດຂອງ ປະທານ ໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່, ພາຍໃຕ້ການນໍາພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽນນາມ ບວກກັບຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນ ຫວຽດນາມ ທັງຊາດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ດໍາເນີນບັ້ນຮົບໂຮ່ຈິມິນ ທີ່ລືຊື່ ເພື່ອຍາດເອົາອໍານາດຈາກພວກລັດຖະບານຫຸ່ນໄຊງ່ອນ, ເຊິ່ງສາມາຍາດໄດ້ໄຊຊະນະ ຢ່າງສະຫງ່າງາມ ເຮັດໃຫ້ປະເທດຫວຽດນາມ ໄດ້ສໍາເລັດພາລະກິດໃນການທ້ອນໂຮມ ເປັນເອກະພາບ, ເປັນອັນໜຶ່ງອັນດຽວ ແລະ ສືບຕໍ່ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ຈົນເຖິງປະຈຸບັນ. ພ້ອມດຽວກັນ, ກໍໄດ້ຕີລາຄາສູງ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ທີ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ສາມາດຍາດໄດ້ໃນພາລະກິດແຫ່ງການປ່ຽນແປງໃໝ່ ເກືອບ 40 ປີ ຜ່ານມາ, ອັນໄດ້ເຮັດໃຫ້ ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມໝັ້ນທ່ຽງເຂັ້ມແຂງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງໄວວາ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ສືບຕໍ່ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ຮັບການເປີດກວ້າງ, ຖານະບົດບາດອິດທິພົນຂອງ ພັກກອມມູນິດ ຫວຽດນາມ ແລະ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ທີ່ໄດ້ຮັບການກໍ່ຕັ້ງໂດຍ ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ສືບຕໍ່ໄດ້ຮັບການຖະນຸຖະໜອມ ແລະ ເພີ່ມພູມຄູນສ້າງ ຈາກບັນດາຮຸ່ນການນຳ ຂອງສອງປະເທດ ໂດຍຜ່ານການທົດສອບບົນແປວໄຟປະຕິວັດ ເປັນເວລາຫຼາຍທົດສະວັດ ແລະ ໄດ້ກາຍເປັນມໍລະດົກອັນລໍ້າຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ, ເປັນໜຶ່ງໃນປັດໄຈຕັດສິນໄຊຊະນະຂອງການປະຕິວັດໃນແຕ່ລະປະເທດ ແລະ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ ແລະ ນັບມື້ກ້າວເຂົ້າສູ່ລວງເລິກ ໃນທຸກຂົງເຂດວຽກງານ, ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.
ສະຫາຍເອກອັກຄະລັດຖະທູດ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ບຸນເຫຼືອ ພັນດານຸງວົງ ທີ່ໄດ້ນຳພາຄະນະ ມາອວຍພອນໃນຄັ້ງນີ້ ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ, ເຊິ່ງນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ເປັນພື້ນຖານອັນສຳຄັນ ໃຫ້ແກ່ການພົວພັນຮ່ວມມືໃນຂົງເຂດຕ່າງໆຂອງສອງປະເທດ; ຕີລາຄາສູງຕໍ່ການປະສານສົມທົບຢ່າງ ແໜ້ນແຟ້ນ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງ ພັກ ປປ ລາວ ແລະ ສະຖານທູດຫວຽດນາມ ໃນການເປັນຂົວເຊື່ອມຕໍ່ໃນການພົວພັນຮ່ວມມື ແລະ ການເປັນເສນາທິການໃຫ້ແກ່ສອງພັກ, ສອງລັດ ລາວ-ຫວຽດນາມ, ເຊິ່ງ ສະຫາຍ ຍິນດີຈະສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງ ການນໍາຂັ້ນສູງ ສອງພັກ, ສອງລັດ ລາວ-ຫວຽດນາມ ໃຫ້ບັນລຸຕາມເປົ້າໝາຍ, ມີປະສິດທິຜົນສູງ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູມຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມດຽວກັນນັ້ນ, ສະຫາຍເອກອັກຄະລັດຖະທູດ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳເລັດຂອງປະຊາຊົນລາວ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ທີ່ຍາດມາໄດ້ໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ໄລຍະທ້າຍສະໄໝ ແລະ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ເພື່ອກ້າວໄປສູ່ການດໍາເນີນ ກອງປະຊຸມໃຫຍ່ ສະໄໝທີ XII ຂອງພັກ ຢ່າງມີໄຊ.
ໃນໂອກາດນີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ຍັງໄດ້ມອບ ສານອວຍພອນ ຈາກ ຄະນະບໍລິຫານງານສູນກາງພັກ ປປ ລາວ ເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ສານອວຍພອນຂອງຕົນ ເຖິງ ສະຫາຍ ບຸຍ ແທງ ເຊິນ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເຊັ່ນດຽວກັນ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46