ຮັກສາການຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ບັນດາທູດລາວ
ເຜີຍແຜ່ໂດຍ: moderator ເວລາ: 21/04/2025 11:10:58 ຈຳນວນຢ້ຽມຊົມ 892 ຄັ້ງ ໃນວັນທີ 18 ເມສາ 2025, ທ່ານ ບຸນເຫຼືອ ພັນດານຸວົງ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຈໍານວນ 4 ທ່ານ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດ, ໂດຍມີ ທ່ານ ຈາຕຸລົງ ບົວສີສະຫວັດ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ອົດສະຕຣາລີ; ທ່ານ ວິລັດສອນ ວິສອນນະວົງ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ສ. ສິງກະໂປ; ທ່ານ ສິດສັງຄົມ ສີສະເກດ, ເອກອັກຄະລັດຖະທູດ/ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ທີ່ ຈາກາຕາ, ສ. ອິນໂດເນເຊຍ ແລະ ທ່ານ ເຮືອນແກ້ວ ສັງສົມສັກ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ.
ໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ບັນດາທ່ານທູດທີ່ຈະໄປປະຕິບັດໜ້າທີ່ໆສໍາຄັນ ເຊິ່ງເປັນປ້ອມດ່ານໜ້າໃຫ້ແກ່ ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ-ລັດ, ພ້ອມທັງ ໃຫ້ທິດຊີ້ນໍາຕໍ່ການພົວພັນກັບບັນດາປະເທດເພື່ອນມິດດັ່ງກ່າວ ໃນແຕ່ລະຂົງເຂດວຽກງານ ເພື່ອຍົກລະດັບການຮ່ວມມືທັງດ້ານພັກ ແລະ ດ້ານລັດ ໃຫ້ກ້າວສູ່ມິຕິໃໝ່. ນອກນັ້ນ, ກໍໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງວຽກງານການທູດປະຊາຊົນ ເພື່ອໃຫ້ບັນດາທ່ານທູດຊ່ວຍຊຸກຍູ້ວຽກງານດັ່ງກ່າວ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ ແລະ ອວຍພອນໃຫ້ບັນດາທ່ານທູດ ເດີນທາງດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ໆໄດ້ຮັບມອບໝາຍ.
ໃນໂອກາດນີ້, ບັນດາທ່ານທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບຸນເຫຼືອ ພັນດານຸວົງ ທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາທິດຊີ້ນຳດັ່ງກ່າວໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ແລະ ຈະພະຍາຍາມຢ່າງສຸດຄວາມສາມາດ ໃນການປະຕິບັດໜ້າທີ່ການທູດຂອງຕົນໃຫ້ໄດ້ຮັບຜົນສໍາເລັດສູງສຸດ ເພື່ອປົກປັກຮັກສາຜົນປະໂຫຍດຂອງປະເທດ ກໍຄື ເພື່ອຍົກສູງບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ.
02/10/2026 16:00:44
01/10/2026 09:10:34
01/10/2026 09:07:53
01/10/2026 09:01:18
28/09/2026 16:39:19
22/09/2026 12:08:43
10/09/2026 08:28:02
10/04/2025 15:37:41
10/04/2025 15:18:32
23/04/2025 13:17:35
03/06/2025 14:03:36
27/05/2025 15:03:03
03/10/2025 15:43:46
30/07/2025 16:01:28
21/08/2025 18:05:43
15/10/2025 13:46:29
29/07/2022 15:17:46



