ຄະນະນຳຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າວາງພວງມາລາໄວ້ອາໄລ ຕໍ່ການຈາກໄປ ຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ
ເຜີຍແຜ່ໂດຍ: moderator ເວລາ: 04/04/2025 16:16:23 ຈຳນວນຢ້ຽມຊົມ 188 ຄັ້ງ ໃນຕອນເຊົ້າວັນທີ 04 ເມສາ 2025 ນີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານພັກ ຄະນະພົວພັນຕ່າງປະເທດສູນກາງພັກ ນຳໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ນຳພາ ພະນັກງານຫຼັກແຫຼ່ງ ເຂົ້າວາງພວງມາລາ ເພື່ອໄຫວ້ອາໄລ ເຖິງດວງວິນຍານ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກຮົບປະຕິວັດອະວຸໂສ ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 02 ເມສາ 2025.
ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ຕາງໜ້າ ຄະນະບໍລິຫານງານພັກ, ພະນັກງານ-ລັດຖະກອນ ຄະນະພົວພັນຕ່າງປະເທດສູນກາງພັກ ຂຽນປຶ້ມໄວ້ອາໄລ ເພື່ອສະແດງຄວາມໂສກເສົ້າ ແລະ ອາໄລອາວອນ ຕໍ່ການຈາກໄປ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດຜູ້ອາວຸໂສ ຜູ້ທີ່ມີຜົນງານ ເເລະ ຄຸນງາມຄວາມດີຕໍ່ປະເທດຊາດ.
ການຈາກໄປ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນການສູນເສຍອັນຍິ່ງໃຫຍ່ຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ສູນເສຍການນໍາຂັ້ນສູງຮຸ່ນທໍາອິດຂອງການປະຕິວັດລາວ ທີ່ເປັນນັກປະຕິ ວັດຜູ້ອົງອາດກ້າຫານ, ຜູ້ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນ ເພື່ອພາລະກິດປົດປ່ອຍຊາດ ໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ, ເປັນຜູ້ສືບຕໍ່ນໍາພາການຈັດ ຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ ແລະ ເປັນຜູ້ນໍາທີ່ດີເດັ່ນຂອງພັກຂອງຊາດເຮົາ.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46