ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງ ໜ່ວຍພັກກົມເອີຣົບ-ອາເມຣິກາ, ຄະນະພົວພັນຕ່າງປະເທດສູນກາງພັກ
ເຜີຍແຜ່ໂດຍ: moderator ເວລາ: 26/03/2025 16:31:02 ຈຳນວນຢ້ຽມຊົມ 166 ຄັ້ງ ວັນທີ 26 ມີນາ 2025, ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ໜ່ວຍພັກກົມເອີຣົບ-ອາເມຣິກາ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນພາຍໃຕ້ການເປັນຄະນະປະທານຮ່ວມ ຂອງ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຫາຍ ນາງ ສິຣິພອນ ຄູຫາເທບ, ເລຂາໜ່ວຍພັກ, ຫົວໜ້າກົມເອີຣົບ-ອາເມຣິກາ. ພ້ອມນັ້ນ, ຍັງມີຜູ້ແທນກອງປະຊຸມໃຫຍ່, ແຂກຖືກເຊີນຈາກບັນດາໜ່ວຍພັກ ອ້ອມຂ້າງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມທັງໝົດ 21 ສະຫາຍ.
ກອງປະຊຸມ ໄດ້ຮັບຟັງ, ປະກອບຄໍາຄິດເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາ ຂອງ ໜ່ວຍພັກກົມການເອີຣົບ-ອາເມຣິກາ ສະໄໝທີ I ເຊິ່ງໄດ້ຕີລາຄາຮອບດ້ານ ຢ່າງພາວະວິໄສການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງຜ່ານມາ ແລະ ຍົກໃຫ້ເຫັນຈຸດດີ - ຜົນສໍາເລັດ ເພື່ອຜັນຂະຫຍາຍ, ຈຸດອ່ອນ - ຂໍ້ຄົງຄ້າງ ເພື່ອປັບປຸງ, ຖອດຖອນບົດຮຽນ ແລະ ມີວິທີແກ້ໄຂ ເພື່ອຍົກສູງຄຸນນະພາບ ແລະ ປະສິດທິພາບ ໃນການ ນໍາພາ-ຊີ້ນໍາ ໃນຕໍ່ໜ້າ ແລະ ເປັນເອກະພາບສູງຕໍ່ທິດທາງ, ຄາດໝາຍສູ້ຊົນໃນໄລຍະ 05 ປີຕໍ່ໜ້າ ( 2025 - 2029).
ຜົນສໍາເລັດອັນພົ້ນເດັ່ນແມ່ນໄລຍະເກືອບ 05 ປີ ຜ່ານມາ ໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມສະມາຊິກພັກກໍາແໜ້ນແນວທາງ ແລະ ການນໍາພາ ຂອງພັກ, ຕໍ່ແນວທາງ ການປ່ຽນແປງໃໝ່ທີ່ມີຫຼັກການ ຂອງພັກ, ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ; ສະໜັບສະໜູນ ແລະ ສ້າງເງື່ອນໄຂ ໃຫ້ສະມາຊິກພັກ - ພະນັກງານ ໄດ້ຮັບການຍົກລະດັບທິດສະດີການເມືອງ, ວິຊາສະເພາະ, ພາສາຕ່າງປະເທດ ທັງພາຍໃນ ແລະ ຕ່າງປະເທດ ຫຼາຍສະຫາຍ, ເຊິ່ງໄດ້ປະກອບສ່ວນສໍາຄັນໃຫ້ຖັນແຖວສະມາຊິກພັກ - ພະນັກງານ ມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ. ພ້ອມນັ້ນ, ຍັງເປັນເຈົ້າການປະຕິບັດໜ້າທີ່ການເມືອງ, ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນການເສີມຂະຫຍາຍສາຍພົວພັນສອງຝ່າຍກັບພັກເພື່ອນມິດໃນຂົງເຂດຂອງກົມຮັບຜິດຊອບ. ສໍາລັບພາຍໃນ, ຄະນະໜ່ວຍພັກ ໄດ້ນໍາພາສ້າງໜ່ວຍພັກ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ 02 ຄັ້ງ ແລະ ພັກເຂັ້ມແຂງ, ຮູ້ນໍາພາຮອບດ້ານ 01 ຄັ້ງ, ເຊິ່ງຖືເປັນຜົນງານອັນພົ້ນເດັ່ນ ຂອງໜ່ວຍພັກ.
ໃນກອງປະຊຸມ, ຜູ້ແທນກອງປະຊຸມໃຫຍ່ ຍັງໄດ້ໃຊ້ສິດປ່ອນບັດຢ່າງມີປະຊາທິປະໄຕ ເພື່ອເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່.
ກອງປະຊຸມໃຫຍ່ ໄດ້ຮັບກຽດຢ່າງສູງ ຮັບຟັງການໂອ້ລົມ ຂອງ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເຊິ່ງໄດ້ຕີລາຄາສູງຕໍ່ບັນດາຜົນງານ, ຜົນສຳເລັດ ທີ່ໜ່ວຍພັກຍາດມາໄດ້ໃນໄລຍະເກືອບ 05 ປີຜ່ານມາ, ສະແດງເຖິງການປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ. ພ້ອມນັ້ນ, ຍັງໄດ້ໄດ້ຊີ້ນໍາບາງດ້ານທີ່ໜ່ວຍພັກຈະຕ້ອງໄດ້ເອົາໃຈໃສ່ປັບປຸງ ເພື່ອເຮັດໃຫ້ການນໍາພາ-ຊີ້ນໍາ ຂອງ ໜ່ວຍພັກ ມີປະສິດທິພາບ ແລະ ຄຸນນະພາບສູງຂຶ້ນ ຖືເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ຄະນະໜ່ວຍຊຸດໃໝ່ ນໍາໄປຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງ ໜ່ວຍພັກ ເພື່ອຮັບປະກັນການເປັນເສນາທິການ ແລະ ເຮັດຫຼ້ອນໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍ.
ກອງປະຊຸມໄດ້ດໍາເນີນເປັນເວລາເຄິ່ງວັນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ປິດລົງດ້ວຍຜົນສໍາເລັດອັນຈົບງາມ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.
05/05/2025 08:37:46
30/04/2025 08:18:53
29/04/2025 10:43:57
29/07/2022 15:17:46
13/06/2023 14:17:31
30/05/2023 10:28:03
09/12/2022 14:35:10
30/03/2023 15:30:06
12/07/2023 14:43:30
14/07/2022 14:18:48
04/04/2023 15:42:25
02/02/2023 10:46:44
16/03/2022 08:33:46