ກອງເລຂາ ຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈັດກອງປະຊຸມປຶກສາຫາລື
ເຜີຍແຜ່ໂດຍ: moderator ເວລາ: 14/10/2024 16:20:11 ຈຳນວນຢ້ຽມຊົມ 904 ຄັ້ງ ໃນຕອນບ່າຍວັນທີ 14 ຕຸລາ 2024 ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ກອງເລຂາຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໄດ້ຈັດກອງປະຊຸມປຶກສາຫາລືຂອງຕົນຂຶ້ນ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະຊີ້ນໍາລະດັບຊາດ, ທັງເປັນຫົວໜ້າກອງເລຂາ ຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ 2024-2028, ເຊິ່ງໄດ້ມີບັນດາສະຫາຍໃນຄະນະກອງເລຂາ ແລະ ຜູ້ຕາງໜ້າ ທີ່ມາຈາກ ຫ້ອງວ່າການສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຄະນະກໍາມະການຮ່ວມມື ລາວ-ຈີນ ແລະ ພະນັກງານກ່ຽວຂ້ອງຈໍານວນໜຶ່ງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍຫຼັງທີ່ສູນກາງພັກ ໄດ້ມີການແຕ່ງຕັ້ງ ກອງເລຂາ ຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບປີ 2024-2028, ເຊິ່ງ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າ ຄຕພ, ຮອງຫົວໜ້າກອງເລຂາຫົວໜ້າກອງເລຂາ ຄະນະຊີ້ນໍາລະ ດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໄດ້ແຈ້ງ ຕໍ່ທີ່ປະຊຸມ ກ່ຽວກັບ ຄະນະຊີ້ນໍາລະດັບຊາດ ແລະ ຄະນະກອງເລຂາ ຂອງ ຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ; ພ້ອມນັ້ນ, ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າ, ການສະຫຼຸບຕີລາຄາ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການ ຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນໄລຍະຜ່ານມາ, ພ້ອມທັງໄດ້ປຶກສາຫາລື ກ່ຽວກັບ ທິດທາງແຜນການຈຸດສຸມ ແລະ ກົນໄກການຈັດຕັ້ງປະຕິບັດວຽກງານ ຂອງກອງເລຂາ ໃນການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນຕໍ່ໜ້າ ໃຫ້ມີຄຸນນະພາບສູງ, ປະສິດທິພາບສູງ ແລະ ລະດັບສູງກວ່າເກົ່າ.
23/06/2026 13:38:06
15/06/2026 15:59:03
09/06/2026 16:37:23
03/06/2026 09:12:19
03/06/2026 09:06:12
28/05/2026 15:32:56
29/07/2022 15:17:46
10/04/2025 15:37:41
13/06/2023 14:17:31
30/05/2023 10:28:03
10/04/2025 15:18:32
23/04/2025 13:17:35
16/07/2025 16:30:18
09/12/2022 14:35:10
30/07/2025 16:01:28
26/02/2025 15:29:23

