ຄະນະຜູ້ແທນພັກ ປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມອົງການຊາວໜຸ່ມໄອແຄັບ ຄັ້ງທີ 7 (The ICAPP Youth Wing) ໃນວັນທີ 23-26 ກຸມພາ 2024 ທີ່ ນະຄອນຫຼວງອູລານບາຕໍ, ປະເທດມົງໂກລີ.
ເຜີຍແຜ່ໂດຍ: moderator ເວລາ: 06/03/2024 15:08:32 ຈຳນວນຢ້ຽມຊົມ 931 ຄັ້ງ ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ຜູ້ຕາງໜ້າຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ປະເທດມົງໂກລີ, ໄດ້ເຂົ້າຮ່ວມກອງປະຊຸມຊາວໜຸ່ມໄອແຄັບ ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ພວກເຮົາເຫັນດີໃຫ້ມີຊາວໜຸ່ມໃນສະພາ” (We Say Yes to Youth in Parliament), ເຊິ່ງໄດ້ຈັດຂຶ້ນຢູ່ທີ່ ນະຄອນຫຼວງອູລານບາຕໍ, ປະເທດມົງໂກລີ ໃນລະຫວ່າງວັນທີ 23-26 ກຸມພາ 2024 ພາຍໃຕ້ການເປັນເຈົ້າພາບຂອງພັກປະຊາຊົນມົງໂກລີ, ໂດຍມີຜູ້ເຂົ້າຮ່ວມທັງໝົດ 176 ທ່ານ ຈາກ 18 ພັກການເມືອງ ທີ່ມາຈາກ 12 ປະເທດ, ອົງການສັງຄົມນິຍົມສາກົນ ແລະ ສະຫະພັນລັດຖະສະພາສາກົນ.
ກອງປະຊຸມຊາວໜຸ່ມໄອແຄັບ ຄັ້ງທີ 7 ໄດ້ຈັດຂື້ນເພື່ອເປັນການສືບຕໍ່ຜົນສໍາເລັດຂອງກອງປະຊຸມຄັ້ງທີ 6 ໂດຍໄດ້ປຶກສາຫາລືກັນ ກ່ຽວກັບ ບົດບາດ, ພຶດຕິກໍາ ແລະ ຄວາມສາມາດຂອງຊາວໜຸ່ມໃນພາກພື້ນ ໃນການເຂົ້າເຖິງການສຶກສາ, ການຈ້າງງານ ແລະ ການຮັບມືກັບການເລືອກປະຕິບັດທາງສັງຄົມໃນຮູບແບບຕ່າງໆທີ່ເພີ່ມທະວີຂຶ້ນ ອັນໄດ້ກາຍ ເປັນສິ່ງທ້າທ້າຍໃຫມ່ສຳລັບຊາວໜຸ່ມ. ບັນດາຜູ້ແທນກອງປະຊຸມ ຍັງໄດ້ແລກປ່ຽນບົດບາດຂອງຊາວໜຸ່ມຢູ່ໃນບັນດາອົງ ການບໍລິຫານຂອງພັກ-ລັດ ໂດຍສະເພາະໃນສະພາ ເຊິ່ງໄດ້ມີອັດຕາສ່ວນທີ່ຫຼຸດລົງຕາມການລາຍງານໃນຫຼາຍປະເທດ ແລະ ຈະເຮັດໃຫ້ຄວາມສຳຄັນຂອງຊາວໜຸ່ມໃນເວທີການເມືອງເຂົ້າໃນຂະບວນການຕັດສິນໃຈຕ່າງໆນັ້ນຫຼຸດລົງເຊັ່ນດຽວກັນ; ການ ສະໜັບສະໜູນບັນດາໂຄງການ ແລະ ກິດຈະກໍາຕ່າງໆ ເພື່ອພັດທະນາພາວະຄວາມເປັນຜູ້ນໍາໃຫ້ກັບຊາວໜຸ່ມແມ່ນມີຄວາມ ຈໍາເປັນຢ່າງຍິ່ງ ໃນຍຸກສະໄຫມໃຫມ່ ເພື່ອເປັນການກະກຽມຄວາມພ້ອມຮອບດ້ານໃຫ້ຊາວໜຸ່ມ ກໍຄື ການເພີ່ມສິດຂອງຊາວໜຸ່ມໃນການສາມາດມີສ່ວນຮ່ວມໃນລະບົບການເມືອງດ້ວຍຫຼາຍຮູບການ ເປັນຕົ້ນແມ່ນ ການເຂົ້າຮ່ວມການເລືອກຕັ້ງ, ລົງຄະແນນສຽງ ແລະ ຮັບເລືອກຕັ້ງໃນສະພາ ເຊິ່ງຈະປະກອບສ່ວນເຂົ້າໃນແນວຄິດ “ການຫັນເປັນສະພາ 3D” ກໍຄື ດີຈີຕອນ, ປະຊາທິປະໄຕ ແລະ ມີເປົ້າໝາຍ (Digital, Democratic, Deliberative). ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຊາບ ກ່ຽວກັບ ສະມາຊິກຫ້ອງການຊາວໜຸ່ມໄອແຄັບຊຸດໃຫມ່ທີ່ຈະປະຕິບັດໜ້າທີ່ໄລຍະປີ 2024-2025.
ບັນດາຜູ້ແທນກອງປະຊຸມ ໄດ້ເປັນເອກະພາບກັນຮັບຮອງເອົາຖະແຫຼງການສຸດທ້າຍຂອງກອງປະຊຸມ ຊຶ່ງໄດ້ເນັ້ນໜັກໃຫ້ເຫັນເຖິງບົດບາດສໍາຄັນຂອງບັນດາພັກການເມືອງ ກໍຄື ການຊຸກຍູ້ລັດຖະບານຂອງບັນດາປະເທດໃຫ້ມີນະໂຍບາຍສົ່ງເສີມຊາວໜຸ່ມ, ສົ່ງເສີມການເຄື່ອນໄຫວຮ່ວມກັນຂອງບັນດາພັກການເມືອງໃນອາຊີ ເພື່ອຊຸກຍູ້ ແລະ ເສີມຂະຫຍາຍການມີສ່ວນຮ່ວມຂອງຊາວໜຸ່ມໃນສະພາ.
23/06/2026 13:38:06
15/06/2026 15:59:03
09/06/2026 16:37:23
03/06/2026 09:12:19
03/06/2026 09:06:12
28/05/2026 15:32:56
29/07/2022 15:17:46
10/04/2025 15:37:41
13/06/2023 14:17:31
30/05/2023 10:28:03
10/04/2025 15:18:32
23/04/2025 13:17:35
09/12/2022 14:35:10
16/07/2025 16:30:18
30/07/2025 16:01:28
26/02/2025 15:29:23

